ເທີນ-ຫີນບູນ ສືບຕໍ່ພັດທະນາການສຶກສາເຂດຊົນນະບົດ, ປັບປຸງໂຮງຮຽນປະຖົມສົມບູນບ້ານແກ້ງວັກ ມູນຄ່າກວ່າ 400 ລ້ານກີບ

ໃນວັນທີ 6 ພະຈິກ 2026, ທີ່ບ້ານແກ້ງວັກ, ເມືອງບົວລະພາ, ແຂວງຄຳມ່ວນ, ໄດ້ມີພິທີມອບ-ຮັບໂຄງການປັບປຸງໂຮງຮຽນປະຖົມສົມບູນບ້ານແກ້ງວັກ ຢ່າງເປັນທາງການ ທ່າມກາງບັນຍາກາດແຫ່ງຄວາມປິຕິຍິນດີ ແລະ ຮອຍຍິ້ມຂອງຄູ-ອາຈານ, ນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນຊາວບ້ານແກ້ງວັກ. ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ດວງຕາ ນຽມທະນັນ, ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງບົວລະພາ, ຕາງໜ້າບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ໃນນາມຜູ້ໃຫ້ທຶນສະໜັບສະໜູນ ມີທ່ານ ປອ. ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫຍ່ ພ້ອມດ້ວຍຄະນະ ແລະ ພະນັກງານ; ພ້ອມນີ້ ຍັງມີຕາງໜ້າຫ້ອງການ ແະລ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ອົງການປົກຄອງບ້ານ, ຄູອາຈານ ແລະ ພໍ່ແມ່ປະຊາຊົນບ້ານແກ້ງວັກ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ມອບໂຄງການໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາເມືອງບົວລະພາ ຕາງໜ້າໂດຍ ທ່ານ ຄໍາໃສ ແກ້ວບົວໄລ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງບົວລະພາ ເປັນຜູ້ຮັບ ພ້ອມທັງໄດ້ສົ່ງມອບຕໍ່ໃຫ້ແກ່ ອົງການປົກຄອງບ້ານ ແລະ ຄະນະຄູອາຈານໂຮງຮຽນປະຖົມສົມບູນບ້ານແກ້ງວັກ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ເຂົ້າໃນການຮຽນ-ການສອນຕົວຈິງ.

ຈາກຫ້ອງຮຽນປະຖົມປະຖານສູ່ອາຄານທີ່ໝັ້ນຄົງກວ່າດ້ວຍພະລັງແຫ່ງຄວາມຮ່ວມແຮງຮ່ວມໃຈ: ຈາກອະດີດທີ່ເຄີຍເປັນພຽງອາຄານປະຖົມປະຖານ ເຊິ່ງຕ້ອງຜະເຊີນກັບລົມພັດ ແລະ ຝົນຕົກ ມາຮອດມື້ນີ້, ໂຮງຮຽນປະຖົມສົມບູນບ້ານແກ້ງວັກ ໄດ້ຮັບການປັບປຸງໃຫ້ກາຍເປັນອາຄານຮຽນທີ່ແໜ້ນໜາ ແລະ ປອດໄພຂື້ນ ເພື່ອເປັນສະຖານທີ່ບົ່ມສອນຄວາມຮູ້ໃຫ້ແກ່ອະນາຄົດຂອງຊາດ.

ຜູ້ອຳນວຍການໃຫຍ່ ບໍລິສັດ THPC ໄດ້ກ່າວວ່າ: ການປັບປຸງໂຮງຮຽນຫຼັງນີ້ໄດ້ເລີ່ມລົງມືປະຕິບັດຕັ້ງແຕ່ວັນທີ 04 ພຶດສະພາ 2026 ແລະ ສຳເລັດລົງໃນວັນທີ 07 ສິງຫາ 2026. ໜ້າວຽກຫຼັກປະກອບມີ: ການກໍ່ຝາດ້ວຍດິນບ໋ອກ ພ້ອມທັງໂບກ ແລະ ທາສີທັງພາຍໃນ-ພາຍນອກ, ເທພື້ນເບຕົງຫ້ອງຮຽນ, ຕິດຕັ້ງວົງກົບ ພ້ອມບານປະຕູ-ປ່ອງຢ້ຽມຄົບຊຸດ ແລະ ຕິດຕັ້ງສີໜ້າອາຄານທັງສອງດ້ານ. ມູນຄ່າການກໍ່ສ້າງປັບປຸງທັງໝົດ 372,237,400 ກີບ (ສາມຮ້ອຍເຈັດສິບສອງລ້ານ ສອງແສນສາມສິບເຈັດພັນ ສີ່ຮ້ອຍກີບ), ຊຶ່ງເກີດຂຶ້ນຈາກນ້ຳໃຈອັນດີງາມຂອງຜູ້ເຂົ້າຮ່ວມງານແຂ່ງຂັນກ໊ອຟການກຸສົນປະຈຳປີ 2026 ຂອງບໍລິສັດ ເທີນ-ຫີນບູນ. ສິ່ງທີ່ໜ້າປະທັບໃຈ ແລະ ເປັນແບບຢ່າງອັນດີງາມຄື: ໂຄງການນີ້ບໍ່ໄດ້ເກີດຂຶ້ນຈາກງົບປະມານພຽງຢ່າງດຽວ, ແຕ່ເກີດຈາກ “ຄວາມເປັນເຈົ້າການ ແລະ ພະລັງຄວາມສາມັກຄີ” ຂອງຊຸມຊົນ. ພໍ່ແມ່ປະຊາຊົນ ແລະ ອົງການປົກຄອງບ້ານແກ້ງວັກ ໄດ້ພ້ອມໃຈກັນປະກອບສ່ວນເຫື່ອແຮງຢ່າງຕັ້ງໜ້າ ທັງການຂົນດິນຖົມພື້ນ ແລະ ການທາສີອາຄານຮຽນ ຈົນສຳເລັດສົມບູນ.

