
ວັນທີ 30 ຕຸລາ 2026
ບົດຄັດຫຍໍ້: ງານບຸນສະຫຼອງ "ຊັບສົມບັດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" (Lancang-MekongTreasures Carnival) ເຊິ່ງເປັນກິດຈະກຳສະໜັບສະໜູນທີ່ສຳຄັນຂອງງານເທດສະການວັດທະນະທຳ ແລະ ສິລະປະ ຂອງບັນດາປະເທດໃນລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 14, ໄດ້ເລີ່ມຕົ້ນຂຶ້ນໃນວັນທີ 28 ຕຸລາ ທີ່ເມືອງຊຽງຮຸ່ງ (Jinghong), ເຊິ່ງເປັນເມືອງຫຼວງຂອງເຂດປົກຄອງຕົນເອງຊົນເຜົ່າລື້ສິບສອງພັນນາ, ແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ.
ງານບຸນສະຫຼອງ "ຊັບສົມບັດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" (Lancang-Mekong Treasures Carnival) ເຊິ່ງເປັນກິດຈະກຳສະໜັບສະໜູນທີ່ສຳຄັນຂອງງານເທດສະການວັດທະນະທຳ ແລະ ສິລະປະ ຂອງບັນດາປະເທດໃນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 14, ໄດ້ເລີ່ມຕົ້ນຂຶ້ນໃນວັນທີ 28 ຕຸລາ ທີ່ ເມືອງຊຽງຮຸ່ງ (Jinghong), ເຊິ່ງເປັນເມືອງຫຼວງຂອງເຂດປົກຄອງຕົນເອງຊົນເຜົ່າລື້ສິບສອງພັນນາ,
ແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ.
ພາຍໃຕ້ຫົວຂໍ້ "ພົບກັບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ພົບກັບຊັບສົມບັດອັນລ້ຳຄ່າ" ງານດັ່ງກ່າວໄດ້ມີການຈັດບຸດວາງສະແດງສີນຄ້າ ຫຼາຍກວ່າ 100 ຮ້ານ ຕາມແຄມຝັ່ງແມ່ນ້ຳລ້ານຊ້າງ ເຊິ່ງມີໄລຍະທາງຍາວ 1.2 ກິໂລແມັດ.
ບັນດາບູດຕ່າງໆໄດ້ຖືກແບ່ງອອກເປັນ 6 ພາກສ່ວນ ໄດ້ແກ່: ໂຊນຊາ, ຖົ່ວ, ຫັດຖະກຳ, ໝາກໄມ້, ອາຫານຈາກປ່າດົງດິບ ແລະ ທີ່ພັກໃນປ່າດົງດິບ; ພ້ອມທັງມີການຈັດສະແດງຮູບຖ່າຍການທ່ອງທ່ຽວ ແລະພື້ນທີ່ນຳສະເໜີດ້ານວັດທະນະທຳຢ່າງສ້າງສັນ.
ງານດັ່ງກ່າວໄດ້ລວບລວມເອົາການສົ່ງເສີມອຸດສາຫະກຳ, ການສະແດງມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້, ການສະແດງທາງວັດທະນະທຳ ແລະ ກິດຈະກຳຕ່າງໆທີ່ເປັນປະໂຫຍດຕໍ່ຜູ້ບໍລິໂພກເຂົ້າໄວ້ດ້ວຍກັນ.
ນອກຈາກຜະລິດຕະພັນພິເສດຂອງທ້ອງຖິ່ນແລ້ວ, ຍັງມີອາຫານລົດເລີດ ແລະ ສິນຄ້າຫັດຖະກຳຈາກບັນດາປະເທດລ້ານຊ້າງ-ແມ່ນ້ຳຂອງ ວາງຈຳໜ່າຍອີກດ້ວຍ.
ເມື່ອແຂກຕ່າງປະເທດໄດ້ນັ່ງລົມກັບຜູ້ສືບທອດພູມປັນຍາທ້ອງຖິ່ນ ເພື່ອສົນທະນາກ່ຽວກັບວຽກຫັດຖະກຳແລະ ຜົນຜະລິດກະສິກຳ, ວິໄສທັດຂອງກອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ເນັ້ນການປຶກສາ ຫາລືຢ່າງກວ້າງຂວາງ, ການປະກອບສ່ວນຮ່ວມກັນ ແລະ ການແບ່ງປັນຜົນປະໂຫຍດນັ້ນ ກໍບໍ່ໄດ້ຈຳກັດຢູ່ພຽງແຕ່ໃນເອກະສານຕ່າງໆອີກຕໍ່ໄປ, ຫາກແຕ່ໄດ້ປາກົດໃຫ້ເຫັນຢ່າງເປັນຮູບປະທຳ ໃນທຸກໆການຊີມລົດຊາດ ແລະ ການສົນທະນາແລກປ່ຽນກັນໂດຍກົງ.
ເປັນທີ່ໜ້າສັງເກດໄດ້ວ່າ ຕະຫຼອດໄລຍະເວລາກວ່າ 30 ປີຜ່ານມາ, ງານເທດສະການວັດທະນະທຳ ແລະ ສິລະປະຂອງບັນດາປະເທດໃນລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ເຮັດໜ້າທີ່ເປັນສາຍສຳພັນອັນສຳຄັນ ໃນ ການເຊື່ອມໂຍງປະຊາຊົນທີ່ອາໄສຢູ່ໃນພາກພື້ນດັ່ງກ່າວເຂົ້າຫາກັນ.ໃນຂະນະດຽວກັນ, ງານສະເຫຼີມ ສະຫຼອງງານບຸນ (Carnival) ກໍຖືເປັນສ່ວນໜຶ່ງທີ່ຕໍ່ຍອດມາຈາກງານເທດສະການນີ້, ເຊິ່ງປຽບເໝືອນ
ຂົວຕໍ່ທີ່ຊ່ວຍກ້າວຂ້າມອຸປະສັກທາງດ້ານພາສາ.
ໂດຍການນຳໃຊ້ເວທີງານເທດສະການນີ້, ສິບສອງພັນນາຈະສືບຕໍ່ນຳໃຊ້ເສັ້ນທາງທາງນ້ຳດັ່ງກ່າວໃຫ້ເກີດປະໂຫຍດ ເພື່ອສົ່ງເສີມການແລກປ່ຽນລະຫວ່າງປະຊາຊົນໃຫ້ຫຼາຍຍິ່ງຂຶ້ນ.
(ດັດແກ້ໂດຍ Hu Pingchao ຈາກ Xinhua Silk Road, hupingchao@xinhua.org)
ຄຳສຳຄັນ: ຢຸນນານ ແມ່ນນໍ້າລ້ານຊ້າງ – ແມ່ນ້ຳຂອງ