ມາທໍາຄວາມເຂົ້າໃຈກ່ຽວກັບຢາປະດິດສ້າງໃໝ່ຂອງຈີນສ້າງຜົນປະໂຫຍດໃຫ້ແກ່ໂລກແນວໃດ ຜ່ານເລື່ອງລາວທີ່ເກີດຂຶ້ນຢູ່ອາເມຣິກາ

ວິທະຍຸໂທລະພາບສູນກາງຈີນ ລາຍງານ, ຫຼ້າສຸດມີເລື່ອງລາວຈິງເລື່ອງໜຶ່ງຄ້າຍຄືກັບຮູບເງົາເລື່ອງ “Dying to Survive” ໄດ້ເກີດຂຶ້ນຢູ່ອາເມຣິກາ ເຮັດໃຫ້ຜູ້ອ່ານທັງຫຼາຍປະກອບຄໍາເຫັນຢ່າງກວ້າງຂວາງ ເຊິ່ງເລື່ອງລາວດັ່ງກ່າວຄື: ແມ່ຂອງຊາຍອາເມຣິກາຄົນໜຶ່ງປະສົບກັບສະພາບຈຸລັງມະເຮັງປອດຂະຫຍາຍຕົວໄປສູ່ສະໜອງ, ແຕ່ຢູ່ອາເມຣິກາບໍ່ມີຢາປິ່ນປົວສະເພາະ ເຮັດໃຫ້ການປິ່ນປົວຕົກຢູ່ສະພາບຈົນຕາແຈ. ທ່າມກາງຖ້ອຍຄວາມເສຍໃຈຂອງທ່ານໝໍທີ່ໝົດວິທີປິ່ນປົວ, ຜູ້ເປັນລູກໄດ້ຮູ້ຂ່າວວ່າຈີນໄດ້ຄົ້ນຄວ້າພັດທະນາຢາປິ່ນປົວປະດິດສ້າງໃໝ່ສະເພາະອອກມາແລ້ວ, ດັ່ງນັ້ນ, ລາວຈຶ່ງເດີນທາງມາຈີນເພື່ອຊື້ຢາດັ່ງກ່າວ ແລະ ໄດ້ຊື້ຢາຕ້ານພະຍາດມະເຮັງທີ່ຜະລິດໂດຍຈີນ 26 ກັບ, ຢາດັ່ງກ່າວສາມາດຕໍ່ອາຍຸເປັນເວລາ 19 ເດືອນໃຫ້ແມ່ຜູ້ທີ່ມີອາການໜັກໜ່ວງ. ປັດຈຸບັນ, ຢາຊະນິດດັ່ງກ່າວທີ່ມີຊື່ວ່າ Sunvozertinib ໄດ້ຈໍາໜ່າຍຢູ່ອາເມຣິກາຢ່າງເປັນທາງການ. ຈາກຄົນເຈັບຕ່າງປະເທດເດີນທາງຂ້າມມະຫາສະໜຸດມາຊື້ຢາຢູ່ຈີນ ຮອດ ຢາປະດິດສ້າງໃໝ່ຂອງຈີນສົ່ງອອກສູ່ຕ່າງປະເທດໂດຍສອດຄ່ອງກັບຂໍ້ກໍານົດ ແລະ ສ້າງຜົນປະໂຫຍດໃຫ້ທົ່ວໂລກ, ເລື່ອງດັ່ງກ່າວໄດ້ສະແດງໃຫ້ເຫັນການປະດິດສ້າງໃໝ່ຢ່າງມີຊີວິດຊີວາເຖິງການປ່ຽນແປງແບບກ້າວກະໂດດຂອງອຸດສາຫະກໍາຜະລິດຢາຂອງຈີນ.
ການຄົ້ນຄວ້າພັດທະນາຢາຊະນິດໃໝ່ເປັນວຽກນອນໃນຂົງເຂດຫຍຸ້ງຍາກສຸດທີ່ໄດ້ຮັບການຍອມຮັບຈາກທົ່ວໂລກ ເຊິ່ງມີເອກະລັກພິເສດຕ່າງໆ ເຊັ່ນ: ມີການລົງທຶນຫຼາຍ, ມີໄລຍະດໍາເນີນງານຍາວ ແລະ ມີຄວາມສ່ຽງສູງທີ່ຈະຫຼົ້ມເຫຼວ. ເມື່ອຫວນຄືນອະດີດ, ອຸດສາຫະກໍາຜະລິດຢາຂອງຈີນໄດ້ອາໄສການຜະລິດຢາສາມັນ ຫຼື ຜະລິດຢາໂດຍໄດ້ຮັບການມອບໝາຍເປັນຫຼັກ, ການຄົ້ນຄວ້າພັດທະນາຢາຊະນິດໃໝ່ມີຄວາມຊັກຊ້າ, ຂະນະທີ່ເວລາການຈໍາໜ່າຍຢາຢູ່ຕະຫຼາດຈີນ ແລະຕ່າງປະເທດແຕກໂຕນກັນຢ່າງຫຼວງຫຼາຍ ເຮັດໃຫ້ຄົນເຈັບຊາວຈີນຍາກທີ່ຈະນໍາໃຊ້ຢາວິເສດທີ່ລໍ້າສະໄໝຢ່າງທັນການໄດ້.
 
ຢ່າງໃດກໍຕາມ, ພາຍໃນເວລາພຽງສິບປາຍປີເທົ່ານັ້ນ, ສະພາບການໃນຂົງເຂດດັ່ງກ່າວໄດ້ມີການປ່ຽນແປງຢ່າງມິດງຽບ. ປັດຈຸບັນ, ການທົດລອງການປິ່ນປົວພະຍາດຂອງຢາຈີນກ້າວຢູ່ໃນລະດັບແຖວໜ້າຂອງໂລກ ເຊິ່ງການທົດລອງຢາຊະນິດໃໝ່ໃນຂອບເຂດທົ່ວໂລກໃນປີ 2025 ກວມປະມານ 46% ແມ່ນດໍາເນີນຢູ່ຈີນ. ນອກນີ້, ຄວາມແຕກໂຕນກັນດ້ານເວລາການຈໍາໜ່າຍຢາປະດິດສ້າງໃໝ່ຢູ່ຕະຫຼາດລະ ຫວ່າງຈີນ ແລະ ຕ່າງປະເທດໄດ້ຫຼຸດລົງຢ່າງຕໍ່ເນື່ອງ ເຊິ່ງຢາປະດິດສ້າງໃໝ່ທີ່ “ເປັນລຸ້ນທໍາອິດຂອງໂລກທີ່ຜະລິດໂດຍຈີນ” ໄດ້ນໍາສະເໜີອອກມາສູ່ສາຍຕາຊາວໂລກຫຼາຍເທື່ອຕິດຕໍ່ກັນຢ່າງໜາແໜ້ນ ຖືເປັນສິ່ງຢັ້ງຢືນວ່າ: ຄວາມໄວການປະດິດສ້າງໃໝ່ ແລະ ປະສິດທິພາບການຄົ້ນຄວ້າພັດທະນາຂອງຈີນໄດ້ມີການພັດທະນາແບບກ້າວກະໂດດດ້ານຄຸນນະພາບ. ຂໍ້ມູນອຸດສາຫະກໍາທີ່ພົ້ນເດັ່ນຍິ່ງມີຄວາມໜ້າເຊື່ອຖື: ວິສາຫະກິດຜະລິດຢາຈາກຕ່າງປະເທດຈໍານວນຫຼວງຫຼາຍໄດ້ຮ້ອງຂໍການຮ່ວມມືກັບຜົນສໍາເລັດການປະດິດສ້າງໃໝ່ຂອງຈີນຢ່າງເປັນເຈົ້າການ, ວິສາຫະກິດຜະລິດຢາຫຼາຍແຫ່ງຂອງອາເມຣິກາໄດ້ອອກໃບສັ່ງຊື້ມູນຄ່າຫຼາຍຕື້ໂດລາກັບຈີນ ເພື່ອນໍາເຂົ້າ, ພັດທະນາ ແລະ ຫັນຢາປະດິດສ້າງໃໝ່ຂອງຈີນໃຫ້ເປັນແບບທຸລະກິດ ເຮັດໃຫ້ຢາຂອງຈີນກາຍເປັນສິນຄ້າຍອດນິຍົມອັນໃໝ່ໃນຕະຫຼາດຢາຂອງໂລກ.
 
ຢູ່ເບື້ອງຫຼັງການບຸກທະລຸແບບກ້າວກະໂດດດັ່ງກ່າວແມ່ນສະພາບແວດລ້ອມການປະດິດສ້າງໃໝ່ດ້ານຢາຊີວະພາບທີ່ນັບມື້ນັບມີຄວາມສົມບູນຂອງຈີນ. ຈາກການຄົ້ນຄວ້າວິທະຍາສາດພື້ນຖານ, ການເລືອກເຟັ້ນເປົ້າໝາຍຈົນໄປຮອດການທົດລອງການປິ່ນປົວພະຍາດ, ການຜະລິດ ລວມທັງການປະສານສົມທົບລະຫວ່າງທຶນ-ຝ່າຍຕິດຕາມຄຸ້ມຄອງ-ໂຮງໝໍ ຖືວ່າຂາດຂໍ້ໃດຂໍ້ໜຶ່ງກໍບໍ່ໄດ້ຢ່າງເດັດຂາດ. ຈີນຍັງໄດ້ປັບປຸງກົນໄກການກວດກາ ແລະ ອະນຸມັດໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ທະລຸໂລ່ງຂັ້ນຕອນສຸດທ້າຍແຫ່ງການຫັນຜົນສໍາເລັດດ້ານການຄົ້ນຄວ້າວິທະຍາສາດຈາກຫ້ອງທົດລອງໄປສູ່ຕຽງນອນຄົນເຈັບ. ພ້ອມດຽວກັນນີ້, ຈີນຍັງໄດ້ລະດົມກໍາລັງແຮງຂອງມະຫາວິທະຍາໄລ, ສະຖາບັນການສຶກສາຊັ້ນສູງ, ສະຖາບັນຄົ້ນຄວ້າວິທະຍາສາດ ອົງການປິ່ນປົວພະຍາດ ແລະ ວິສາຫະກິດ ເຮັດໃຫ້ພູມປັນຍາທາງວິຊາການ, ປະສົບການດ້ານການບົ່ງມະຕິ ແລະ ປິ່ນປົວພະຍາດ ແລະ ຄວາມຕ້ອງການທາງຕະຫຼາດເຊື່ອມໂຍງເຂົ້າກັນ. ເມື່ອນະໂຍບາຍ, ເຕັກໂນໂລຊີ ແລະ ທຶນກາຍເປັນພະລັງແຮງຮ່ວມ, ສະພາບແວດລ້ອມແຫ່ງການປະດິດສ້າງໃໝ່ຈຶ່ງຈະມີຄວາມອຸດົມສົມບູນ.
