ກວດກາ 5 ປີ ທົ່ວນະຄອນຫຼວງວຽງຈັນ ພົບການສໍ້ລາດບັງຫຼວງ 67 ກໍລະນີ, ເກັບກູ້ເງິນເສຍຫາຍໄດ້ 1,7 ຕື້ກວ່າກີບ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີປະທານ-ຮອງປະທານ ຄະນະກວດກາພັກ ອົງການກວດກາລັດ ນະຄອນຫຼວງວຽງຈັນ, ປະທານ-ຮອງປະທານຄະນະກຳມະການປົກຄອງ ນວ ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ເລຂາພັກເມືອງ, ປະທານ-ຮອງປະທານຄະນະກວດກາພັກ-ລັກ ບັນດາເມືອງ, ພ້ອມດ້ວຍພະນັກງານຄະນະກວດການະຄອນຫຼວງວຽງຈັນເຂົ້າຮ່ວມ.

ໃນກອງປະຊຸມທ່ານ ບຸນເພັງ ສີນະວົງພອນ ກຳມະການປະຈຳພັກ ປະທານຄະນະກວດກາພັກ ອົງການກວດກາລັດ ນະຄອນຫຼວງວຽງຈັນ ໄດ້ຜ່ານຮ່າງບົດສະຫຼຸບວຽກງານກວດກາ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ເຊິ່ງທ່ານໃຫ້ຮູ້ວ່າ: ໄລຍະຜ່ານມາໄດ້ສົມທົບກັບຂັ້ນສູນກາງດໍາເນີນການຕິດຕາມ ກວດກາໂຄງການທີ່ມີມູນຄ່າສູງ ແລະ ມີຄວາມສັບສົນ ທີ່ຕິດພັນກັບຫຼາຍຂະແໜງການ ມູນຄ່າ 10 ຕື້ກີບຂຶ້ນໄປ ແລະ ມູນຄ່າ 10 ຕື້ລົງມາ ຈໍານວນ 160 ໂຄງການ ມູນຄ່າ 91,107 ຕື້ກີບ ແລະ ສືບຕໍ່ກວດກາໂຄງການ ທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ແລະ 10 ຕື້ກີບລົງມາ, ທົ່ວນະຄອນຫຼວງວຽງຈັນ 58 ໂຄງການ ມີມູນຄ່າສະພາຮັບຮອງ 2,165.90 ຕື້ກີບ ຜ່ານການກວດກາພົບເຫັນ 8 ໂຄງການ ມີສັນຍາດຽວແຕ່ໄດ້ຈັດຕັ້ງປະຕິບັດແບ່ງມູນຄ່າໂຄງການເຂົ້າແຜນການລົງທຶນຂອງລັດຫຼາຍຄັ້ງ ມີ 15 ໂຄງການ ບໍ່ໄດ້ຜ່ານການປະເມີນ ມີ 19 ໂຄງ ການ ບໍ່ໄດ້ຜ່ານການປະມູນ ມີ 1 ໂຄງການ ເຈົ້າຂອງໂຄງການບໍ່ເຊັນຢັ້ງຢືນຮັບຮອງຜົນການກວດກາ. ການສໍ້ລາດບັງຫຼວງ ມີທັງໝົດ 67 ກໍລະນີ ກວດກາພົບເຫັນຂໍ້ມູນຫຼັກຖານການສໍ້ລາດບັງຫຼວງ ທີ່ມີການສວຍໃຊ້ໜ້າທີ່ຕຳແໜ່ງຂອງພະນັກງານ ຈໍານວນ 12 ຄົນ ໄດ້ດໍາເນີນການແກ້ໄຂເກັບກູ້ເງິນ ແລະ ວັດຖຸທີ່ເສຍຫາຍກັບຄືນໃຫ້ລັດ ບຸກຄົນ ແລະ ການຈັດຕັ້ງໄດ້ທັງໝົດ ຈໍານວນ 1,7 ຕື້ກີບ ແລະ ສະເໜີປະຕິບັດວິໄນຕໍ່ຜູ້ລະເມີດ ທັງໝົດ 31 ຄົນ.
ນອກນີ້ ໃນກອງປະຊຸມຍັງໄດ້ເຜີຍແຜ່ບັນດາເອກກະສານທີ່ກ່ຽວພັນກັບວຽກງາານກວດກາເປັນຕົ້ນແມ່ນ ບົດແນະນຳຂອງຄະນະກວດກາສູນກາງພັກ ເລກທີ 377/ຄກສພ, ລົງວັນທີ 18 ສິງຫາ 2026 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XII ກ່ຽວກັບວຽກງານຕິດຕາມ,ກວດກາພັກ; ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 67/ຄບສພ, ລົງວັນທີ 20 ສິງຫາ 2026 ວ່າດ້ວຍການເພີ່ມທະວີສະກັດກັ້ນ,ຕ້ານ ແລະ ແກ້ໄຂ ພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການຟູມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ; ແຜນພັດທະນາວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ບົດໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V.

