
ໃນວັນທີ 6 ພະຈິກ 2026 ທີ່ຜ່ານມາ, ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ,ທະນາຄານເອັສທີ ໃຫ້ແກ່ງານເດີນແບບອາພອນລາວບັນດາເຜົ່າເພື່ອການກຸສົນ ພາຍໃຕ້ຫົວຂໍ້ “ເສັ້ນທາງຫ່ວງໃຍໄປເຖິງ” ເຊິ່ງເປັນການປະກອບສ່ວນສົ່ງຕໍ່ນ້ຳໃຈ ແລະ ຄວາມຫ່ວງໃຍສູ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ.
ງານດັ່ງກ່າວຈັດຂຶ້ນເພື່ອເປັນການລະດົມທຶນຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີ່ທຸກຍາກ ຢູ່ໃນເຂດຫ່າງໄກສອກຫຼີກ ຄຽງຄູ່ກັບການສົ່ງເສີມ ແລະ ອະນຸລັກຄຸນຄ່າທາງວັດທະນະທຳລາວ ໂດຍສະເພາະ ສິລະປະຫັດຖະກຳ ແລະ ເອກະລັກການແຕ່ງກາຍຂອງບັນດາເຜົ່າລາວ ໃຫ້ໄດ້ຮັບການສືບສານ ແລະ ເຜີຍແຜ່ສູ່ສັງຄົມຢ່າງກວ້າງຂວາງ.
ການຮ່ວມສະໜັບສະໜູນໃນຄັ້ງນີ້ ບໍ່ພຽງແຕ່ເປັນການສົ່ງຕໍ່ນ້ຳໃຈ ແລະ ໂອກາດໃຫ້ແກ່ຜູ້ດ້ອຍໂອກາດເທົ່ານັ້ນ ແຕ່ຍັງສະແດງເຖິງຄວາມມຸ່ງໝັ້ນຂອງ ທະນາຄານເອັສທີ ໃນການດຳເນີນທຸລະກິດ ຄຽງຄູ່ກັບການຮັກສາມໍລະດົກອັນລ້ຳຄ່າຂອງຊາດ ເພື່ອສ້າງຄຸນຄ່າທີ່ຍືນຍົງໃຫ້ແກ່ສັງຄົມ.