
ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງສູນກາງພັກ, ລັດຖະບານ ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ທ່າມກกลางຄວາມທ້າທາຍຈາກສະພາບການສາກົນ ແລະ ພາກພື້ນທີ່ຍັງຄົງເຄັ່ງຮ້ອນ.
ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການ ປີ 2027 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໃນວັນທີ 10 ພະຈິກ ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 9 ເດືອນຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງສູນກາງພັກ, ລັດຖະບານ ແລະ ສະພາປະຊາຊົນ ນວ. ທ່າມກາງຄວາມທ້າທາຍຈາກສະພາບການສາກົນ ແລະ ພາກພື້ນທີ່ຍັງຄົງເຄັ່ງຮ້ອນ, ແຕ່ເສດຖະກິດຂອງນະຄອນຫຼວງວຽງຈັນ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ອັດຕາການເຕີບໂຕ (GDP): ໃນ 9 ເດືອນ ສາມາດຂະຫຍາຍຕົວຢູ່ໃນລະດັບ 6.2% ແລະ ຄາດຄະເນໝົດປີ 2026 ຈະຂະຫຍາຍຕົວຢູ່ໃນລະດັບ 7.6% (ແຜນການປີ ໃຫ້ບັນລຸ 8%) ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 95,351.54 ຕື້ກີບ, ໂດຍມີ GDP ສະເລ່ຍຕໍ່ຫົວຄົນ 106 ລ້ານກີບ ໃນນີ້ ຂະແໜງກະສິກຳ ຂະຫຍາຍຕົວ 7% (ກວມເອົາ 15.5%); ຂະແໜງອຸດສາຫະກຳ ຂະຫຍາຍຕົວ 8.3% (ກວມເອົາ 47.8%); ຂະແໜງບໍລິການ ຂະຫຍາຍຕົວ 6.9% (ກວມເອົາ 36.7%).
ດ້ານງົບປະມານ ການເກັບລາຍຮັບໃນ 9 ເດືອນຜ່ານມາສາມາດປະຕິບັດໄດ້ 14,969.92 ຕື້ກີບ ເທົ່າກັບ 96.56% ຂອງແຜນການ (ເພີ່ມຂຶ້ນ 32.29% ທຽບໃສ່ໄລຍະດຽວກັນ) ແລະ ຄາດຄະເນໝົດປີຈະເກັບລາຍຮັບໄດ້ 17,112.92 ຕື້ກີບ ເທົ່າກັບ 110.38% ເກີນແຜນປະມານ 1,609.11 ຕື້ກີບ. ສ່ວນດ້ານລາຍຈ່າຍປະຕິບັດໄດ້ 1,084.37 ຕື້ກີບ ເທົ່າກັບ 75.53% ຂອງແຜນການ ແລະ ໝົດປີ ຈະປະຕິບັດບໍ່ເກີນແຜນທີ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຮັບຮອງ ບົນຈິດໃຈປະຢັດ ແລະ ຕ້ານການຟຸມເຟືອຍ (ແຜນການປີ 1,435.72 ຕື້ກີບ).
ດ້ານການລົງທຶນ: ການລົງທຶນເພື່ອການພັດທະນາ ປະຕິບັດໄດ້ 32,130.52 ຕື້ກີບ (ລື່ນແຜນ 6.6%), ໃນນັ້ນ: ການລົງທຶນຂອງລັດ 274.32 ຕື້ກີບ, ການຊ່ວຍເຫຼືອ ODA 1,128.59 ຕື້ກີບ ແລະ ການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ (FDI) ປະຕິບັດໄດ້ 30,727.61 ຕື້ກີບ ພ້ອມທັງດຶງດູດການລົງທຶນໃນເຂດເສດຖະກິດພິເສດໄດ້ 29 ບໍລິສັດ.
ສຳລັບທິດທາງແຜນການ ປີ 2027, ທ່ານ ປະທານຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ ໄດ້ເນັ້ນໜັກເຖິງການສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວສະເລ່ຍໃນລະດັບ 8%, ລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ບັນລຸ 101,641.26 ຕື້ກີບ, ພ້ອມທັງສຸມໃສ່ 7 ວຽກຈຸດສຸມສຳຄັນ ເປັນຕົ້ນແມ່ນ: ການຮັກສາສະຖຽນລະພາບທາງດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາເງິນເຟີ້ ແລະ ລາຄາສິນຄ້າ, ຍູ້ແຮງການຜະລິດພາຍໃນ, ພ້ອມທັງຍົກສູງປະສິດທິພາບການຄຸ້ມຄອງລັດ ແລະ ບໍລິຫານລັດໃຫ້ທັນສະໄໝຮອບດ້ານ.
ຂຽນໂດຍ: ສາວລາວໃຕ້