
ວັນທີ 6 ພະຈິກ 2026, ທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືສະໜອງ ແລະ ຊື້-ຂາຍກາເຟໝາກຂາວ ລະ ຫວ່າງພາກລັດ, ພາກທຸລະກິດ ແລະ ກຸ່ມສະຫະກອນຜູ້ຜະລິດກາເຟ, ໂດຍການເຂົ້າຮ່ວມມີທ່ານ ພູວັນ ພົມມະຈັນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ແລະ ຕົວແທນບໍລິສັດ-ກຸ່ມຜູ້ຜະລິດກາເຟ ເຂົ້າຮ່ວມ.
ການລົງນາມ MOU ຄັ້ງນີ້ມີຈຸດປະສົງສ້າງກົນໄກຮ່ວມມືດ້ານການຜະລິດ, ການລວບລວມຜົນຜະລິດ, ການເກັບຊື້ ແລະ ການຈັດສົ່ງກາເຟໝາກຂາວ ໃຫ້ມີລະບົບ, ມີຕະຫຼາດຮອງຮັບທີ່ແນ່ນອນ ແລະຊ່ວຍສ້າງລາຍຮັບໃຫ້ຊາວສວນກາເຟຢ່າງໝັ້ນຄົງ. ສຳລັບຝ່າຍລົງນາມປະກອບມີ ບໍລິສັດ ລັດວິສາຫະກິດການຄ້າຂາອອກ-ຂາເຂົ້າແຂວງ, ກຸ່ມສະຫະກອນໃຈກາເຟ ແລະ ກຸ່ມສະຫະກອນກາເຟ MSL ເພື່ອຮ່ວມກັນລວບລວມ ແລະ ຈັດສົ່ງຜົນຜະລິດກາເຟໃຫ້ແກ່ບໍລິສັດ ລາວກຣີນໄຮໂຕເຈນ ຈຳກັດ.
ພາຍໃນພິທີຜູ້ເຂົ້າຮ່ວມໄດ້ພິຈາລະນາຮ່າງສັນຍາ, ປະກອບຄຳເຫັນ ແລະປັບປຸງເນື້ອໃນໃຫ້ມີຄວາມຈະແຈ້ງ, ຄົບຖ້ວນ ແລະ ສອດຄ່ອງກັບລະບຽບການ ແລະ ກົດໝາຍ, ໂດຍເນັ້ນການຮັບປະກັນສິດ ແລະ ຜົນປະໂຫຍດຂອງທຸກຝ່າຍ ທັງດ້ານຄຸນນະພາບ, ປະລິມານ, ການສົ່ງມອບ ແລະການຊຳລະຄ່າສິນຄ້າ ໃຫ້ມີຄວາມໂປ່ງໃສ ແລະ ເປັນທຳ.
ທ່ານ ພູວັນ ພົມມະຈັນ ໄດ້ເນັ້ນໜັກໃຫ້ທຸກຝ່າຍປະຕິບັດຕາມເນື້ອໃນສັນຍາຢ່າງເຄັ່ງຄັດດ້ວຍຄວາມຮັບຜິດຊອບ, ຊື່ສັດ ແລະ ໂປ່ງໃສ. ພ້ອມທັງໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ປະສານງານ ແລະ ສ້າງເງື່ອນໄຂໃຫ້ກຸ່ມຜູ້ປູກກາເຟພັດທະນາການຜະລິດ, ຍົກສູງຄຸນນະພາບ ແລະ ຂະ ຫຍາຍຕະຫຼາດຈຳ ໜ່າຍ ເພື່ອໃຫ້ການຮ່ວມມືເກີດຜົນເປັນຮູບປະທຳ ແລະ ຍືນຍົງ.
ສຳລັບສະພາບການປູກກາເຟຂອງແຂວງອັດຕະປື ໃນປີ 2026, ມີເນື້ອທີ່ປູກກາເຟລວມ 1,420 ເຮັກຕາ ແລະ ມີເບ້ຍກາເຟທັງໝົດ 1,550,000 ເບ້ຍ. ສ່ວນການເກັບຊື້ ແລະ ສົ່ງອອກ ມີກາເຟໝາກແດງຫຼາຍກວ່າ 3,000 ໂຕນ ແລະ ກາເຟໝາກຂາວ 756 ໂຕນ. ຂະນະທີ່ແຜນການໄລຍະ 5 ປີ (2026-2030), ແຂວງຕັ້ງເປົ້າຊຸກຍູ້ການຜະລິດ ແລະ ຈຳໜ່າຍກາເຟໝາກແດງໃຫ້ໄດ້ 10,500 ໂຕນ ແລະ ກາເຟໝາກຂຽວ 4,450 ໂຕນ, ພ້ອມສົ່ງເສີມການພັດທະນາແບຣນກາເຟທີ່ມີຄຸນນະພາບຫຼາຍກວ່າ 10 ແບຣນ ເພື່ອຍົກສູງມູນຄ່າເພີ່ມ ແລະສ້າງຊື່ສຽງໃຫ້ກາເຟອັດຕະປື.
ການລົງນາມ MOU ຄັ້ງນີ້ຖືເປັນບາດກ້າວສຳຄັນໃນການເຊື່ອມໂຍງການຜະລິດກັບຕະຫຼາດ, ສ້າງຄວາມໝັ້ນໃຈໃນການຊື້-ຂາຍ ແລະສ້າງຕະຫຼາດຮອງຮັບຜົນຜະລິດກາເຟຢ່າງມີສະຖຽນລະພາບ, ອັນຈະຊ່ວຍເພີ່ມລາຍຮັບໃຫ້ຊາວສວນ ແລະ ປະກອບສ່ວນພັດທະນາເສດຖະກິດແຂວງອັດຕະປືໃຫ້ເຕີບ ໂຕຕໍ່ເນື່ອງ.
ຂ່າວ: ໂພທິລາດ