ຕັດສິນຈໍາເລີຍປະຫານຊີວິດ 3 ຄົນ ແລະຈໍາຄຸກຕະຫລອດຊີວິດ 3 ຄົນ

ວັນທີ 12 ພະຈິກ 2026 ທີ່ສານປະຊາຊົນແຂວງບໍ່ແກ້ວ, ຄະນະສານອາຍາຂັ້ນຕົ້ນຂອງສານປະຊາຊົນແຂວງບໍ່ແກ້ວ ໄດ້ນໍາຄະດີທີ່ກ່ຽວພັນກັບຢາເສບຕິດທີ່ກົດໝາຍກຳນົດອັດຕາການລົງ ໂທດທີ່ສູງ ອອກມາພິຈາລະນາຈໍານວນ 3 ເລື່ອງ, ມີຈໍາເລີຍ 6 ຄົນ ເປັນຄົນຕ່າງປະເທດ 3 ຄົນ, ເຊິ່ງໃນຈໍານວນຄະດີ 3 ເລື່ອງ ມີໂທດປະຫານຊີວິດ 2 ເລື່ອງ ແລະ ໂທດຕະຫລອດຊີວິດ 1 ເລື່ອງ ລາຍລະອຽດໂດຍຫຍໍ້ດັ່ງນີ້:
1. ທ້າວ ນະວິໄຊ ຈະເຍ້ຍຢີ ອາຍຸ 28 ປີ, ອາຊີບ ຂັບລົດ, ສັນຊາດລາວ, ຊົນເຜົ່າມົ້ງ, ປັດຈຸບັນຢູ່ບ້ານ ກູຫລົງ, ເມືອງ ນາໝໍ້, ແຂວງ ອຸດົມໄຊ (ຈໍາເລີຍ1) ແລະ ທ້າວ ບີຊົງ ຈົງລີ ອາຍຸ 23 ປີ ອາຊີບ ຂັບລົດ ສັນຊາດລາວ ຊົນເຜົ່າມົ້ງ ປັດຈຸບັນຢູ່ບ້ານຢ້າວໃຫ່ຍ ເມືອງໄຊ ແຂວງ ອຸດົມໄຊ (ຈໍາເລີຍ2); ພວກຈໍາເລີຍ ທັງ2 ຖືກຫາວ່າ: ຂົນສົ່ງຢາເສບຕິດ (ປະເພດຢາບ້າ) ຖືກກັກຕົວໃນວັນທີ 3 ກໍລະກົດ 2025.
ຜ່ານການພິຈາລະນາຂໍ້ມູນຫລັກຖານ ຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ຄະນະສານອາຍາ ຂັ້ນຕັ້ນ ຂອງສານປະຊາຊົນແຂວງ ບໍ່ແກ້ວ ຈຶ່ງໄດ້ຕັດສິນ ລົງໂທດ ທ້າວ ນະວິໄຊ ຈະເຍ້ຍຢີ (ຈໍາເລີຍ1) ແລະ ທ້າວ ບີຊົງ ຈິງລີ (ຈໍາເລີຍ2) ປະຫານຊີວິດ; ຮິບ ຂອງກາງຢາເສບຕິດ (ປະເພດ ຢາບ້າ) ຈໍານວນ 277 ມັດ ມີນໍ້າໜັກເທົ່າ 55,4 ກິໂລກຣາມ ແລ້ວມອບໃຫ້ພາກສ່ວນກ່ຽວຂ້ອງນໍາໄປທໍາລາຍຖິ້ມ; ຮິບ ໂທລະສັບຍີ່ຫໍ້ iPhone ສີທອງ 1 ໜ່ວຍ, ລົດເມ HYUNDAI ສີຂາວ ໝາຍເລກທະບຽນ ຍກ 0513 ອຸດົມໄຊ ເຂົ້າເປັນຂອງລັດ ແລ້ວມອບໃຫ້ພາກສ່ວນກ່ຽວຂ້ອງຄຸ້ມຄອງຕາມລະບຽບການ; ຮິບ ທີ່ດິນ ໜຶ່ງ 1 ຕອນ ມີຫ້ອງແຖວ 3 ຫ້ອງ ແລະ ຫ້ອງເກັບເຄື່ອງ 2 ຫ້ອງ ເຂົ້າເປັນຂອງລັດ ແລ້ວມອບໃຫ້ ພາກສ່ວນກ່ຽວຂ້ອງຄຸ້ມຄອງຕາມລະບຽບການ.