ຢາຊີວະພາບບໍ່ເຄີຍເປັນພຽງແຕ່ອຸດສາຫະກໍາໜຶ່ງຈັກເທື່ອ ເຊິ່ງດ້ານໜຶ່ງຜູກມັດກັບຄວາມມຸ່ງຫວັງຕໍ່ຊີວິດຂອງຄົນທົ່ວໄປທີ່ນັບບໍ່ຖ້ວນ, ອີກດ້ານໜຶ່ງເຊື່ອມໂຍງກັບຄວາມປອດໄພດ້ານວິທະຍາສາດເຕັກໂນໂລຊີ ແລະ ສາທາລະນະສຸກຂອງໂລກ. ໃນຍຸກໂລກາພິວັດ, ພະຍາດແມ່ນໄຮ້ພົມແດນ. ຢາຊະນິດໃໝ່ທີ່ມີປະສິດທິຜົນຈະສາມາດກອບກູ້ຊີວິດຂອງຄົນເຈັບຕ່າງຜິວພັນ ແລະ ຕ່າງຊາດໄດ້. ດັ່ງນັ້ນຈຶ່ງວ່າການທີ່ຢາປະດິດສ້າງໃໝ່ຂອງຈີນສົ່ງອອກສູ່ຕ່າງປະເທດບໍ່ຄືກັນກັບການສົ່ງອອກສິນຄ້າທົ່ວໄປ ເນື່ອງຈາກສິ່ງທີ່ມັນສື່ເຖິງນັ້ນແມ່ນແນວຄິດການຮ່ວມມືທີ່ເປີດກວ້າງກວ່າເກົ່າ ຄື: ແບ່ງປັນຜົນສໍາເລັດການຄົ້ນຄວ້າພັດທະນາໃຫ້ແກ່ໂລກ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍດ້ານສຸຂະພາບທີ່ມວນມະນຸດປະເຊີນໜ້າ.
 
ເລື່ອງລາວຊາຍອາເມຣິກາເດີນທາງຂ້າມມະຫາສະໜຸດເພື່ອຊອກຊື້ຢາຈີນໄດ້ຢັ້ງຢືນໃຫ້ເຫັນວ່າ: ຢາປະດິດສ້າງໃໝ່ຂອງຈີນບໍ່ພຽງແຕ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈີນເທົ່ານັ້ນ, ຫາກຍັງເປັນການສະໜອງ “ແຜນການຂອງຈີນ” ທີ່ມີທາງເລືອກຫຼາຍກວ່າໃຫ້ແກ່ຄົນເຈັບໃນໂລກອີກດ້ວຍ. ປັດຈຸບັນແມ່ນຍຸກແຫ່ງການແຕກດອກອອກຜົນຂອງວິທະຍາສາດຊີວະພາບໂລກ, ຂະນະທີ່ອຸດສາຫະກໍາຜະລິດຢາຊີວະພາບຂອງຈີນກໍພວມເລັ່ງພັດທະນາ. ຄຽງຄູ່ກັບຢາປະດິດສ້າງໃໝ່ຂອງຈີນຫັນເປັນມາດຕະຖານສາກົນນັບມື້ນັບຫຼາຍຂຶ້ນ, ຈີນຍ່ອມຈະປະກອບສ່ວນອັນສໍາຄັນເຂົ້າໃນການສ້າງປະຊາຄົມຮ່ວມສາທາລະນະສຸກ ແລະ ສຸຂະພາບຂອງມວນມະນຸດ ເຊິ່ງຂົວຕໍ່ແຫ່ງສຸຂະພາບລະຫວ່າງຈີນ ແລະ ໂລກແຫ່ງນີ້ ຍ່ອມຈະນັບມື້ນັບກວ້າງຂວາງກວ່າເກົ່າ.