ລາວເພີ່ມທະວີເອົາໃຈໃສ່ວຽກງານປ້ອງກັນຄວາມປອດໄພການບິນ

ໃນວັນທີ 10 ພະຈິກ 2026 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄະນະກໍາມະການປ້ອງກັນຄວາມປອດໄພ ການບິນພົນລະເຮືອນແຫ່ງຊາດ ຄັ້ງທີ 3, ໂດຍການເປັນປະທານ ຂອງ ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການປ້ອງກັນຄວາມປອດໄພ ການບິນພົນລະເຮືອນແຫ່ງຊາດ, ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນກະຊວງໂຍທາທິການ ແລະ ຂົນສົງ, ທ່ານ ປະທານ, ຮອງປະທານ ຄະນະກຳມະການປົກຄອງ ນະຄອນຫຼວງ ແລະ ບັນດາແຂວງ, ທ່ານ ຫົວໜ້າກົມ, ຮອງກົມ ແລະ ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການຂົນສົ່ງທາງອາກາດ ແມ່ນມີຄວາມສໍາຄັນ ແລະ ຈຳເປັນໃນການປະກອບສ່ວນເຂົ້າ ໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ; ໂດຍສະເພາະ ແມ່ນການສ້າງເງື່ອນໄຂ ເພື່ອ ເຊື່ອມໂຍງ ແລະ ເຊື່ອມຈອດ ລະຫວ່າງ ສປປ ລາວ ກັບພາກພື້ນ ແລະ ສາກົນ. ວຽກງານຂົນສົ່ງ ທາງອາກາດ ຍັງໄດສ້າງ ລາຍຮັບທີ່ສຳຄັນ ຂອງປະເທດ ຊຶ່ງໄດ້ມາຈາກການບໍລິການຖຽ້ວບິນຂື້ນ -ລົງ ແລະ ບິນຜ່ານ ຂອງສາຍການບິນ ຕ່າງປະເທດ, ການບໍລິການສາຍການບິນພາຍໃນປະເທດ ແລະ ເຮັດໃຫ້ນັກທ່ອງທ່ຽວ ເດີນທາງເຂົ້າມາ ສປປ ລາວ ທີ່ນັບມື້ນັບຫລາຍຂື້ນ. ສິ່ງສໍາຄັນແມ່ນ ເຮັດໃຫ້ວຽກງານການບິນ ມີຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນ.
ວຽກງານປ້ອງກັນຄວາມປອດໄພການບິນພົນລະເຮືອນແມ່ນໜຶ່ງ ໃນວຽກງານຍຸດທະສາດ ທີ່ມີຄວາມສໍາຄັນລະດັບຊາດ ເພາະເປັນວຽກງານ ທີ່ຕິດພັນໂດຍກົງກັບຄວາມໝັ້ນຄົງ, ຄວາມສະຫງົບ, ຄວາມປອດໄພຂອງປະເທດຊາດ; ຊຶ່ງປັດຈຸບັນ, ບັນດາໄພຂົ່ມຂູ່ທາງດ້ານຄວາມ ປອດໄພການບິນມີຫຼາຍ ຮູບແບບ ແລະ ມີຄວາມທ້າທາຍສູງຂື້ນເລື້ອຍໆ.
