ຫຼວງນໍ້າທາ ກວດພົບພະນັກງານພົວພັນການສໍ້ລາດ 184 ຄົນ ເສຍຫາຍກວ່າ 23 ຕື້ກີບ ເກັບກູ້ຄືນໄດ້ 16 ຕື້ກວ່າ

ວັນທີ 29 ຕຸລາ 2026 ນີ້ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ຄະນະກວດກາພັກ-ລັດແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວແຂວງ 5 ປີ 2021-2025 ແລະ ທິດທາງແຜນການ 5 ປີຕໍ່ໜ້າ 2026-2030 ໂດຍການເປັນປະທານຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຮອງເລຂາພັກ,ຄະນະປະຈໍາພັກແຂວງ,ກໍາມະການພັກແຂວງ,ຫົວໜ້າພະແນກ, ຮອງຫົວໜ້າພະແນກ ສອງກອງບັນຊາການ,ປະທານ-ຮອງປະທານຄະນະກໍາມະການປົກຄອງ 5 ເມືອງ ແລະ ພະນັກງານເຂົ້າຮ່ວມ.
ກອງປະຊຸມກໍ່ໄດ້ຮັບຟັງການສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ 5 ປີຜ່ານມາ ກັບວຽກງານກວດກາ ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ໄດ້ເປັນເຈົ້າການໂຄສະນາເຜີຍແຜ່ບັນດາ ມະຕິ, ຄຳສັ່ງ, ຂໍ້ກຳນົດ,ກົດລະບຽບພັກ, ກົດໝາຍຂອງລັດ ເວົ້າລວມ, ເວົ້າສະເພາະ ກົດໝາຍ ວ່າດ້ວຍການກວດກາລັດ, ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍ ວ່າດ້ວຍການແກ້ໄຂຄຳຮ້ອງທຸກ, ເຊິ່ງໄດ້ເຮັດໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ ເຂົ້າໃຈຕໍ່ຄວາມໝາຍ, ຄວາມສໍາຄັນຂອງວຽກງານກວດກາ ພ້ອມທັງເພີ່ມທະວີຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ, ແນໃສ່ເຮັດໃຫ້ປະກົດການຫຍໍ້ທໍ້ຢູ່ໃນສັງຄົມຫຼຸດໜ້ອຍຖອຍລົງ, ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ເຂົ້າສູ່ລະບຽບການເທື່ອລະກ້າວ, ການກໍ່ສ້າງ ແລະ ຂະຫຍາຍພັກ, ມາຮອດປັດຈຸບັນທົ່ວແຂວງມີ 91 ຄະນະພັກຮາກຖານ, 738 ໜ່ວຍພັກ,ມີສະມາຊິກພັກທັງໝົດ 15,018 ສະຫາຍ ຍິງ 4,214 ສະຫາຍ,ສະມາຊິກພັກສຳຮອງ 808 ສະຫາຍ ຍິງ 214 ສະຫາຍ,ສາມາດຈັດແບ່ງປະເພດສະມາຊິກພັກແຂງ 11,819 ສະຫາຍ ຍິງ 3,354 ສະຫາຍ, ກາງ 556 ສະຫາຍ ຍິງ 116 ສະຫາຍ, ໄດ້ຕິດຕາມ, ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ຕາມດຳລັດ ສະບັບເລກທີ 01/ລບ ທັງໝົດ 40ໂຄງການ, ສໍາເລັດແລ້ວ 37 ໂຄງການ, ພວມສືບຕໍ່ຕິດຕາມ, ກວດກາ 3 ໂຄງການ, ປັດຈຸບັນພວມດຳເນີນການເກັບກຳສະຖິຕິ ເພື່ອແຈ້ງຊັບສິນ ແລະ ລາຍຮັບ ຄັ້ງທີ 4, ດຳເນີນການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ ຈຳນວນ 2 ເປົ້າໝາຍ ພົບເຫັນຜູ້ທີ່ມີສ່ວນກ່ຽວຂ້ອງທັງໝົດ 184 ຄົນ,ໄດ້ແກ້ໄຂດ້ານບໍລິຫານ 155 ຄົນ ແລະ ດໍາເນີນຄະດີຕາມຂະບວນຍຸຕິທຳ 23ຄົນ ສານໄດ້ຕັດສິນແລ້ວ, ສ່ວນ 6 ຄົນແມ່ນພະນັກງານຂັ້ນສູນກາງຄຸ້ມຄອງ; ເຊິ່ງການກະທຳຂອງພວກກ່ຽວໄດ້ສ້າງຜົນເສຍຫາຍທັງໝົດ 23 ຕື້ 300 ກວ່າລ້ານກີບ, ສາມາດເກັບກູ້ຄືນໄດ້ 16 ຕື້ 3 ກ່ວາລ້ານກີບ, ເກັບກູ້ບໍ່ທັນໄດ້3 ຕື້ກວ່າລ້ານກີບ ແລະ 2 ແສນກວ່າຢວນ, ດິນ 06 ຕອນແມ່ນມອບໃຫ້ຂະແໜງຊັບສິນຄຸ້ມຄອງ, ລົດຈິບ 3 ຄັນ ແມ່ນມອບໃຫ້ຫ້ອງວ່າການແຂວງ.
ທິດທາງແຜນການ 5 ປີຕໍ່ຫນ້າ ຈະໄດ້ສືບຕໍ່ຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກແຂວງ, ບັນດາ ມະຕິ, ຄຳສັ່ງ, ກົດລະບຽບພັກ, ກົດໝາຍຂອງລັດ ແລະ ນິຕິກຳຕ່າງໆ, ຈະເພີ່ມທະວີການສະກັດກັ້ນຕ້ານການສໍ້ລາດບັງຫຼວງຢ່າງເດັດຂາດ, ເຂັ້ມງວດ ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃຫ້ມີຄວາມສັດຊື່ບໍລິສຸດ ແລະ ໃຫ້ຮັບຮູ້ ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງຕໍ່ພັກ, ຕໍ່ການພັດທະນາແລະ ຄວາມໝັ້ນຄົງຂອງປະເທດຊາດ. ພ້ອມນີ້ກໍ່ໄດ້ຜ່ານ ມະຕິວ່າດ້ວຍການເພີ່ມທະວີ ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້, ການຟູມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ, ບົດແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ12 ກ່ຽວກັບການຕິດຕາມ, ກວດກາ ຂອງພັກ ແລະ ບົດໂອ້ລົມ ຂອງສະຫາຍເລຂາທິການໃຫຍ່ ປະທານປະເທດ ພ້ອມນັ້ນຜູ້ເຂົ້້າຮ່ວມໄດ້ ປະກອບຄໍາເຫັນໃສ່ຫຼາຍບັນຫາຂອງແຕ່ລະວຽກງານເປັນຕົ້ນແມ່ນ ວຽກງານຕິດຕາມ, ກວດກາພັກ ແລະ ການແກ້ໄຂປະກົດການຫໍ້ທໍ້ໃນກົງຈັກການຈັດຕັ້ງຢູ່ພາຍໃນເມືອງ, ວຽກງານການຕິດຕາມ, ກວດກາການຄຸ້ມຄອງລາຍຮັບ-ລາຍຈ່າຍ, ການຫັນເປັນທັນສະໄໝໃນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ແລະ ການປະຕິບັດວິໄນແຜນການ-ການເງິນ, ວຽກງານການຕິດຕາມ, ກວດກາການຄຸ້ມຄອງປ່າໄມ້ ປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂົງເຂດຮັບຜິດຊອບຕື່ມອີກ.
ຂ່າວ: ມຸນຕີ