ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ເນັ້ນພິຈາລະນາແຜນພັດທະນາເສດຖະກິດ-ສັງຄົມ ແລະ ມາດຕະການແກ້ໄຂບັນຫາຮີບດ່ວນ.

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະ ຄອນຫຼວງວຽງຈັນ ຊຸດທີ V ຈັດຂຶ້ນວັນທີ ວັນທີ 10 ພະຈິກ 2026 ທີ່ຫ້ອງວ່າການະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ປອ ອາດສະພັງທອງ ສີພັນດອນ ປະທານສະພາປະ ຊາຊົນ ນະຄອນຫຼວງວຽງຈັນ ມີທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ບັນດາທ່ານການນໍາພັກ-ລັດຂອງນະຄອນຫຼວງວຽງຈັນ ສະມາ ຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງ ຈັນ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ປະທານ ຮອງປະທານຄະນະກຳມະການປົກຄອງເມືອງ ຫົວໜ້າ- ຮອງຫົວໜ້າ ພະແນກການ ອົງການຈັດຕັ້ງພັກ-ລັດເຂົ້າຮ່ວມ.

ທ່ານ ປອ ອາດສະພັງທອງ ສີພັນດອນ ກ່າວວ່າ ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 4 ວັນ (ແຕ່ວັນທີ 10 ຫາ 13 ພະຈິກ 2026) ເຊິ່ງຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນຄື ພິຈາລະນາ ຮັບ ຮອງເອົາບົດລາຍງານຂອງຄະນະກຳມະການປົກຄອງນະຄອນ ຫຼວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຜນງົບປະມານແຫ່ງລັດ 9 ເດືອນ ຄາດຄະເນໝົດປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຂອງນະຄອນຫຼວງວຽງຈັນ ຮັບຟັງການລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດການພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກໂດຍສະເພາະແມ່ນການສ້າງແຜນປະຕິບັດງານ ແລະ ໂຄງການຢູ່ນະຄອນຫຼວງວຽງຈັນ  ພິຈາລະນາ ຮັບຮອງເອົາ ໂຄງ ການສຳຫຼວດອອກແບບວາງແຜນຜັງເທດສະບານເມືອງນາຊາຍທອງ ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ຮັບຟັງການ ລາຍງານຊີ້ແຈງບັນຫາສໍາຄັນຕ່າງໆຂອງນະຄອນຫຼວງວຽງຈັນ 3 ບັນຫາຄື ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະ ສາດການບໍລິຫານຈັດການຂີ້ເຫຍື້ອ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ຄລ ສພ,ລົງວັນທີ 07 ພຶດສະພາ 2026 ວ່າດ້ວຍການເພິ່ມທະວີຊີ້ນໍາຂອງພັກຕໍ່ວຽກງານແຮ່ທາດ ການຄຸ້ມຄອງ ແລະ ແກ້ໄຂບັນ ຫາຫຍໍ້ທໍ້ຂົງເຂດຊັບພະຍາກອນທໍາມະຊາດ ລາຍງານກ່ຽວກັບສະພາບການສຶກສາຕິດພັນກັບບັນຫາການປະລະການຮຽນຂອງນັກຮຽນໃນຊັ້ນປະຖົມ ແລະ ຊັ້ນມັດທະຍົມ ແລະ ບັນຫາການ ຂາດແຄນຄູສອນໂດຍສະເພາະຢູ່ເຂດຊານເມືອງຄື ເມືອງສັງທອງ ແລະ ເມືອງປາກງື່ມ ພິຈາລະນາ ຮັບຮອງເອົາການສ້າງນິຕິກຳຂອງນະຄອນຫຼວງວຽງຈັນ 3 ສະບັບຄື ຮ່າງຂໍ້ຕົກລົງ ວ່າດ້ວຍພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າຂອງກິດຈະ ການໂຮງແຮມ ຣີສອດ ເຮືອນພັກ ຄອນໂດມີນຽມ ອາພັດເມັ້ນ ເຮືອນໃຫ້ເຊົ່າ ເຮືອນຫ້ອງແຖວ ແລະ ຜູ້ມາພັກເຊົາ ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທີ່ຈອດລົດໃນຕົວເມືອງນະຄອນຫຼວງວຽງຈັນ ຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ ພິຈາລະນາ ຮັບຮອງເອົາການສະເໜີປັບ ປຸງນິຕິກໍາ 2 ສະບັບຄື ຂໍ້ຕົກລົງ ວ່າດ້ວຍການປະເມີນລາຄາທີ່ ດິນທົ່ວນະຄອນຫຼວງວຽງຈັນ (ສະບັບປັບປຸງ) ຂໍ້ຕົກລົງ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງນະຄອນຫຼວງວຽງຈັນ (ສະບັບປັບປຸງ) ພິຈາລະ ນາ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027 ຂອງສະພາປະຊາ ຊົນ ນະຄອນຫຼວງວຽງຈັນ ອົງການກວດສອບປະຈຳພາກກາງ 1 ອົງການກວດກາລັດນະຄອນຫຼວງວຽງຈັນ ອົງການໄອຍະການປະຊາຊົນ (ພາກກາງ ແລະ ນະຄອນ ຫຼວງວຽງຈັນ) ແລະ ສານປະຊາຊົນ (ພາກກາງ ແລະ ນະຄອນຫຼວງວຽງຈັນ) ຮັບຟັງການ ລາຍງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານປະຈໍາປີ 2026 ແລະ ທິດທາງແຜນການປະຈໍາປີ 2027 ຂອງກອງປະ ຕິບັດຄຳຕັດສິນຂອງສານ ປະຈໍານະຄອນຫຼວງວຽງຈັນ ຮັບຟັງການປະກອບຄຳເຫັນຂອງອົງການແນວລາວສ້າງຊາດກ່ຽວກັບການປະຕິບັດໜ້າທີ່ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V.

ນອກນັ້ນ ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງຂອງຄະນະກໍາ ມະການປົກຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ.