ພິທີປະກາດການແຕ່ງຕັ້ງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າ ແລະ ຊຸດໃໝ່ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 06 ພະຈິກ 2026 ນີ້, ທີ່ ຫ້ອງວ່າການສູນກາງພັກ, ໂດຍການເປັນປະທານ ຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ໃນພິທີ, ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາຂອງ ສະມາຄົມມິດຕະພາບລາວກັບຕ່າງປະເທດ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ເຊິ່ງໃນນັ້ນໄດ້ສັງລວມຜົນງານທີ່ຍາດມາໄດ້, ຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການທູດປະຊາຊົນ ສາມາດປະກອບສ່ວນໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ເພື່ອສ້າງຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມື ລະຫວ່າງ ປະຊາຊົນລາວ ກັບ ປະຊາຊົນບັນດາປະເທດຄູ່ຮ່ວມມືໃຫ້ນັບມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
ຈາກນັ້ນ, ສະຫາຍ ປອ. ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານ ມະຕິຕົກລົງ ຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດຂັ້ນສູນກາງ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈຳນວນ 10 ຄະນະຄື: ສະມາຄົມມິດຕະພາບ ລາວ - ຫວຽດນາມ, ລາວ-ຈີນ, ລາວ-ສປປ.ເກົາຫຼີ, ລາວ-ກູບາ, ລາວ-ກຳປູເຈຍ, ລາວ-ຣັດເຊຍ, ລາວ-ສ.ເກົາຫຼີ, ລາວ-ຢີ່ປຸ່ນ, ລາວ-ເຢຍລະມັນ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ; ກ່ອນອື່ນ ສະຫາຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນພົ້ນເດັ່ນທີ່ ຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າ ຍາດມາໄດ້ ແລະ ເຊື່ອໝັ້ນວ່າ ຄະນະບໍລິຫານງານ ຊຸດໃໝ່ ຈະສືບຕໍ່ເຮັດສຳເລັດໜ້າທີ່ການເມືອງ, ການຕ່າງປະເທດ ກໍຄື ວຽກງານການທູດປະຊາຊົນ ທີ່ຂັ້ນເທິງມອບໝາຍໃຫ້ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ປະຊາຊົນລາວ ກັບ ບັນດາປະເທດຄູ່ຮ່ວມມືໃຫ້ແຕກດອກອອກຜົນ ແລະ ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
ພາບ ແລະ ແຫຼ່ງຂ່າວ: ຄະນະພົວພັນການຕ່າງປະເທດສູນກາງພັກ