ໃນວັນທີ 13 ພະຈິກ 2026 ຜ່ານມານີ້, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງສາລະວັນ ໄດ້ສົມທົບກັບຕາແສງບຶງໄຊ ຈັດພິທີເປີດລະດູການຜະລິດລະດູແລ້ງ ສົກປີ 2026-2027 ຂຶ້ນຢ່າງເປັນທາງການ ທີ່ໂຄງການຊົນລະປະທານຝາຍນ້ຳລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ. ພິທີດັ່ງກ່າວເປັນປະທານໂດຍ ທ່ານ ຕິນ້ອຍ ນະສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ ພ້ອມດ້ວຍຕາງໜ້າຫ້ອງການອ້ອມຂ້າງເມືອງ-ຕາແສງ, ພະນັກງານວິຊາການ ແລະ ພໍ່ແມ່ປະຊາຊົນບ້ານໜອງໜໍ້, ບ້ານໂຄກສະຫວາດ ແລະ ບ້ານນາໂພເລີນ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຕິນ້ອຍ ນະສົມບັດ ໄດ້ກ່າວເປີດພິທີວ່າ: ການເປີດລະດູການຜະລິດລະດູແລ້ງຄັ້ງນີ້ ແມ່ນຕິດພັນກັບການສະເຫຼີມສະຫຼອງ 4 ວັນສຳຄັນຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຄື: ວັນເປີດລະດູການຜະລິດແຫ່ງຊາດ (15 ພະຈິກ), ວັນເປີດນ້ຳຊົນລະປະທານແຫ່ງຊາດ (3 ພະຈິກ), ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ) ແລະ ວັນໄຖກົບຕໍເຟືອງ ຫຼື ວັນດິນໂລກ (5 ພະຈິກ). ທັງນີ້ ກໍເພື່ອປຸກລະດົມໃຫ້ທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ເອົາໃຈໃສ່ພັດທະນາການຜະລິດກະສິກຳແບບສີຂຽວ, ນຳໃຊ້ນ້ຳຢ່າງມີປະສິດທິຜົນ, ປ້ອງກັນພະຍາດສັດ, ບຳລຸງຮັກສາດິນ ແລະ ຫຼຸດຜ່ອນການເຜົາຕໍເຟືອງ ເຊິ່ງເປັນພື້ນຖານສຳຄັນໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຍົກສູງລາຍຮັບຂອງປະຊາຊົນ ແລະ ກ້າວສູ່ການພັດທະນາກະສິກຳສີຂຽວຢ່າງຍືນຍົງ. ພາຍໃນງານ ຍັງໄດ້ມີກິດຈະກຳເປີດນ້ຳຊົນລະປະທານ, ສັກຢາປ້ອງກັນພະຍາດສັດ, ໄຖກົບຕໍເຟືອງ ແລະ ຢອດເຂົ້າຕົວຈິງ.
ສຳລັບເມືອງສາລະວັນ ປະກອບມີ 124 ບ້ານ, ມີປະຊາກອນທັງໝົດ 111,697 ຄົນ ໂດຍປະຊາຊົນກວ່າ 90% ແມ່ນຢຶດອາຊີບກະສິກຳເປັນຫຼັກ. ໃນສົກປີນີ້ ທົ່ວເມືອງໄດ້ວາງແຜນການຜະລິດ ແລະ ສະຖິຕິສຳຄັນ ດັ່ງນີ້:
- ແຜນການປູກພືດລວມ: 40,942 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 353,320 ໂຕນ (ໃນນັ້ນ ແຜນປູກເຂົ້າ 30,674 ເຮັກຕາ ແລະ ພືດຕ່າງໆ 11,605 ເຮັກຕາ).
- ຜົນງານການຜະລິດລະດູແລ້ງ ສົກປີ 2026 ຜ່ານມາ: ປູກເຂົ້ານາແຊງໄດ້ 4,502 ເຮັກຕາ (ຈາກແຜນການ 5,054 ເຮັກຕາ ຜ່ານ 39 ໂຄງການຈຸດສຸມ) ເກັບກ່ຽວຜົນຜະລິດໄດ້ 24,763 ໂຕນ; ປູກພືດລະດູແລ້ງໄດ້ 835 ເຮັກຕາ ເກັບກູ້ຜົນຜະລິດໄດ້ 10,678 ໂຕນ.
- ຖານການລ້ຽງສັດທົ່ວເມືອງ: ມີສັດລ້ຽງທັງໝົດ 1,837,650 ໂຕ ປະກອບມີ: ສັດປີກ 1,647,973 ໂຕ, ໝູ 94,844 ໂຕ, ງົວ 46,271 ໂຕ, ຄວາຍ 29,216 ໂຕ, ແບ້ 19,149 ໂຕ ແລະ ສັດປະເພດອື່ນໆ.
- ວຽກງານສັກຢາປ້ອງກັນພະຍາດສັດ: ປະຕິບັດໄດ້ທັງໝົດ 346,301 ໂຕ ຄື: ສັດປີກ 271,916 ໂຕ, ໝູ 25,608 ໂຕ, ງົວ 19,781 ໂຕ, ຄວາຍ 16,873 ໂຕ, ແບ້ 9,766 ໂຕ ແລະ ໝາ 2,358 ໂຕ.
ພາບ-ຂ່າວ: ສ.ພະຈັນ