ໄຟຟ້າຫົງສາ ຮ່ວມສະໜັບສະໜູນງານບຸນປະເພນີຊ່ວງເຮືອ ເມືອງຫົງສາ

ໃນລະຫວ່າງວັນທີ 7-8 ພະຈິກ 2026 ຜ່ານມານີ້, ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ນໍາໂດຍ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ບໍລິສັດ, ທ່ານ ປະທີບ ຫຍົກນໍ້າເງິນ ຮອງຜູ້ອໍານວຍການໃຫຍ່ບໍລິສັດ ສາຍງານການເງິນ, ການບັນຊີ ແລະ ທຸລະກິດ ແລະ ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນ ພ້ອມດ້ວຍຄະນະ ເຂົ້າຮ່ວມງານບຸນປະເພນີຊ່ວງເຮືອ ເມືອງຫົງສາ ທີ່ ທ່າຊ່ວງເຮືອ ບ້ານສີບຸນເຮືອງ ໂດຍມີ ທ່ານ ສີທະນົນໄຊ ທອງເທພາ ກໍາມະການພັກແຂວງ ເລຂາພັກເມືອງ ເມືອງຫົງສາ ເປັນປະທານ, ກ່າວເປິດພິທີ ໂດຍ ທ່ານ ແຫຼ້ ອ່ອນສົມບູນປະທານ ຄະນະກໍາມະການປົກຄອງເມືອງ ເມືອງຫົງສາ ແລະໄດ້ຮັບກຽດຈາກ ທ່ານ ດວງຕາ ໄຊວຸດ ຮອງເລຂາບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ ພ້ອມດ້ວຍໜ່ວຍງານພາກລັດ, ພາກເອກະຊົນ ແລະ ປະຊາຊົນ ເຂົ້າຮ່ວມງານຢ່າງຫຼວງຫຼາຍ.

ງານບຸນປະເພນີຊ່ວງເຮືອ ເມືອງຫົງສາ ເປັນງານທີ່ສໍາຄັນຈັດຂຶ້ນເປັນປະຈໍາທຸກປີ ເພື່ອສືບສານວັທະນະທໍາປະເພນີອັນດີງາມຂອງທ້ອງຖິ່ນ, ເປັນການສົ່ງເສີມຄວາມສາມັກຄີ ແລະ ຄວາມສໍາພັນອັນດີຂອງຄົນໃນຊຸມຊົນ
ໃນປີນີ້, ບໍລິສັດໄດ້ຮ່ວມສະໜັບສະໜູນເສື້ອສີພາຍໃຫ້ກັບ 13 ບ້ານ ເປັນເງິນ ຈໍານວນ 86,970,000 ກີບ ແລະ ງົບປະມານໃນການຈັດງານ ຈໍານວນ 50,000,000 ກີບ ລວມເປັນເງິນທັງໝົດ ຈໍານວນ 136,970,000 ກີບ ພ້ອມສະໜັບສະໜູນອຸປະກອນສື່ສານ ແລະ ເຮືອກູ້ໄພ ເພື່ອອໍານວຍຄວາມສະດວກ ແລະ ເບິ່ງແຍງຄວາມປອດໄພຕະຫຼອດການແຂ່ງຂັນ
ນອກຈາກນີ້, ບໍລິສັດຍັງໄດ້ເຮັດເຮືອຮັກໂລກຮັກສິ່ງແວດລ້ອມ (Eco Boat) ເຊິ່ງອອກແບບ ແລະ ຕົກແຕ່ງຈາກວັດສະດຸຣີໄຊເຄິ້ນມາຈັດສະແດງ ເພື່ອຮ່ວມສະເຫຼີມສະຫຼອງ ຄົບຮອບ 10 ປີ ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ສະທ້ອນເຖິງແນວຄິດການໃຊ້ຊັບພະຍາກອນຢ່າງຄຸ້ມຄ່າ ແລະ ການເບິ່ງແຍງສິ່ງແວດລ້ອມ ຄວບຄູ່ກັບການສືບສານວັດທະນະທໍາທ້ອງຖິ່ນ.
ຕະຫຼອດ 10 ປີ ທີ່ຜ່ານມາ ບໍລິສັດດໍາເນີນທຸລະກິດຄວບຄູ່ກັບການສະໜັບສະໜູນການພັດທະນາຊຸມຊົນໃນດ້ານການສຶກສາ, ໂຄງຮ່າງພື້ນຖານ, ສັງຄົມ, ວັດທະນະທໍາ ແລະ ສິ່ງແວດລ້ອມ ໂດຍມຸ່ງສ້າງຄຸນຄ່າຮ່ວມກັນ ແລະ ເຕີບໃຫຍ່ໄປພ້ອມກັບຊຸມຊົນຢ່າງຍືນຍົງ ສະທ້ອນເຖິງຄວາມມຸ່ງໝັ້ນໃນການເປັນສ່ວນໜຶ່ງຂອງຊຸມຊົນ ພາຍໃຕ້ແນວຄິດ “Powering with CARE”.