ສານປະຊາຊົນ ແຂວງອຸດົມໄຊ ຕັດສິນຄະດີ ການຄ້າຂາຍ ຫຼື ມີໄວ້ໃນຄອບຄອງສັດປ່າທີ່ຫວງຫ້າມ

ຕົ້ນເດືອນ ຕຸລາ ນີ້ ລະຫວ່າງ ຫົວໜ້າອົງການໄອຍະການປະຊາຊົນ ແຂວງອຸດົມໄຊ (ໂຈດ): ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ (ໂຈດທາງແພ່ງ) ທ້າວ ສີສຸພັນ ແກ້ວປະເສີດ, ອາຍຸ 26 ປີ, ສັນຊາດ ລາວ, ຊົນເຜົ່າ ກຶມມຸ, ປະຊາຊົນ, ປັດຈຸບັນຢູ່ບ້ານ ດອນແອ່ນ, ເມືອງງາ, ແຂວງອຸດົມໄຊ (ຈໍາເລີຍ) ມີຄວາມຜິດທາງອາຍາ ໃນການຄ້າຂາຍ ຫຼື ມີໄວ້ໃນຄອບຄອງສັດປ່າທີ່ຫວງຫ້າມ.
‎ເຫດການດັ່ງກ່າວ ເກີດຂື້ນໃນເວລາ 11:00 ນາທີ, ຂອງວັນທີ 4 ເມສາ 2026 ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບແຈ້ງ ຈາກໂຄງການອານຸລັກໜີລາວ ແຂວງຫຼວງພະບາງ FREE THE BEAR ວ່າມີການລັກລອບ ຊື້ - ຂາຍ ສັດປ່າ ປະເພດຫ່ວງຫ້າມ (ລູກໝີຄວາຍ) ຜ່ານສື່ອອນລາຍ ບັນຊີ Faecbook ຊື່: “ເຮັດຫຍັງຢູ່ຮັນ (ນ້ອຍ)” ແລະ ໄດ້ວາງແຜນຮ່ວມກັນ ເພື່ອລໍ້ຊື້ ລູກໜີ ຈໍານວນດັ່ງກ່າວ, ຜ່ານການລໍ້ຊື້ ແມ່ນໄດ້ມີການນັດຈຸດຊື້-ຂາຍ ສັດປ່າ ທີ່ ຄິວລົດສາຍໃຕ້ ບ້ານຫ້ວຍຂຸມ, ເມືອງໄຊ, ແຂວງອຸດົມໄຊ ໃນເວລາ 16:00 ໂມງ ຂອງວັນທີ 4 ເມສາ 2026 ທາງທີມງານໄດ້ປະສານສົມທົບກັບ ເຈົ້າໜ້າທີ່ຕຳຫຼວດ ສິ່ງແວດລ້ອມ ປກສ ແຂວງ ລົງຊ່ວຍ ຕິດຕາມ ແລະ ກວດກາ ຜູ້ຕ້ອງສົງໄສ ພ້ອມດ້ວຍລົດທີ່ໃຊ້ເຄື່ອນຍ້າຍ ສັດປ່າ ຍີ່ຫໍ້ ທີລິໂກ, ສີຂາວ, ທະບຽນ ບຄ 9277 ພົບເຫັນ ສັດປ່າປະເພດຫວງຫ້າມ (ລູກໝີຄວາຍ) ຈໍານວນ 2 ໂຕ, ມີນໍ້າໜັກ 5 ກິໂລກຼາມ ທີ່ໃສ່ໄວ້ໃນກະຕ່າພາລາສະຕິກສີດໍາ, ເຊິ່ງເປັນຂອງ ທ້າວ ສີສຸພັນ ແກ້ວປະເສີດ ຢູ່ ບ້ານດອນແອ່ນ, ເມືອງງາ, ແຂວງອຸດົມໄຊ. ທາງກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ນໍາຕົວຜູ້ກ່ຽວ ແລະ ພາຫະນະ ພ້ອມດ້ວຍຂອງກາງ ເຂົ້າມາ ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອດໍາເນີນການ ສືບສວນ-ສອບສວນ ຕາມລະບຽບກົດໝາຍ.