ມອບອຸປະກອນການສຶກສາ ເພື່ອຊ່ວຍເປີດປະຕູສູ່ການຮຽນຮູ້ໃນຍຸກໃໝ່: ຄຽງຄູ່ນັ້ນ ເພື່ອເປັນການຕ້ອນຮັບສົກຮຽນ 2026–2027, ບໍລິສັດ THPC ຍັງໄດ້ສົມທົບທຶນຮ່ວມກັບນ້ຳໃຈບໍລິຈາກຂອງພະນັກງານ ຈັດຊື້ອຸປະກອນການສຶກສາ ແລະ ກິລາ ມາມອບໃຫ້ແກ່ນ້ອງນັກຮຽນ ແລະ ຄູ-ອາຈານ ລວມມູນຄ່າ 31,980,000 ກີບ. ອຸປະກອນດັ່ງກ່າວປະກອບມີ: ປຶ້ມຂຽນ, ປຶ້ມແບບຮຽນ, ອຸປະກອນກິລາ, ຕະຫຼອດຮອດເຄື່ອງພິມເອກະສານ (Printer) ແລະ ຄອມພິວເຕີ ເພື່ອຊ່ວຍຍົກລະດັບຄຸນນະພາບການສິດສອນ ແລະ ເປີດໂລກກະທັດການຮຽນຮູ້ຂອງເດັກນ້ອຍໃນເຂດຫ່າງໄກສອກຫຼີກ. (ລວມມູນຄ່າການຊ່ວຍເຫຼືອທັງໝົດໃນຄັ້ງນີ້ສູງເຖິງ 404,217,400 ກີບ).

ໃນໂອກາດດຽວກັນ, ທ່ານ ດວງຕາ ນຽມທະນັນ, ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງບົວລະພາ, ຕາງໜ້າໃຫ້ແກ່ອົງການປົກຄອງເມືອງບົວລະພາ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງ ຄະນະຜູ້ບໍລິຫານ ແລະ ພະນັກງານ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ຍື່ນມືເຂົ້າມາຊ່ວຍເຫຼືອພັດທະນາພື້ນຖານໂຄງລ່າງການສຶກສາໃຫ້ແກ່ບ້ານແກ້ງວັກ ເຊິ່ງເປັນການສ້າງໂອກາດ ແລະ ເສີມຂະຫຍາຍຄວາມເຂັ້ມແຂງໃຫ້ແກ່ຂະແໜງການສຶກສາຂອງເມືອງບົວລະພາ ໃຫ້ນັບມື້ໄດ້ຮັບການພັດທະນາດີຂຶ້ນ.

ພາລະກິດເພື່ອຄວາມຍືນຍົງຂອງ THPC: ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຍຶດໝັ້ນສະເໝີວ່າ ການພັດທະນາຊັບພະຍາກອນມະນຸດ ແລະ ການຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນ ຄືພັນທະກິດຄູ່ຂະໜານກັບການຜະລິດພະລັງງານສະອາດ. ບໍລິສັດຍັງຄົງມຸ່ງໝັ້ນສືບຕໍ່ດຳເນີນງານຕາມວິໄສທັດ ຄື: “ເປັນຕົວແບບໃນການພັດທະນາໂຄງການໄຟຟ້ານ້ຳຕົກແບບຍືນຍົງໃນ ສປປ ລາວ”.

THPC ປະກອບດ້ວຍ 2 ເຂື່ອນ ຄື: ເຂື່ອນເທີນ-ຫີນບູນ ແລະ ເຂື່ອນນ້ຳຍວງ ແລະ ມີເຮືອນຈັກ 2 ແຫ່ງ (ຕັ້ງຢູ່ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ), ມີກຳລັງຕິດຕັ້ງລວມ 520 ເມກາວັດ. ນອກຈາກການຜະລິດໄຟຟ້າແລ້ວ, ບໍລິສັດຍັງໄດ້ຈັດຕັ້ງປະຕິບັດໂຄງການພັດທະນາສັງຄົມ ແລະ ສິ່ງແວດລ້ອມຢ່າງກວ້າງຂວາງໃນ 03 ຕົວເມືອງ ພາຍໃນ 02 ແຂວງ. ນັບແຕ່ເລີ່ມດຳເນີນທຸລະກິດໃນປີ 1998 ຫາ 2025, THPC ໄດ້ປະຕິບັດພັນທະທາງດ້ານການເງິນໃຫ້ແກ່ລັດຖະບານລາວ ລວມມູນຄ່າຫຼາຍກວ່າ 958.19 ລ້ານໂດລາສະຫະລັດ (ປະກອບມີ: ເງິນປັນຜົນ 604.56 ລ້ານໂດລາ, ຄ່າພາກຫຼວງ 136.3 ລ້ານໂດລາ, ອາກອນກຳໄລ 184.3 ລ້ານໂດລາ ແລະ ສົ່ງເງິນຕົ້ນທຶນຄືນ 33 ລ້ານໂດລາສະຫະລັດ) ຊຶ່ງເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນໃນການຮ່ວມສ້າງສາ ແລະ ພັດທະນາປະເທດຊາດຢ່າງແທ້ຈິງ.