2. ທ້າວ ຂັນຄຳ ກົງທອງ, ອາຍຸ 44 ປີ, ອາຊີບ ພະນັກງານຄູ, ສັນຊາດ ລາວ, ຊົນເຜົ່າ ລື້, ຢູ່ບ້ານ ຜາຂາວ, ເມືອງ ເມິງ, ແຂວງ ບໍ່ແກ້ວ (ຈໍາເລີຍ). ຖືກຫາວ່າ ມີຢາເສບຕິດໄວ້ໃນຄອບຄອງ (ປະເພດ ຢາບ້າ); ຖືກກັກຕົວ ຫລື ຈັບຕົວ: ວັນທີ 23 ກຸມພາ 2024.
ຜ່ານການພິຈາລະນາຂໍ້ມູນຫລັກຖານ ຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ຄະນະສານອາຍາ ຂັ້ນຕັ້ນ ຂອງສານປະຊາຊົນແຂວງ ບໍ່ແກ້ວ ຈຶ່ງໄດ້ຕັດສິນ ລົງໂທດ ທ້າວ ຂັນຄໍາ ກິງທອງ (ຈໍາເລີຍ) ປະຫານຊີວິດ; ຮິບ ຂອງກາງຢາເສບຕິດ (ປະເພດຢາບ້າ) ຈໍານວນ 10 ແພັກ ມີນໍ້າໜັກ 10 ກິໂລກຣາມ ແລ້ວນໍາໄປ ທໍາລາຍຖິ້ມ.
3. ທ້າວ ອາຫລິງ ອາຍຸ 29 ປີ ສັນຊາດມຽນມາ, ຢູ່ບ້ານຊຳໄຊ, ເມືອງ ທ່າຂີ້ເຫລັກ, ແຂວງຈິງຕົງ, ມາພັກເຊົ່າຢູ່ບ້ານ ພຽງງາມ, ເມືອງຕົ້ນເຜິ້ງ, ແຂວງ ບໍ່ແກ້ວ (ຈໍາເລີຍ 1); ທ້າວ ອາຊວນ ອາຍຸ 33 ປີ ສັນຊາດມຽນມາ ຢູ່ບ້ານ ປາແລ້ງ, ເມືອງ ທ່າຂີ້ເຫຼັກ, ແຂວງ ຈິງຕົງ, ມາພັກເຊົ່າຢູ່ບ້ານ ພຽງງາມ, ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ (ຈໍາເລີຍ 2) ແລະ ທ້າວ ຫລິງຫລິງ ອາຍຸ 37 ປີ ສັນຊາດ ມຽນມາ, ຢູ່ບ້ານ ຕອງຈີ, ແຂວງ ຕອງຈີ, ມາພັກເຊົ່າຢູ່ບ້ານ ພຽງງາມ, ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ ( ຈໍາເລີຍ 3). ພວກຈໍາເລີຍ 1-2 ຖືກຫາວ່າ: ມີຢາເສບຕິດໄວ້ໃນຄອບຄອງ (ຢາບ້າ) ແລະ ຈໍາເລີຍ 3 ຄ້າຂາຍຢາເສບຕິດ (ຢາບ້າ); ຖືກຈັບຕົວ ວັນທີ 20 ມັງກອນ 2026.
ຜ່ານການພິຈາລະນາຂໍ້ມູນຫຼັກຖານ ຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ຄະນະສານອາຍາ ຂັ້ນຕັ້ນ ຂອງສານປະຊາຊົນແຂວງ ບໍ່ແກ້ວ ຈຶ່ງໄດ້ຕັດສິນ ລົງໂທດຕັດອິດສະລະພາບ ຈໍາເລີຍ1, ຈໍາເລີຍ2 ແລະ ຈຳເລີຍ3 ຕະຫລອດຊີວິດ ແລະ ປັບໃໝ ຜູ້ລະ 500,000,000 ກີບ; ຮິບ ຂອງກາງຢາບ້າ ຈຳນວນ 45 ຖົງນ້ອຍ ກັບ ສອງ 2 ເມັດ ລວມກັນເທົ່າກັບ 90,002 ເມັດ, ມີນໍ້າໜັກ 789,99 ກຣາມ ແລ້ວນໍາໄປທໍາລາຍຖິ້ມ; ຮິບ ໂທລະສັບ iPhone ສີດໍາ 1 ໜ່ວຍ, ໂທລະສັບ Vivo ສີຟ້າ 1 ໜ່ວຍ, ໂທລະສັບ iPhone ສີຂາວ 1 ໜ່ວຍ ແລະ ລົດຈັກເວບ ຈີນ ສີດໍາ 1 ຄັນ ເປັນຂອງລັດ.
ທີ່ມາ: ສານປະຊາຊົນ ແຂວງບໍ່ແກ້ວ