ໃນທ່າມກາງການຂະຫຍາຍຕົວຂອງອຸດສາຫະກຳການທ່ອງທ່ຽວໃນ ສປປ ລາວ, ບັນດາຜູ້ປະກອບການທ້ອງຖິ່ນໄດ້ມີບົດບາດສຳຄັນຢ່າງຍິ່ງໃນການຂັບເຄື່ອນເສດຖະກິດ ແລະ ສ້າງວຽກເຮັດງານທຳ. ບ້ານດອນຄອນ ເມືອງໂຂງ ເຊິ່ງເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ປະຫວັດສາດອັນລືຊື່ຂອງແຂວງຈຳປາສັກ, ປະຈຸບັນໄດ້ກາຍເປັນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈ.
ທ່ານ ເທບໃໝ່ ທອງສາລີ ເຈົ້າຂອງໂຮງແຮມ ແລະ ຮ້ານອາຫານ ແສງອາລຸນ ລີສອດ ດອນຄອນ ໄດ້ໃຫ້ສໍາພາດກ່ຽວກັບເສັ້ນທາງການດຳເນີນທຸລະກິດວ່າ: ຈຸດເລີ່ມຕົ້ນແມ່ນມາຈາກຮ້ານອາຫານ ເຊິ່ງຖືເປັນຈຸດສຳຄັນທີ່ສຸດ ເພາະຖ້າໃຜມາທ່ຽວເຂດນີ້ແລ້ວ ກໍຕ້ອງໄດ້ແວ່ຊິມອາຫານທີ່ຮ້ານແສງອາລຸນ . ຕໍ່ມາ, ດ້ວຍຄວາມຕ້ອງການຂອງລູກຄ້າທີ່ເພີ່ມຂຶ້ນ, ທ່ານຈຶ່ງໄດ້ຕໍ່ຍອດຈາກບັງກະໂລ ແລະ ຫ້ອງພັກຈຳນວນໜ້ອຍ ມາສູ່ການລົງທຶນສ້າງໂຮງແຮມຢ່າງຈິງຈັງໃນຊ່ວງປີ 2017. ປັດຈຸບັນ, ແສງອາລຸນ ລີສອດ ມີຫ້ອງພັກໃຫ້ບໍລິການລວມທັງໝົດ 36 ຫ້ອງ (ລວມທັງບັງກະໂລ ແລະ ຫ້ອງພັກແບບດັ້ງເດີມທີ່ຮັກສາໄວ້ເປັນທີ່ລະລຶກເພື່ອຄົງບັນຍາກາດເກົ່າແກ່ອັນເປັນເອກະລັກ) ພ້ອມທັງມີຮ້ານອາຫານທີ່ມີຊື່ສຽງໂດ່ງດັງໃນເລື່ອງລົດຊາດແຊບຖືກປາກ, ໂດຍສະເພາະເມນູປາແມ່ນ້ຳຂອງສົດໆ ແລະ ເມນູແຈ່ວຮ້ອນເມືອງໂຂງ ທີ່ມີລົດຊາດເປັນເອກະລັກສະເພາະຂອງພາກໃຕ້.
ເມື່ອເວົ້າເຖິງການພັດທະນາໂຄງລ່າງພື້ນຖານ, ທ່ານ ເທບໃໝ່ ທອງສາລີ ໄດ້ເລົ່າວ່າ: "ເມື່ອກ່ອນເສັ້ນທາງຄົມມະນາຄົມມີຄວາມເປ່ເພ ແລະ ພົບຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະເສັ້ນທາງດິນແດງທີ່ເປັນຂຸມ ແລະ ໂຄ້ງຄົດລ້ຽວ ເຊິ່ງໃຊ້ເວລາເດີນທາງດົນ ແລະ ລຳບາກໃນການຂົນສົ່ງສິນຄ້າ. ແຕ່ພາຍຫຼັງທີ່ມີ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB), ຊຶ່ງໂຄງການດັ່ງກ່າວໄດ້ປັບປຸງເສັ້ນທາງ ແລະ ສິ່ງອໍານວຍຄວາມສະດວກຢູ່ບ້ານນາກະສັງ, ດອນເດດ-ດອນຄອນ ເລີ່ມກໍ່ສ້າງໃນປີ 2020 ປະກອບມີ ເສັ້ນທາງຄອນກີດເຂົ້າບ້ານນາກະສັງ 2.8 ກິໂລແມັດ ແລະ ເສັ້ນທາງຖີບລົດຢູ່ດອນເດດ-ດອນຄອນ 18 ກວ່າກິໂລແມັດ ລວມມູນຄ່າ 3.96 ລ້ານໂດລາສະຫະລັດ, ເຊິ່ງໄດ້ສໍາເລັດ ແລະ ມອບ-ຮັບຢ່າງເປັນທາງການໃນປີ 2024, ໄດ້ສົ່ງຜົນໃຫ້ການສັນຈອນໄປມາສະດວກສະບາຍຂຶ້ນຫຼາຍເທົ່າ, ເຮັດໃຫ້ນັກທ່ອງທ່ຽວສາມາດເດີນທາງເຂົ້າມາທ່ຽວຊົມພາຍໃນບ້ານສະດວກຂຶ້ນ."
ການປ່ຽນແປງນີ້ ບໍ່ພຽງແຕ່ເຮັດໃຫ້ທຸລະກິດໂຮງແຮມ ແລະ ຮ້ານອາຫານມີລາຍຮັບເພີ່ມຂຶ້ນ ແລະ ມີຜູ້ມາໃຊ້ບໍລິການໜາແໜ້ນຂຶ້ນໃນຊ່ວງລະດູທ່ອງທ່ຽວ (High Season) ເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ປະຊາຊົນໃນທ້ອງຖິ່ນສາມາດນຳເອົາຜົນຜະລິດທາງການກະເສດ ແລະ ສິນຄ້າຕ່າງໆ ໄປຈຳໜ່າຍໄດ້ງ່າຍຂຶ້ນອີກດ້ວຍ.
ໃນໂອກາດດັ່ງກ່າວ, ທ່ານ ເທບໃໝ່ ທອງສາລີ ໄດ້ສະແດງຄວາມຂອບໃຈມາຍັງພາກລັດ ແລະ ທະນາຄານພັດທະນາອາຊີບ (ADB) ທີ່ໄດ້ຮ່ວມມືກັນພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນ ຊຶ່ງຊ່ວຍສົ່ງເສີມເສດຖະກິດໃນລະດັບທ້ອງຖິ່ນ ແລະ ສ້າງໃບໜ້າໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ເມືອງໂຂງ ແຂວງຈຳປາສັກ. ພ້ອມດຽວກັນນີ້, ທາງຜູ້ປະກອບການຍັງໄດ້ຝາກຄວາມຮັກແພງ ແລະ ຍິນດີຕ້ອນຮັບແຂກທ່ອງທ່ຽວທຸກທົ່ວໜ້າ ທີ່ມາທ່ຽວຊົມທາງພາກໃຕ້ ໃຫ້ແວ່ມາໃຊ້ບໍລິການພັກຜ່ອນ ແລະ ທານອາຫານທີ່ ແສງອາລຸນ ລີສອດ ດອນຄອນ ດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ.
ຂຽນໂດຍ: ສາວລາວໃຕ້