ກອງປະຊຸມຄັ້ງນີ້ ມີວາລະສໍາຄັນຫຼາຍດ້ານຄື: 1)ການຕີລາຄາສະພາບລວມ ແລະ ການເຄື່ອນໄຫວ ໃນໄລຍະຜ່ານມາ: ລາຍງານກ່ຽວກັບສະພາບລວມ, ການຈັດຕັ້ງປະຕິບັດວຽກງານ, ທິດທາງແຜນການໃນຕໍ່ໜ້າ ແລະ ຂໍ້ສະເໜີຕ່າງໆ ຈາກກົມການບິນພົນລະເຮືອນ; 2)ການຕິດຕາມກວດກາວຽກງານພາກປະຕິບັດຕົວຈິງ: ຮັບຟັງການນໍາສະເໜີກ່ຽວກັບ ສະພາບລວມ ໃນການປະຕິບັດວຽກງານ ແລະ ການໃຫ້ການບໍລິການານສະໜາມບິນຈາກກອງສະໜາມບິນ ລາວ ແລະ ວຽກງານຄຸ້ມຄອງການຈະລາຈອນທາງອາກາດ ຈາກກອງຈະລາຈອນທາງອາກາດ; 3)ການປະກອບຄໍາເຫັນຈາກທຸກສ່ວນ: ເປີດໂອກາດໃຫ້ ບັນດາທ່ານຄະນະກາມະການໄດ້ສົນທະນາ, ປຶກສາຫາລື, ແລກປ່ຽນໂດຍຍກົງໃຫ້ເຫັນຈຸດດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ຊອກຫາວິທີແກ້ໄຂຮ່ວມກັນຢ່າງກົງໄປກົງມາ.
ໃນວາລະ ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການປ້ອງກັນຄວາມປອດໄພ ການບິນພົນລະເຮືອນແຫ່ງຊາດ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ວຽກງານປ້ອງກັນຄວາມປອດໄພ ການບິນພົນລະເຮືອນ ກໍແມ່ນໜຶ່ງໃນວຽກງານຍຸດທະສາດ ທີ່ມີຄວາມສໍາຄັນລະດັບຊາດ ເພາະເປັນວຽກງານທີ່ຕິດພັນໂດຍກົງກັບຄວາມໝັ້ນຄົງ, ຄວາມສະຫງົບ, ຄວາມປອດໄພ ຂອງປະເທດຊາດ, ປັດຈຸບັນ ບັນດາໄພຂົ່ມຂູ່ ທາງດ້ານຄວາມປອດໄພການບິນ ມີຫຼາຍຮູບແບບ ແລະ ມີຄວາມທ້າທາຍສູງຂຶ້ນເລື້ອຍໆ; ເຫດການຮ້າຍແຮງ ທີ່ໄດ້ສ້າງຄວາມເສຍຫາຍ ແລະ ຢ້ານກົວ ໃນຊ່ວງໄລຍະຜ່ານມາ ແມ່ນການນໍາເອົາເຮືອບິນ ເພື່ອເປັນອາວຸດທໍາລາຍ ໂຈມຕີພົນລະເຮືອນ ເຊິ່ງໄດ້ສ້າງຄວາມສູນເສຍທັງຊີວິດ ແລະ ຊັບສິນຢ່າງຮ້າຍແຮງ ແລະ ໜັກໜ່ວງ ດ້ວຍເຫດນັ້ນ, ໄດ້ເຮັດໃຫ້ນັກເດີນທາງເກີດຄວາມຢ້ານກົວ ແລະ ບໍ່ໝັ້ນໃຈ ໃນການເດີນທາງດ້ວຍເຮືອບິນ ຕໍ່ກັບບັນຫາດັ່ງກ່າວ, ທຸກປະເທດໃນໂລກ ທີ່ເປັນສະມາຊິກ ຂອງອົງການ ການບິນພົນລະເຮືອສາກົນ ລວມທັງ ສປປ ລາວ ແມ່ນໄດ້ມີການປັບປຸງ, ຍົກລະດັບ ແລະ ວາງມາດຕະການ, ລະບົບປ້ອງກັນຄວາມປອດໄພ ການບິນພົນລະເຮືອນ ໃຫ້ມີມາດຕະຖານຄວາມປອດໄພ ແລະ ປ້ອງກັນຄວາມປອດໄພ ໂດຍອີງຕາມມາດຕະຖານສາກົນ, ທຸກປະເທດ ໄດ້ມີການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ ເພື່ອເພີ່ມທະວີການສະກັດກັ້ນ ແລະ ຕອບໂຕ້ຕໍ່ຜູ້ກໍ່ການຮ້າຍ ທີ່ຍາມໃດກໍມີເປົ້າໝາຍ ມ້າງເພທຳລາຍ ແລະ ສ້າງຄວາມເສຍຫາຍຕໍ່ການບິນພົນລະເຮືອນ.