
ດ້ວຍທ່າແຮງການພັດທະນາເສດຖະກິດຸຄອບຄົວ ແລະ ການຫັນປ່ຽນສູ່ການຜະລິດກະສິກຳເປັນສິນຄ້າ, ກຸ່ມປູກໝາກເຜັດ ບ້ານຫ້ວຍແຫ່ ເມືອງສຸຂຸມາ ແຂວງຈຳປາສັກ ໄດ້ສ້າງຜົນງານອັນພົ້ນເດັ່ນໃນລະດູຝົນ 2026 ຜ່ານມາ ໂດຍສາມາດສ້າງລາຍຮັບລວມສູງເຖິງ 245 ລ້ານກີບ ຈາກເນື້ອທີ່ປູກພຽງ 4,2 ເຮັກຕາ ເຊິ່ງສະທ້ອນໃຫ້ເຫັນເຖິງມູນຄ່າ ແລະ ຜົນຕອບແທນທາງທຸລະກິດກະສິກຳ.
ເມື່ອບໍ່ດົນຜ່ານມານີ້, ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ແຂວງຈຳປາສັກ, ພ້ອມດ້ວຍ ທ່ານ ປອ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ຄະນະ ໄດ້ລົງພື້ນທີ່ຕິດຕາມກວດກາການປູກພືດເປັນສິນຄ້າຂອງກຸ່ມປູກພືດຜັກບ້ານຫ້ວຍແຫ່ ເມືອງສຸຂຸມາ ແຂວງຈຳປາສັກ ພາຍໃຕ້ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (Climate Friendly Agribusiness Value Chain Sector Project) ເຊິ່ງເປັນໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ແລະ ຄຸ້ມຄອງໂດຍພະແນກກະສິກຳ ແລະ ສິ່ງແວດລ້ອມ.
ການລົງຕິດຕາມຄັ້ງນີ້ ຄະນະໄດ້ຮັບຟັງລາຍງານສະພາບການດຳເນີນງານຂອງກຸ່ມປູກໝາກເຜັດ ບ້ານຫ້ວຍແຫ່ ໂດຍກຸ່ມດັ່ງກ່າວໄດ້ສ້າງຕັ້ງຂຶ້ນໃນປີ 2021. ໄດ້ຮັບການສະໜັບສະໜູນທຶນຈາກໂຄງການ ນອກຈາກນີ້ ຍັງໄດ້ຮັບການຝຶກອົບຮົມຖ່າຍທອດຄວາມຮູ້ດ້ານເຕັກນິກການປູກຝັງ, ການເຮັດຝຸ່ນບົ່ມ, ການປ້ອງກັນພະຍາດ ແລະ ແມງໄມ້ດ້ວຍສະໝຸນໄພ, ການເກັບກ່ຽວ ແລະ ການປູກໝາກເຜັດໃນເຮືອນຮົ່ມ ແລະ ການປູກພືດຊະນິດອື່ນໆ ເຊັ່ນ: ໝາກຖົ່ວ, ຜັກບົ່ວ, ສາລີ, ໝາກນາວ.
ດ້ານຜົນການຜະລິດ ໃນລະດູຝົນປີ 2026 ກຸ່ມມີເນື້ອທີ່ປູກໝາກເຜັດ 4,2 ເຮັກຕາ ມີ 4 ຄອບຄົວເຂົ້າຮ່ວມ ມີຜົນຜະລິດສະເລ່ຍ 7 ໂຕນຕໍ່ເຮັກຕາ ຂາຍໃນລາຄາ 35,000 ກີບຕໍ່ກິໂລກຣາມ ສາມາດສ້າງລາຍຮັບລວມ 245 ລ້ານກີບ ຫຼັງຫັກຕົ້ນທຶນການຜະລິດ 72 ລ້ານກີບ ມີກຳໄລສຸດທິ 172 ລ້ານກີບ.
ສ່ວນແຜນການຜະລິດໃນລະດູແລ້ງປີ 2026 ກຸ່ມມີແຜນຂະຫຍາຍເນື້ອທີ່ປູກໝາກເຜັດເປັນ 8 ເຮັກຕາ ໂດຍຄາດຄະເນລາຄາຈຳໜ່າຍ 25,000 ກີບຕໍ່ກິໂລກຣາມ ແລະ ຄາດຄະເນກຳໄລສຸດທິ 102 ລ້ານກວ່າກີບ ຕາມຕົວເລກໃນບົດລາຍງານຂອງກຸ່ມ. ສຳລັບດ້ານການຕະຫຼາດ ກຸ່ມໄດ້ຈຳໜ່າຍຜົນຜະລິດໄປຍັງຕະຫຼາດຕ່າງໆ ພາຍໃນແຂວງ ເຊັ່ນ ຕະຫຼາດສຸຂຸມາ, ດອນຕະລາດ, ໜອງແຕ້, ຕະຫຼາດເມືອງຈຳປາສັກ ແລະ ຕະຫຼາດດາວເຮືອງ. ນອກນັ້ນ ຍັງມີການປະສານງານ ແລະ ສັນຍາຊື້-ຂາຍກັບບໍລິສັດ ເພື່ອສະໜອງຜົນຜະລິດໄປຍັງຕະຫຼາດຕ່າງປະເທດ ທັງສະຫະພາບເອີຣົບ ແລະ ປະເທດໄທ.
ເຖິງຢ່າງໃດກໍຕາມ ການຜະລິດຂອງກຸ່ມຍັງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະສະພາບດິນຟ້າອາກາດທີ່ປ່ຽນແປງ ເຊັ່ນ ນ້ຳຖ້ວມ ແລະ ໄພແຫ້ງແລ້ງ ລວມເຖິງບັນຫາພະຍາດ ແລະ ແມງໄມ້ລະບາດ ໂດຍສະເພາະພະຍາດຫ່ຽວຂຽວໃນໝາກເຜັດ ທີ່ຍັງບໍ່ສາມາດແກ້ໄຂໄດ້ຢ່າງມີປະສິດທິຜົນ. ດັ່ງນັ້ນ ກຸ່ມຈຶ່ງສະເໜີຂໍຮັບການສະໜັບສະໜູນແນວພັນໝາກເຜັດ ເພື່ອນຳມາປູກທົດແທນສ່ວນທີ່ເສຍຫາຍຈາກນ້ຳຖ້ວມ.
ການລົງຕິດຕາມໃນຄັ້ງນີ້ ເປັນໂອກາດໃຫ້ຄະນະນຳ ໄດ້ຮັບຮູ້ສະພາບຕົວຈິງຂອງການຜະລິດ, ຜົນສຳເລັດ, ບັນຫາ ແລະ ຄວາມຕ້ອງການຂອງຊາວກະສິກອນ ເພື່ອນຳໄປພິຈາລະນາຊີ້ນຳ ແລະ ຊອກຫາແນວທາງສະໜັບສະໜູນການຜະລິດໃຫ້ມີຄວາມຕໍ່ເນື່ອງ, ສາມາດປັບຕົວຕໍ່ການປ່ຽນແປງສະພາບອາກາດ ແລະ ຍົກສູງລາຍຮັບໃຫ້ແກ່ຊາວກະສິກອນ.
ຂ່າວ-ພາບ: ຈັນທະວີສັກ