ສ່ວຍສາອາກອນ ນະຄອນຫຼວງພະບາງ ຊຸກຍູ້ທຸລະກິດນຳໃຊ້ E-Tax Invoice ຍົກສູງການຄຸ້ມຄອງລາຍຮັບ

ສ່ວຍສາອາກອນປະຈຳນະຄອນຫຼວງພະບາງ ໄດ້ຈັດກອງປະຊຸມຜັນຂະຫຍາຍ ແລະ ເຜີຍແຜ່ລະບົບການຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນແບບເອເລັກໂຕຣນິກ (E-Tax Invoice) ຄັ້ງທີ II ຂຶ້ນເມື່ອບໍ່ດົນຜ່ານມານີ້ ທີ່ຫ້ອງປະຊຸມໃຫຍ່ນະຄອນຫຼວງພະບາງ. ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງນະຄອນຫຼວງພະບາງ ແລະ ທ່ານ ຄຳມ່ວນ ຄຳບຸນມີ ຫົວໜ້າສ່ວຍສາອາກອນປະຈຳແຂວງ, ມີບັນດາພາກສ່ວນພາກລັດ, ຕົວແທນຫົວໜ່ວຍທຸລະກິດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
 
ໃນກອງປະຊຸມ, ທ່ານ ນາງ ວະລະມົນ ສິນທະລາພອນ ຫົວໜ້າສ່ວຍສາອາກອນປະຈຳນະຄອນຫຼວງພະບາງ ໄດ້ລາຍງານສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນໃນໄລຍະ 10 ເດືອນຕົ້ນປີ 2026 ແລະ ທິດທາງແຜນການຈັດເກັບລາຍຮັບໃນ 2 ເດືອນທ້າຍປີ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດທີ່ພົ້ນເດັ່ນ, ພ້ອມທັງຂໍ້ຄົງຄ້າງ ແລະ ບັນຫາທີ່ຈະຕ້ອງຮ່ວມກັນປັບປຸງແກ້ໄຂໃຫ້ທ່ວງທັນ.
 
ຈາກນັ້ນ, ທ່ານ ຄຳຕັນ ພູມະເທບ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ ໄດ້ເຜີຍແຜ່ ແລະ ແນະນຳກ່ຽວກັບລະບົບຄຸ້ມຄອງໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ລວມທັງວິທີການຕິດຕັ້ງ ແລະ ຂັ້ນຕອນການນຳໃຊ້ລະບົບຕົວຈິງ ເພື່ອໃຫ້ພາກທຸລະກິດ ແລະ ຜູ້ປະກອບການຊື້-ຂາຍສິນຄ້າ ແລະ ບໍລິການ ເຂົ້າໃຈແຈ້ງຕໍ່ນະໂຍບາຍດັ່ງກ່າວ. ລະບົບ E-Tax Invoice ຈະຊ່ວຍໃຫ້ການອອກໃບເກັບເງິນ ແລະ ການບັນທຶກຂໍ້ມູນການຊື້-ຂາຍມີຄວາມໂປ່ງໃສ, ຊັດເຈນ, ເປັນເອກະພາບ ແລະ ສະດວກຕໍ່ການກວດກາ. ພ້ອມນີ້, ຍັງໄດ້ເປີດໂອກາດໃຫ້ຕົວແທນຫົວໜ່ວຍທຸລະກິດໄດ້ສອບຖາມ ແລະ ແລກປ່ຽນບັນຫາທີ່ພົບພໍ້ໃນພາກປະຕິບັດ ໂດຍມີຄະນະວິຊາການຊີ້ແຈງ ແລະ ແນະນຳວິທີແກ້ໄຂຢ່າງລະອຽດ.
 
ໃນຕອນທ້າຍ, ທ່ານ ສະເຫວີຍ ສີລາວັນ ໄດ້ເນັ້ນໜັກໃຫ້ບັນດາຫົວໜ່ວຍທຸລະກິດໃຫ້ການຮ່ວມມືກັບຄະນະຮັບຜິດຊອບຂັ້ນແຂວງ ແລະ ນະຄອນ ໃນການເກັບກຳຂໍ້ມູນ, ຕິດຕັ້ງອຸປະກອນ ແລະ ເຊື່ອມຕໍ່ລະບົບ E-Tax Invoice ໃຫ້ສຳເລັດຕາມກຳນົດ ພ້ອມທັງນຳໃຊ້ລະບົບດັ່ງກ່າວຢ່າງຈິງຈັງ ແລະ ຕໍ່ເນື່ອງ.
 
ການຈັດກອງປະຊຸມຄັ້ງນີ້ ເປັນການຂະຫຍາຍການນຳໃຊ້ລະບົບ E-Tax Invoice ໃຫ້ກວ້າງຂວາງຂຶ້ນ ເພື່ອຍົກສູງປະສິດທິພາບການຄຸ້ມຄອງ ແລະ ຈັດເກັບລາຍຮັບເຂົ້າງົບປະມານຂອງລັດ, ຫັນວຽກງານການເງິນ-ການຄັງໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ກວດກາໄດ້ ແນໃສ່ສ້າງຄວາມເຂັ້ມແຂງດ້ານເສດຖະກິດ-ການເງິນ ແລະ ພັດທະນານະຄອນຫຼວງພະບາງໃຫ້ກ້າວໜ້າຢ່າງຍືນຍົງ.
ຂ່າວ: ຄະນະໂຄສະນາ ນະຄອນຫຼວງພະບາງ