ມາໃນວັນທີ 23 ຕຸລາ 2026 ສານປະຊາຊົນ ແຂວງອຸດົມໄຊ ໄດ້ຕັດສີນແລ້ວ ຕາມຄໍາຕັດສີນ ເລກທີ 230/ຂຕ.ອ.
ການລົງໂທດ ທ້າວ ສີສຸພັນ ແກ້ວປະເສີດ (ຈໍາເລີຍ) ມີຄວາມຜິດທາງອາຍາ ສະຖານ ໂທສານຸໂທດ ຂໍ້ຫາ ການຄ້າ-ຂາຍ ຫຼື ມີໄວ້ໃນຄອບຄອງສັດປ່າທີ່ຫວງຫ້າມ; ລົງໂທດຕັດອິດສະລະພາບໃສ່ ທ້າວ ສີສຸພັນ ແກ້ວປະເສີດ (ຈໍາເລີຍ) ເກົ້າເດືອນ ແລະ ປັບໃໝ 3.000.0000 ກີບ, ໂທດຕັດອິດສະລະພາບທີ່ລົງໃສ່ ທ້າວ ສີສຸພັນ ແກ້ວປະເສີດ (ຈໍາເລີຍ) ເກົ້າເດືອນ ພາກໄວ້: “ການພາກໂທດຕັດອິດສະລະພາບທີ່ມີກຳນົດ, ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ ຫຼື ໂທດປັບໃໝທີ່ເປັນໂທດ ຕົ້ນຕໍ ແມ່ນການໂຈະການປະຕິບັດໂທດນີ້ໄວ້ 5 ປີ, ຖ້າວ່າພາຍໃນກຳນົດເວລາດັ່ງກ່າວ ຜູ້ຖືກສານຕັດສີນ ຫາກບໍ່ໄດ້ກະທໍາຜິດໃໝ່ ໂດຍເຈດຕະນາອີກ ໂທດທີ່ພາກໄວ້ນັ້ນ ກໍຈະຕົກໄປ, ຖ້າຜູ້ກະທຳຜິດ ຫາກໄດ້ກະທຳຜິດໃໝ່ ໂດຍເຈດຕະນາ ແລະ ຖືກສານຕັດສິນ ລົງໂທດຕັດອິດສະລະພາບທີ່ມີກຳນົດ, ໂທດດັດສ້າງ ໂດຍບໍ່ຕັດອິດສະລະພາບ ຫຼື ໂທດປັບໃໝທີ່ເປັນໂທດຕົ້ນຕໍ່ນັ້ນ, ເມື່ອຄໍາຕັດສີນໃຊ້ໄດ້ຢ່າງເດັດຂາດແລ້ວ ຜູ້ກ່ຽວກໍຈະໄດ້ປະຕິບັດໂທດໃໝ່, ໂທດປັບໃໝທີ່ເປັນໂທດຕົ້ນຕໍນັ້ນ; "ລວມທັງໂທດເກົ່າທີ່ພາກໄວ້ນັ້ນອີກ ໃຫ້ ທ້າວ ສີສຸພັນ ແກ້ວປະເສີດ (ຈໍາເລີຍ) ໄຊ້ແທນຄ່າສິ້ນເປືອງຕ່າງໆ ໃຫ້ແກ່ ພະແນກກະສິກຳ ແລະ ສິ່ງ ແວດລ້ອມ ແຂວງອຸດົມໄຊ; ຮິບໂທລະສັບມືຖືຍີ່ຫໍ້ ຊຳຊຸງ ສີຂາວ ຈຳນວນ ໜຶ່ງ (1) ແລະ ເຄື່ອງ ຂອງ ທ້າວ ສີສຸພັນ ແກ້ວປະເສີດ (ຈໍາເລີຍ) ມາເປັນຂອງລັດ.
ຂ່າວ: ສຸວັນທອງ