
ຕະຫຼອດໄລຍະ 5 ປີຜ່ານມາ (2021–2026), ໂຄງການສົ່ງເສີມການປູກກາເຟສະມັດຕະພາບສູງ ຄຸນນະພາບດີ ຕິດພັນກັບຕະຫຼາດທີ່ໝັ້ນຄົງ ໂດຍ ບໍລິສັດ ສົມໄຊຈະເລີນ ສົ່ງເສີມການກະເສດຈຳກັດຜູ້ດຽວ ໄດ້ສ້າງຜົນປະໂຫຍດອັນໃຫຍ່ຫຼວງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຊາວສວນ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນຢູ່ເມືອງເລົ່າງາມ ແຂວງສາລະວັນ ທີ່ມີຊາວສວນກາເຟເຖິງ 510 ຄອບຄົວ ໄດ້ຮັບການສະໜັບສະໜູນ ແລະ ໄດ້ຮັບຜົນປະໂຫຍດໂດຍກົງຈາກໂຄງການດັ່ງກ່າວ.
ກອງປະຊຸມສະຫຼຸບຜົນງານການຈັດຕັ້ງປະຕິບັດໂຄງການ ໄດ້ຈັດຂຶ້ນໃນທ້າຍເດືອນຕຸລາ 2026 ຜ່ານມານີ້ ທີ່ບໍລິສັດ ສົມໄຊຈະເລີນ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ໂພສີ ແກ້ວສີພັນດອນ ຮອງປະທານຄະນະກຳມະການປົກຄອງແຂວງສາລະວັນ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດແຂວງ, ທ່ານ ປອ ສະໄໝ ໂພທີສານ ເລຂາພັກເມືອງສາລະວັນ, ທ່ານ ສົມໄຊ ລຸນທະປັນຍາ ປະທານບໍລິສັດ ສົມໄຊຈະເລີນ, ພ້ອມດ້ວຍການນຳພະແນກອຸດສາຫະກຳ ແລະ ການຄ້າ, ຜູ້ນຳເມືອງເລົ່າງາມ, ແຂກຖືກເຊີນ ແລະຊາວສວນກາເຟເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດໃນ ປີ 2021 ເປັນຕົ້ນມາ ປີທຳອິດມີ 79 ຄອບຄົວ ແລະ ມາຮອດປະຈຸບັນ ມີເນື້ອທີ່ທັງໝົດ 1,527ເຮັກຕາ, ມີ 1,275 ຄອບຄົວ, ໃນສອງຕົວເມືອງ ຄື: ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ເມືອງເລົ່າງາມ ແຂວງສາລະວັນ.
ສະເພາະເມືອງເລົ່າງາມ ມີທັງໝົດ 16 ບ້ານ, ມີເນື້ອທີ່ເຂົ້າຮ່ວມໂຄງການ 266 ເຮັກຕາ, ມີ190 ຄອບຄົວ ໃນນັ້ນ ທາງບໍລິສັດໄດ້ຊ່ວຍໃຫ້ທຶນສົ່ງເສີມມູນຄ່າ 5 ຕື້ກວ່າກີບ ສະມັດຕະພາບຜົນຜະລິດໄດ້ 4,000ໂຕນ, ສ້າງລາຍຮັບ 38 ຕື້້ກີບ ສະເລ່ຍຜົນຜະລິດໄດ້ 10-13 ໂຕນຕໍ່ເຮັກຕາ ໃນນັ້ນ ສະມາຊິກໄດ້ສົ່ງກາເຟເຂົ້າຮ່ວມໂຄງການ 1,200 ໂຕນ ແລະ ມາຮອດປີ 2026 ມີທັງໝົດ 33 ບ້ານ, ມີ 543 ເຮັກຕາ, ມີ 510 ຄອບຄົວ, ທາງບໍລິສັດໄດ້ຊ່ວຍໃຫ້ທຶນໃນມູນຄ່າ 15 ຕື້ກວ່າກີບ.
ຈາກການລົງປະເມີນຜົນຜະລິດຕົວຈິງສະມາຊິກສາມາດທຳການຜະລິດໄດ້ສູງເຖິງ 8,500 ໂຕນ, ໃນມູນຄ່າປະມານ 187 ຕື້ກີບ, ເຮັດໃຫ້ຊີວິດການເປັນຢູ່ຂອງຊາວສວນຜູ້ເຂົ້າຮ່ວມໂຄງການມີລາຍຮັບ, ມີຊີວິດການເປັນຢູ່ດີຂື້ນ. ປະຈຸບັນ ມີຊາວສວນກະເຟ ໃຫ້ຄວາມສົນໃຈເປັນວົງກວ້າງ ສະເໜີເຂົ້າມາເປັນສະມາຊິກຢ່າງຕໍ່ເນື່ອງ ຄາດວ່າສະມາຊິກເມືອງເລົ່າງາມຈະເພີ່ມຂຶ້ນເຖິງ 1000 ເຮັກຕາ ພາຍໃນປີ 2027.
ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ມີການມອບໃບຍ້ອງຍໍໃຫ້ສະມາຊິກກຸ່ມຜູ້ທີ່ຕັ້ງໜ້າ ບຸກບືນ ພັດທະນາການຜະລິດໃນໂຄງການ ໂດຍໃຫ້ກຽດມອບຂອງທ່ານ ປອ ໂພສີ ແກ້ວສີພັນດອນ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານອີກດ້ວຍ.