ຊື່ຂອງ “ມີນາ ພູນສີ ເຮີຫວ່າງຕັ່ວ” ກາຍເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ຖືກເວົ້າເຖິງຫຼາຍທີ່ສຸດທັນທີ ຫຼັງຈາກທີ່ The Voice Thailand 2026 EP.4 ອອກອາກາດໄປເມື່ອວັນທີ 1 ພະຈິກ 2026 ທີ່ຜ່ານມາ! ເພາະເພິ່ນບໍ່ໄດ້ມາພຽງແຕ່ທ້າທາຍໂຕເອງເທິງເວທີ Blind Auditions ເທົ່ານັ້ນ ແຕ່ຍັງໄດ້ພາຄວາມຝັນຈາກ ສປປ ລາວ ຂ້າມພົມແດນມາສູ່ລາຍການເພງລະດັບປະເທດໃນໄທອີກດ້ວຍ!
ສາວມີນາໄດ້ເປີດໃຈເທິງເວທີວ່າ ເພິ່ນມາຈາກນະຄອນຫຼວງວຽງຈັນ ແລະ ກຳລັງສຶກສາດ້ານ ເພສັດສາດ! ພາບຂອງນັກສຶກສາທີ່ຕ້ອງແບ່ງເວລາໃຫ້ກັບການຮຽນ ແຕ່ກໍຍັງເດີນໜ້າຕາມຫາຄວາມຝັນດ້ານດົນຕີ ເຮັດໃຫ້ເລື່ອງລາວຂອງເພິ່ນມີສະເໜ່ຕັ້ງແຕ່ກ່ອນເລີ່ມຮ້ອງເພງ ເພາະນີ້ຄືການກ້າວອອກຈາກ Safe Zone ເພື່ອພິສູດວ່າສຽງເພງທີ່ຮັກຈະພາເພິ່ນໄປໄດ້ໄກສຳໃດ!
ສຳລັບເພງທີ່ ມີນາ ເລືອກມານັ້ນຄື “คืนจันทร์” (ຄືນຈັນ) ຂອງ ເສກ ໂລໂຊ ເຊິ່ງຖືກນຳມາຕີຄວາມໃໝ່ ຜ່ານສຽງຮ້ອງໃສໆ ພ້ອມກັບການຫຼິ້ນກີຕ້າປະກອບ ດ້ວຍໂທນສຽງທີ່ມີເອກະລັກ ແລະ ການຖ່າຍທອດອາລົມຢ່າງເປັນທຳມະຊາດ ຈົນສາມາດເສີດສາຍ ເອີ້ນສຽງຕົບມື ແລະ ສຽງເຊຍສະໜັ່ນຮໍ!
ຈຸດເດັ່ນອີກຢ່າງຂອງມີນາຄືຄວາມມັກໃນ ດົນຕີແຈ໊ສ (Jazz) ເຊິ່ງກາຍເປັນປະເດັນສຳຄັນໃນການລົມກັບເຫຼົ່າໂຄ້ດ ໂດຍສະເພາະ ໂຄ້ດຄິ້ມ ທີ່ເຫັນສີສັນທາງດົນຕີໃນໂຕເພິ່ນ ຂະນະທີ່ ໂຄ້ດໂອດ ກໍຊົມເຊຍສັກກະຍະພາບ ວ່າສາມາດພັດທະນາໄປເປັນສິນລະປິນມືອາຊີບໄດ້ເລີຍ!
ແຕ່ຊ່ວງເວລາຕັດສິນໃຈຄືເດືອດ ແລະ ມ່ວນຂັ້ນສຸດ! ເມື່ອ ໂຄ້ດຈ໋າຍ ຕັດສິນໃຈໃຊ້ຈັງຫວະສຳຄັນກົດປຸ່ມ Super Block ຕັດໂອກາດ ໂຄ້ດຄິ້ມ ອອກຈາກການຊິງໂຕມີນາ ເຮັດໃຫ້ເກີດໂມເມັ້ນທັງລຸ້ນ ທັງໄຫ້ ແລະ ທັງຫົວ!
ເຖິງວ່າ ສາວມີນາ ຈະຍອມຮັບວ່າ ໂຄ້ດຄິ້ມ ຢູ່ໃນໃຈມາຕັ້ງມື້ຢູ່ລາວ ແລະ ຢູ່ເຮືອນກໍເຊຍໃຫ້ເລືອກ ໂຄ້ດກ້ອງ ແຕ່ເມື່ອເຖິງເວລາຕັດສິນໃຈ ເພິ່ນໄດ້ເລືອກ “ໂຄ້ດຈ໋າຍ ອິດຊະນະກອນ” ເປັນໂຄ້ດຂອງໂຕເອງ! ເຮັດໃຫ້ມີນາໄດ້ເຂົ້າໄປເປັນສະມາຊິກທີມໂຄ້ດຈ໋າຍຢ່າງສົມບູນແບບ ແລະ ກາຍເປັນອີກໜຶ່ງຕົວເຕັງທີມທີ່ຕ້ອງຕິດຕາມຕໍ່ໃນຮອບ Battle!