
ໃນວັນທີ 29 ຕຸລາ 2026 ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ເພື່ອທົບທວນຜົນງານ ແລະ ກຳນົດແຜນບູລິມະສິດປີ 2027 ພ້ອມກຽມຮັບມືກັບການຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາ (LDC). ໂດຍການເປັນປະທານຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ດຣ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ໃນກອງປະຊຸມໄດ້ເຕົ້າໂຮມບັນດາການນຳພາກລັດ ແລະ ຄູ່ຮ່ວມພັດທະນາ ເພື່ອທົບທວນຄວາມຄືບໜ້າ ກໍານົດສິ່ງທ້າທາຍ ແລະ ສ້າງຄວາມເຂັ້ມແຂງການປະສານງານທີ່ສອດຄ່ອງກັບບັນດາແຜນງານບູລິມະສິດວຽກງານສາທາລະນະສຸກ ສໍາລັບ ປີ 2027 ໃນຂະນະທີ່ປະເທດກໍາລັງກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້ ເມື່ອ ສປປ ລາວ ຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ລະບົບສາທາລະນະສຸກກໍຈໍາເປັນຕ້ອງກ້າວຂຶ້ນໄປເຊັ່ນກັນ ການຂ້າມຜ່ານດັ່ງກ່າວ ຈະມາຄຽງຄູ່ກັບການຫຼຸດລົງຢ່າງຕໍ່ເນື່ອງຂອງ ການຊ່ວຍເຫຼືອທາງການເພື່ອການພັດທະນາ ໄດ້ນໍາມາທັງຄວາມຄາດຫວັງ ແລະ ຄວາມຈໍາເປັນໃຫ້ມີການເພິ່ງພາຕົນເອງຫຼາຍຂຶ້ນ ໂດຍອີງໃສ່ການນໍາໃຊ້ແຫຼ່ງທຶນພາຍໃນປະເທດສໍາລັບຂະແໜງສາທາລະນະສຸກທີ່ເຂັ້ມແຂງຂຶ້ນ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ (ດິຈິຕອນ) ຢ່າງມີຄວາມຮັບຜິດຊອບ ແລະ ການຂັບເຄື່ອນຄັ້ງໃໝ່ເພື່ອຍົກລະດັບຄຸນນະພາບການບໍລິການ ໃຫ້ສອດຄ່ອງກັບຄວາມຄາດຫວັງ ແລະ ຄວາມຕ້ອງການຂອງປະຊາຊົນທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກອງປະຊຸມໄດ້ຈັດຂຶ້ນໃນໄລຍະທີ່ປະເທດກໍາລັງຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ 10 (2026–2030).