10 ເດືອນປີ 2026 ອຸດສະຫະກໍາ ແລະການຄ້າແຂວງສະຫວັນນະເຂດ ມີຜົນງານພົ້ນເດັ່ນ

ຖືເປັນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ມີຄວາມພົ້ນເດັ່ນພໍ່ສົມຄວນ ສໍາລັບແະແນກອຸດສາຫະກໍາ ແລະ ການຄ້າແຂວງະຫວັນນະເຂດ ພາຍໃນ 10 ເດືອນ ປີ 2026 ເຮັດໃຫ້ຕົວເລກການຄ້າໄດ້ຕາມຄາດໝາຍທີ່ວາງໄວ້ ພ້ອມວາງທິດທາງ 2 ເດືອນທ້າຍປີໃຫ້ຕົວເລກອອກມາງອກງາມຕາມກໍານົດຄາດໝາຍ.

ທ່ານ ສີທັດຖະ ພອນສະຫວັນ ວ່າການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ນັກຂ່າວໜັງສືພິມ ເສດຖະກິດ-ສັງຄົມ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ແຂວງສະຫວັນນະເຂດສາມາດສ້າງມູນຄ່າ​ການ​ຄ້າໃນ 10 ເດືອນ ປີ 2026 ປະຕິບັດໄດ້ 3,808,849,785 ໂດລາ (83,794.69 ຕື້ກວ່າກີບ) ຫຼື ເທົ່າກັບ 92.25% ທຽບໃສ່ແຜນການປີ 4,128,736,659 ໂດລາ,  ເມືອທຽບໃສ່ໄລຍະດຽວກັນຂອງປີຜ່ານມາມູນຄ່າ 3,663,650,136 ໂດລາ ແມ່ນເພີ່ມຂື້ນ 145,199,648 ໂດລາ ຫຼື 3.96 %, ໃນ ມູນຄ່າການສົ່ງອອກ 2,276,527,762 ໂດລາ (50,083.61 ຕື້ກວ່າກີບ) ແລະ ມູນຄ່າການນໍາເຂົ້າ 1,532,322,023 ໂດລາ (33,711.08 ຕື້ກວ່າກີບ), ເມື່ອສົມທຽບມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າທົ່ວແຂວງໃນໄລຍະ 10 ເດືອນຂອງປີ 2026 ເຫັນວ່າແຂວງສະຫວັນນະເຂດຍັງເປັນແຂວງທີ່ສຶບຕໍ່ໄດ້ດຸນການຄ້າ ເຊິ່ງມີມູນຄ່າ 744,205,739 ໂດລາ (10,498.52 ຕື້ກວ່າກີບ), ນອກນັ້ນການອຳນວຍຄວາມສະດວກໃຫ້ແກ່ການຄ້າຜ່ານແດນສາກົນ ສາມາດປະຕິບັດໄດ້ 17,095,097,513.00 ໂດລາ ( 376,092.14 ຕື້ກວ່າກີບ ).

ສິນຄ້າສົ່ງອອກສ່ວນໃຫຍ່ແມ່ນ ແຮ່ຄໍາປະສົມ, ເຫຍື່ອເຈ້ຍ, ຜະລິດຕະພັນເຈ້ຍເທດສໄລເນີ, ແຜ່ນທອງແດງ, ນໍ້າຕານຊາຍແດງ, ຜະລິດຕະພັນຍ່ອຍຂອງກ້ອງຖ່າຍຮູບ, ຢາງພາລາສໍາເລັດຮູບ, ສົ່ງອອກງົວ, ແປ້ງມັນຕົ້ນ ແລະ ມັນຕົ້ນແຫ້ງ, ສ່ວນສິນຄ້ານໍາເຂົ້າສ່ວນໃຫຍ່ ນໍ້າມັນກາສ່ວນ, ແອັດຊັງ, ເຄື່ອງອຸປະໂພກບໍລິໂພກ, ເຈ້ຍເສດ, ນໍ້າຕານຊາຍຂາວ,​ ແມ່ປຸ໋ຍ( ຍູເລຍ ) ງົວ-ຄວາຍ, ສິ້ນສ່ວນລົດບັນທຸກບໍ່ທັນປະກອບ, ອາຊິດຊຸນຟຸຣິກ ແລະ ເຄື່ອງດຶ່ມກະທະງແດງກະປອງ ແລະ ອື່ນໆ.  

ສໍາລັບທິດທາງແຜນການປະຕິບັດວຽກງານໃນ 2 ເດືອນທ້າຍປີ 2026 ແມ່ນຈະໄດ້ສຶບຕໍ່ສ້າງ ແລະເອື້ອຍອໍານວຍຄວາມສະດວກຕ່າງໆໃຫ້ແກ່ພາກສ່ວນທຸລະກິດໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າໃຫ້ທັນກັບຄວາມຕ້ອງການຂອງຕະຫຼາດ, ຄາດວ່າຈະສ້າງມູນຄ່າການນໍາເຂົ້າ ແລະ ສົ່ງອອກ 02  ເດືອນທ້າຍປີ 2026 ຄາດຈະບັນລຸ 725,036,420 ໂດລາ (15,950.80 ຕື້ກວ່າກີບ), ໃນນັ້ນມູນຄ່າການສົ່ງອອກສິນຄ້າ 441,320,806 ໂດລາ (9,709.05 ຕື້ກວ່າກີບ) ແລະ ມູນຄ່າການນໍາເຂົ້າ 283,715,614 ໂດລາ (6,241.74 ຕື້ກວ່າກີບ) ສຶບຕໍ່ເປັນແຂວງໄດ້ດຸ່ນການຄ້າໃນ ມູນຄ່າ 157,605,192 ໂດລາ( 3,467.31 ຕື້ກວ່າກີບ) ແລະ ມູນຄ່າຜ່ານແດນສາກົນ 927,531,229 ໂດລາ ( 20,405.68 ຕື້ກວ່າກີບ ).

ຂ່າວ: ໂພທິລາດ