ໂອກາດນີ້ ທ່ານ ວັນໄຊ ພອງສະຫວັນ ກໍໄດ້ມີຄຳເຫັນໂອ້ລົມເຊິ່ງໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳ ກໍຄືຄະນະກວດກາພັກ-ລັດ ນະຄອນຫຼວງວຽງຈັນເອົາໃຈໃສ່ເປັນຕົ້ນແມ່ນ ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເນື້ອໃນຈິດໃຈ ຂອງກອງປະຊຸມວຽກງານກວດກາ ທົ່ວນະ ຄອນຫຼວງວຽງຈັນ ຄັ້ງທີ IV ໃຫ້ສອດຄ່ອງກັບບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ ຂອງສູນກາງພັກ, ຕ້ອງວາງແຜນລະອຽດ ເພື່ອຈັດຕັ້ງປະຕິບັດເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ເປັນຂະບວນການຕົວຈິງຢ່າງແຂງແຮງ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຕົວຈິງ. ຄະນະກວດກາແຕ່ລະຂັ້ນຕ້ອງຮີບຮ້ອນປຶກສາຫາລື ແລະ ຫັນເປັນແຜນການເຄື່ອນໄຫວປະຕິບັດໃຫ້ລະອຽດຈະແຈ້ງ ໂດຍຕິດພັນກັບການແກ້ໄຂບັນຫາຕົວຈິງທີ່ຍັງຄົງຄ້າງຜ່ານມາ ກໍຄືບັນຫາທີ່ເກີດຂື້ນໃນແຕ່ລະໄລຍະ ໂດຍປະຕິບັດຕາມຈິດໃຈ ເຮັດຮອດໃສກວດກາຮອດຫັ້ນ, ເຫັນການລະເມີດຢູ່ບ່ອນໃດ ກໍແກ້ໄຂໃຫ້ເດັດຂາດທັນການ ບໍ່ປະໄວ້ໃຫ້ຄຸມເຄືອ; ແຜນການກວດກາປະຈຳປີ, 5 ປີ ແມ່ນໃຫ້ເປັນແຜນຂອງຄະນະພັກ ໃນແຕ່ລະໄລຍະ ຈະກວດກາບ່ອນໃດ, ຈຸດໃດ, ກວດກາ ຕາມຄຳຮ້ອງ, ຄຳສະເໜີແນວໃດ, ກວດກາຕາມຫາງສຽງແນວໃດ ແມ່ນໃຫ້ຄະນະພັກ ເປັນຜູ້ກຳນົດ ເພື່ອເປັນຄວາມຮັບຜິດຊອບລວມໃນຄະນະປະຈຳພັກ, ຄະນະບໍລິຫານງານພັກ ຖ້າວ່າຢາກໃຫ້ວຽກງານກວດກາຢູ່ບ່ອນໃດມີຄວາມເຂັ້ມແຂງ ແມ່ນຕ້ອງເລີ່ມຈາກການນຳພາຂອງຄະນະພັກ ໂດຍສະເພາະຄະນະປະຈຳພັກ ໃນນັ້ນສະຫາຍເລຂາຄະນະພັກ ຕ້ອງເປັນເຈົ້າການໃນການນຳພາ, ບັນຊາ, ຊີ້ນຳ; ຄະນະກວດກາ ພຽງແຕ່ເປັນເສນາທິການໃຫ້ແກ່ຄະນະພັກ ເພື່ອປະຕິບັດວຽກງານກວດກາ. ການກວດກາແມ່ນກວດກາໃຫ້ເຫັນດ້ານດີ, ຜົນສຳເລັດ ແລະ ກວດກາໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ ຂອງການນຳພາຂອງຄະນະພັກຂັ້ນນັ້ນ ແລະ ບຸກຄົນໃນຄະນະພັກ ເພື່ອເສີມຂະຫຍາຍ ແລະ ຕໍ່ຍອດຈຸດດີນັ້ນ ໃຫ້ຂະຫຍາຍກວ້າງອອກກວ່າເກົ່າ; ຕ້ອງກວດກາໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ ເພື່ອຈະໄດ້ມີການແນະນຳ, ຕັກເຕື່ອນ ເພື່ອໃຫ້ມີການປັບປຸງແກ້ໄຂ, ອັນໃດທີ່ມັນບໍ່ຖືກ ແຕ່ແນນອນຖ້າວ່າມີການກະທຳຜິດຮ້າຍແຮງ ເປັນການລະເມີດລະບຽບກົດໝາຍ ກໍ່ຈະຕ້ອງມີຄວາມເດັດຂາດ, ເຂັ້ມງວດ ປະຕິບັດຕາມລະບຽບກົດໝາຍ.
ທີ່ມາ: ວາລະສານກວດກາ