ສານປະຊາຊົນແຂວງ ອຸດົມໄຊ ໄດ້ຕັດສິນ ລົງໂທດປະຫານຊີວິດ

ວັນທີ 23 ຕຸລາ 2026 ສານປະຊາຊົນແຂວງອຸດົມໄຊ ໄດ້ຕັດສິນລົງໂທດປະຫານຊີວິດ ທ້າວ ວ່າງອາມິງ ຫຼື ໄຖວ່າງ, ອາຍຸ 35 ປີ, ສັນຊາດ ຫວຽດນາມ, ຊົນເຜົ່າ ມົ້ງ, ອາຊີບປະຊາຊົນ, ບ້ານ ກ້າ ຮາວ, ເມືອງ ດຽນບຽນ, ສສ ຫວຽດນາມ, ປັດຈຸບັນຢູ່ ບ້ານ ປາງຫົກ, ເມືອງ ໃໝ່, ແຂວງ ຜົ້ງສາລີ ຖືກຫາວ່າ: ການຂົນສົ່ງຢາບ້າ, ມີຢາບ້າໄວ້ໃນຄອບຄອງ ແລະ ການນໍາໃຊ້ເອກະສານປອມ,ຖືກກັກຕົວ: ວັນທີ 4 ມິຖຸນາ 2025, ສານປະຊາຊົນແຂວງ ອຸດົມໄຊ ໄດ້ຕັດສິນແລ້ວ ຕາມຄໍາຕັດສິນ ເລກທີ 228/ຂຕ.ອ, ລົງວັນທີ 23 ຕຸລາ 2026. ລົງໂທດປະຫານຊີວິດ ທ້າວ ວ່າງອາມິງ ຫຼື ໄຖວ່າງ (ຈໍາເລີຍ) ໃນຂໍ້ຫາ ການຂົນສົ່ງຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ແລະ ລົງໂທດຕັດອິດສະລະພາບທ້າວ ວ່າງອາມິງ ຫຼື ໄຖວ່າງ (ຈໍາເລີຍ) ສາມເດືອນ ແລະ ປັບໃໝ 3.000.000 ກີບ ໃນຂໍ້ຫາ ການນໍາໃຊ້ເອກະສານປອມ ລວມໂທດ ປະຫານ ຊີວິດ, ຮີບຢາບ້າ ຈໍານວນ 200 ມັດ ມີ 400.000 ເມັດ ນໍ້າໜັກ 40 ກິໂລກຣາມ ຂອງທ້າວ ວ່າງອາມິງ ຫຼື ໄຖວ່າງ (ຈໍາເລີຍ) ແລະ ຮີບປື້ມສຳມະໂນຄົວປອມ ສະບັບ ເລກທີ 757, ລົງວັນທີ 13 ພະຈິກ 2015 ມາທໍາລາຍຖິ້ມ; ຮີບລົດ ຍີ່ຫໍ້ ໂຕໂຍຕ້າ ລີໂວ (TOYOTA REVO) ສີຂາວ ທະບຽນ ກຳແພງນະຄອນ ຂພ 3979 ເລກຈັກ 1GD1155985, ເລກຖັງ MROBA3CD400152015 ແລະ ຮີບໂທລະສັບ ມືຖື ຍີ່ຫໍ້ ໄອໂຟນ (IPHONE) 12 ສີຂາວ ໜຶ່ງເຄື່ອງທີ່ນໍາໃຊ້ ເຂົ້າໃນການກະທໍາຜິດ ມາເປັນຂອງລັດ; ຖ້າຝ່າຍໃດບໍ່ພໍໃຈຕໍ່ຄໍາຕັດສິນສະບັບນີ້ ມີສິດຂໍອຸທອນ ຫຼື ສະເໜີຄັດ ຄ້ານໄດ້ ພາຍໃນກໍານົດ 20 ວັນ ນັບແຕ່ວັນລົງຄໍາຕັດສິນເປັນຕົ້ນໄປ.
ໃນວັນດຽນກັນສານປະຊາຊົນແຂວງ ອຸດົມໄຊ ຍັງໄດ້ຕັດສິນຄະດີທ້າວ ສະໝອນເດັ່ງ ເລົາ (ຕາມສໍາມະໂນຄົວ), ອາຍຸ 41 ປີ, ສັນຊາດ ລາວ, ຊົນເຜົ່າ ມົ້ງ, ປະຊາຊົນ, ຢູ່ ເຮືອນເລກທີ 95, ໜ່ວຍ 6. ບ້ານ ໂພນສີ, ເມືອງ ແບງ, ແຂວງ ອຸດົມໄຊ ຖືກຫາວ່າ: ຖືກກັກຕົວ: ວັນທີ 24 ມິຖຸນາ 2026. ການມີຢາບ້າໄວ້ໃນຄອບຄອງເພື່ອເສບ; ລົງໂທດຕັດອິດສະລະພາບສອງປີ ແລະ ປັບໃໝ 10.000.000 ກີບ, ປະຕິບັດໂທດຕັດອິດສະລະພາບ 4 ເດືອນ 20 ວັນ, ສ່ວນໂທດຕັດອິດສະລະພາບທີ່ຍັງເຫຼືອ 1 ປີ 7 ເດືອນ 10 ວັນ ຝາກໄວ້; ຮີບຢາບ້າ ຈໍານວນ 5 ເມັດ, ນໍ້າໜັກ 0,5 ກຣາມ ມາທໍາລາຍຖິ້ມ ແລະ ທ້າວ ວູ ອາຍໜຶ່ງ, ອາຍຸ 42 ປີ, ສັນຊາດ ຈີນ, ຊົນເຜົ່າ ຫານ, ອາຊີບປະຊາຊົນ, ປັດຈຸບັນຢູ່ບ້ານ ນິຕູ, ເມືອງ ຕ້າ ຫຼື ແຂວງ ຢູນານ ສປ ຈີນ, ຖືກຫາວ່າ: ການມີຢາບ້າໄວ້ໃນຄອບຄອງເພື່ອເສບ; ຖືກກັກຕົວ: ວັນທີ 5 ສິງຫາ 2026; ສານປະຊາຊົນແຂວງ ອຸດົມໄຊ ໄດ້ຕັດສິນລົງໂທດຕັດອິດສະລະພາບທ້າວ ວຸ ອາຍໜຶ່ງ (ຈໍາເລີຍ) 2 ປີ ແລະ ປັບໃໝ່ 10.000.000 ກີບ, ປະຕິບັດຕັດໂທດຕັດອິດສະລະພາບ 3 ເດືອນ 10 ວັນ, ສ່ວນໂທດຕັດອິດສະລະພາບທີ່ຍັງເຫຼືອ 1 ປີ 8 ເດືອນ 20 ວັນ ຝາກໄວ້; ຮີບຢາບ້າຈໍານວນ 9 ເມັດ, ນໍ້າໜັກ 0.9 ກຣາມມາທໍາລາຍຖິ້ມ; ຖ້າຝ່າຍໃດບໍ່ພໍໃຈຕໍ່ຄໍາຕັດສິນສະບັບນີ້ມີສິດຂໍອຸທອນ ຫຼື ສະເໜີຄັດຄ້ານໄດ້ ພາຍໃນກຳນົດ 20 ວັນ ນັບແຕ່ວັນລົງຄໍາຕັດສິນເປັນຕົ້ນໄປ.
ຂ່າວ: ສຸວັນທອງ