ປະຊາຊົນ ປາກຊ່ອງ ພົບ "ລູກເສືອແມວ" ສັດປ່າຫວງຫ້າມໃນສວນ ພ້ອມປະສານເຈົ້າໜ້າທີ່ມອບໃຫ້ສູນອະນຸລັກ

ໃນວັນທີ 12 ພະຈິກ 2026 ນີ້, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລົງເຄື່ອນໄຫວເກັບກຳຂໍ້ມູນ ແລະ ຈັດຕັ້ງປະຕິບັດວຽກງານວິຊາສະເພາະກ່ຽວກັບລູກສັດປ່າ (ລູກເສືອແມວ) ຫຼັງຈາກທີ່ໄດ້ຮັບແຈ້ງຈາກ ທ້າວ ໄຊຍະສິດ ພົມພັກດີ ປະຊາຊົນອາໄສຢູ່ບ້ານເສັດຄົດ ຕາແສງກອງຕູ່ນ ເມືອງປາກຊ່ອງ ຜູ້ທີ່ໄດ້ພົບເຫັນ ແລະ ນຳມາລ້ຽງຮັກສາໄວ້ດ້ວຍຄວາມເປັນຫ່ວງຢ້ານຖືກກະທຳຮ້າຍຈາກຄົນ ຫຼື ສັດລ້ຽງອື່ນໆ. ເຫດການດັ່ງກ່າວ ໄດ້ເລີ່ມຕົ້ນຂຶ້ນໃນວັນທີ 10 ພະຈິກ 2026, ຍາມເມື່ອ ທ້າວ ໄຊຍະສິດ ພົມພັກດີ ໄດ້ ພົບເຫັນລູກເສືອແມວໂຕດັ່ງກ່າວຢູ່ທີ່ສວນຂອງຕົນເອງ ໂດຍມີນ້ຳໜັກປະມານ 3 ກຼາມ ແລະ ເປັນເພດຜູ້. ດ້ວຍຈິດໃຈຮັກ ແລະ ປົກປ້ອງສັດປ່າ, ຜູ້ກ່ຽວຈຶ່ງໄດ້ນຳມາບຳລຸງຮັກສາເບື້ອງຕົ້ນ ພ້ອມທັງປະສານງານຕິດຕໍ່ຫາອົງການຈັດຕັ້ງ ແລະ ມູນນິທິທີ່ກ່ຽວຂ້ອງ ເພື່ອສະໜອງເຈດຈຳນົງ ຂໍສົ່ງມອບໃຫ້ສືບຕໍ່ດູແລຢ່າງຖືກຕ້ອງຕາມຫຼັກວິຊາການ.
ການລົງເຄື່ອນໄຫວປະຕິບັດໜ້າທີ່ໃນຄັ້ງນີ້ ນຳພາໂດຍ ທ່ານ ອະນຸສອນ ສິດທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງປາກຊ່ອງ, ພ້ອມດ້ວຍບັນດາ ທ່ານຕາງໜ້າຈາກຕາແສງ, ຂະແໜງການກ່ຽວຂ້ອງ, ອົງການປົກຄອງບ້ານ, ຜູ້ຕາງໜ້າຈາກມູນນິທິ WWF ປະຈຳລາວ, ຕະຫຼອດຮອດ ມູນນິທິອະນຸລັກສັດປ່າ ແລະ ຄອບຄົວຂອງຜູ້ພົບເຫັນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຫຼັກຂອງການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອ: ລົງກວດກາສະພາບຕົວຈິງ, ສ້າງບົດບັນທຶກ ລະບຽບການ ແລະ ດຳເນີນການມອບ-ຮັບຢ່າງເປັນທາງການ ໃຫ້ແກ່ພາກລັດ ແລະ ມູນນິທິອະນຸລັກສັດປ່າໃນ ສປປ ລາວ (ເຊັ່ນ ທີ່ສູນອະນຸລັກບ້ານເກີນ) ເພື່ອສືບຕໍ່ລ້ຽງດູ, ບຳລຸງຮັກສາຈົນກວ່າຈະເຕີບໃຫຍ່ສົມບູນ ແລະ ມີຄວາມພ້ອມສຳລັບການປ່ອຍຄືນສູ່ທຳມະຊາດ.
ພ້ອມນີ້ຍັງເປັນການສ້າງຄວາມຮັບຮູ້ ແລະ ເຜີຍແຜ່ລະບຽບກົດໝາຍ ເນື່ອງຈາກລູກເສືອແມວດັ່ງກ່າວ ຈັດເປັນ ສັດປ່າຫວງຫ້າມ ປະເພດ I ຕາມຂໍ້ກຳນົດຂອງ ສປປ ລາວ ແລະ ຍັງຈັດຢູ່ໃນບັນຊີ II ຂອງສົນທິສັນຍາວ່າດ້ວຍການຄ້າສັດ ແລະ ພືດປ່າທີ່ໃກ້ຈະສູນພັນ (CITES).
ຜ່ານການລົງເຄື່ອນໄຫວ, ພາກສ່ວນກ່ຽວຂ້ອງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ໄຊຍະສິດ ພົມພັກດີ ພ້ອມທັງຄອບຄົວ ທີ່ມີສະຕິສັງຄົມ ແລະ ຄວາມຮັບຜິດຊອບສູງໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສັດປ່າຫາຍາກພ້ອມທັງຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ສືບຕໍ່ເປັນຫູເປັນຕາ ແລະ ຮ່ວມມືກັນໃນວຽກງານອະນຸລັກຮັກສາສັດປ່າໃນທົ່ວຜືນແຜ່ນດິນລາວໃຫ້ຍືນຍົງຕໍ່ໄປ.