
ໃນໄລຍະ 9 ເດືອນຜ່ານມາ, ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ສາມາດຈັດເກັບລາຍຮັບຜ່ານປະຕູດຽວ ໄດ້ທັງໝົດ 6,11 ຕື້ກວ່າກີບ, ຊຶ່ງປະກອບມີ: ຄ່າທຳນຽມພາຫະນະເຂົ້າ-ອອກ 4,41 ຕື້ກວ່າກີບ ແລະ ຄ່າບໍລິການ 1,7 ຕື້ກວ່າກີບ ໃນນັ້ນ, ແບ່ງອອກເປັນຄ່າບໍລິການຄົນເຂົ້າ-ອອກ 282 ລ້ານກວ່າກີບ, ຄ່າບໍລິການພາຫະນະເຂົ້າ-ອອກ 222 ລ້ານກວ່າກີບ, ຄ່າບໍລິການກວດກາສິນຄ້າກະສິກຳ 27,8 ລ້ານກວ່າກີບ, ຄ່າບໍລິການກວດປະເພດອາຫານ ແລະ ຢາ 77,4 ລ້ານກວ່າກີບ, ຄ່າບໍລິການລົດຜ່ານຂົວ 912 ລ້ານກວ່າກີບ ແລະ ກອງທຶນທ່ອງທ່ຽວ 178 ລ້ານກວ່າກີບ.
ທ່ານ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເປັນໜຶ່ງໃນດ່ານສາກົນທົ່ວປະເທດ ທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການບໍລິຫານຄຸ້ມຄອງ ແລະ ພັດທະນາດ່ານ ເພື່ອຮັບປະກັນໃຫ້ບັນດາຂະແໜງການພາຍໃນດ່ານ ເຄື່ອນໄຫວວຽກງານວິຊາສະເພາະຢ່າງຄ່ອງຕົວ, ອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ, ພາຫະນະ ແລະ ສິນຄ້າເຂົ້າ-ອອກ ໃຫ້ມີຄວາມສະດວກວ່ອງໄວ, ໂປ່ງໃສ, ເປັນທຳ, ສະຫງົບປອດໄພ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ສຳລັບການຈັດເກັບລາຍຮັບຂອງຂະແໜງພາສີ ແມ່ນໄດ້ກຳນົດຄຸ້ມຄອງແບບທັນສະໄໝ. ໃນສົກປີ 2026 ດ່ານສາກົນຂົວມິດຕະພາບນໍ້າເຫືອງ ໄດ້ຮັບແຜນຈັດເກັບລາຍຮັບທັງໝົດ 614 ຕື້ກວ່າກີບ. ມາຮອດວັນທີ 7 ກັນຍາ 2026 ສາມາດຈັດເກັບຕົວຈິງໄດ້ 423,45 ຕື້ກວ່າກີບ, ເທົ່າກັບ 68,95% ຂອງແຜນການປີ.
ທ່ານ ອຸ່ມ ພານຸເດດ ກ່າວຕື່ມວ່າ: ສຳລັບທິດທາງແຜນການ 3 ເດືອນທ້າຍປີ 2026 ນີ້, ຄະນະຄຸ້ມຄອງດ່ານ ຈະສືບຕໍ່ສຸມໃສ່ນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານ ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ບັນລຸໄດ້ຕາມຄາດໝາຍແຜນການທີ່ວາງໄວ້.