ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4 ພະຈິກ 2026 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 11.
ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ “ເສີມຂະຫຍາຍການສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນໃຫ້ເລິກເຊິ່ງ ຂຽນບົດໃໝ່ໃຫ້ແກ່ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2.0” ໂດຍມີຈີນ ແລະ ໄທ ເປັນປະທານຮ່ວມ.
ທີ່ປະຊຸມໄດ້ທົບທວນຜົນການຮ່ວມມືຜ່ານມາ ພາຍໃຕ້ 3 ເສົາຄ້ຳ ແລະ 5 ຂົງເຂດບຸລິມະສິດ ເຊັ່ນ ການເຊື່ອມຈອດ, ການຄຸ້ມຄອງຊັບພະຍາກອນນ້ຳ, ກະສິກຳ, ການຄ້າຂ້າມຊາຍແດນ ແລະ ການພັດທະນາຂີດຄວາມສາມາດການຜະລິດ.
ຝ່າຍລາວໄດ້ສະເໜີໃຫ້ສືບຕໍ່ຂະຫຍາຍການຮ່ວມມື ໃນດ້ານເສດຖະກິດທັນສະໄໝ, ນະວັດຕະກຳ ແລະ ດີຈີຕອນ, ການຄຸ້ມຄອງນ້ຳ, ການພັດທະນາຊັບພະຍາກອນມະນຸດ, ກະສິກຳ, ພະລັງງານສະອາດ ແລະ ການທ່ອງທ່ຽວ.
ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າໃຫ້ມີປະສິດທິພາບຍິ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນໃນພາກພື້ນ ລວມທັງການກະກຽມຮອບດ້ານໃຫ້ແກ່ການຈັດກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ໃນທ້າຍປີ 2026