
ໃນໄລຍະ 9 ເດືອນຜ່ານມາ, ສະພາບເສດຖະກິດຂອງເມືອງປາກທາ ແຂວງບໍ່ແກ້ວ ສືບຕໍ່ມີການຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະ ສົມດູນ ໂດຍມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 233,4 ຕື້ກີບ, ຂະຫຍາຍຕົວໃນລະດັບສະເລ່ຍ 2,8% ແລະ ສະເລ່ຍລາຍຮັບຕໍ່ຫົວຄົນ ປະຕິບັດໄດ້ 9,9 ລ້ານກວ່າກີບຕໍ່ຄົນ, ເທົ່າກັບ 97,4% ຂອງແຜນການປີ 2026.
ສະຫາຍ ນາງ ອິນທອງ ເລືອງສີຈັນທອງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງປາກທາ ໄດ້ລາຍງານໃນກອງປະຊຸມຄະນະບໍລິຫານງານພັກເມືອງປາກທາ ຄັ້ງທີ 6 ສະໄໝທີ VIII ປະຈໍາ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ເຊິ່ງຈັດຂຶ້ນເມື່ອວັນທີ 5 ພະຈິກ 2026 ຜ່ານມາ, ໂຄງປະກອບເສດຖະກິດທັງ 3 ຂະແໜງຫຼັກ ໄດ້ມີການຂະຫຍາຍຕົວຢ່າງຕັ້ງໜ້າ ດັ່ງນີ້: ຂະແໜງກະສິກຳ-ປ່າໄມ້ ປະຕິບັດໄດ້ 158 ຕື້ກີບ, ກວມ 67,67% ຂອງ GDP, ຂະຫຍາຍຕົວ 0,97%; ຂະແໜງອຸດສາຫະກໍາ ປະຕິບັດໄດ້ 22,7 ຕື້ກີບ, ກວມ 9,75% ຂອງ GDP, ຂະຫຍາຍຕົວ 0,94%; ຂະແໜງການບໍລິການ ປະຕິບັດໄດ້ 52,7 ຕື້ກີບ, ກວມ 22,58% ຂອງ GDP, ຂະຫຍາຍຕົວ 0,89%.
ດ້ານວຽກງານການຈັດເກັບລາຍຮັບເຂົ້າງົບປະມານ, ພາຍໃນ 9 ເດືອນຜ່ານມາ ເມືອງປາກທາ ສາມາດຈັດເກັບລາຍຮັບລວມທັງໝົດ 21,6 ຕື້ກວ່າກີບ, ເທົ່າກັບ 68% ຂອງແຜນການປີ ໂດຍມີລາຍຮັບລະອຽດ ດັ່ງນີ້:
ລາຍຮັບພາຍໃນເມືອງ 1,3 ຕື້ກວ່າກີບ (ເທົ່າກັບ 63% ຂອງແຜນການປີ); ລາຍຮັບຈາກສ່ວຍສາອາກອນ 991 ລ້ານກວ່າກີບ (ເທົ່າກັບ 59% ຂອງແຜນການປີ); ລາຍຮັບຈາກວິຊາການ 364 ລ້ານກວ່າກີບ (ເທົ່າກັບ 80% ຂອງແຜນການປີ); ລາຍຮັບຈາກການຄຸ້ມຄອງຊັບສິນຂອງລັດ 20 ລ້ານກວ່າກີບ (ເທົ່າກັບ 80% ຂອງແຜນການປີ); ຄ່າປັບໃໝ 9 ລ້ານກວ່າກີບ.
ພ້ອມດຽວກັນນັ້ນ, ບັນດາຂົງເຂດວຽກງານອື່ນໆ ກໍ່ໄດ້ສືບຕໍ່ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນທົ່ວເມືອງໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ວັນນະເດດ