ຄະນະຜູ້ແທນພຸດທະສາສະໜາໜານໄຫ່ ຈາກ ສປ ຈີນ ເດີນທາງຢ້ຽມຊົມ ຫໍພິພິທະພັນສິນລະປະລາວ

ໃນວັນທີ 27 ຕຸລາ 2026 ນີ້, ພຣະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານ ຄະນະປະຈໍາ ສະມາຄົມພຸດທະສາສະໜາ ແຂວງກວ່າງຕຸ້ງ, ປະທານ ສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ປະທານຜູ້ກໍ່ຕັ້ງກອງປະຊຸມພຸດທະສາສະໜາໜານໄຫ ທັງເປັນເຈົ້າອາທິການວັດ ຫົງຟ້າ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປທັດສະນະສຶກສາ ແລະ ຢ້ຽມຊົມ ຫໍພິພິທະພັນສິນລະປະລາວ ທີ່ບ້ານ ໂນນສະອາດ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຢູ່ ສປປ ລາວ.
 
​ການຢ້ຽມຊົມໃນຄັ້ງນີ້ ໄດ້ຮັບການນຳພາ ແລະ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄະນອງລິດ ສີສົມບູນ, ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ, ພ້ອມດ້ວຍຄະນະຮັບຜິດຊອບ ຫໍພິພິທະພັນສິນລະປະລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
 
​ໃນໂອກາດດັ່ງກ່າວ, ຄະນະຮັບຜິດຊອບຫໍພິພິທະພັນ ໄດ້ນຳພາຄະນະຜູ້ແທນທ່ຽວຊົມ ແລະ ບັນຍາຍກ່ຽວກັບປະວັດຄວາມເປັນມາ, ຄວາມຄິດລິເລີ່ມໃນການກໍ່ສ້າງ. ຫໍພິພິທະພັນສິນລະປະລາວ ຖືເປັນຄວາມພາກພູມໃຈຂອງຄົນລາວ ເພາະເປັນຜົນງານສີໄມ້ລາຍມືຂອງຄົນລາວຢ່າງແທ້ຈິງ ທັງການອອກແບບ, ງານແກະສະລັກໄມ້ທີ່ວິຈິດບັນຈົງ, ການຈັດວາງວັດຖຸບູຮານ ແລະ ການຕົກແຕ່ງລວດລາຍອາຄານຢ່າງສວຍສົດງົດງາມ ເຊິ່ງສ່ອງແສງໃຫ້ເຫັນເຖິງວັດທະນະທຳ-ອະລິຍະທຳອັນປະເສີດ ທີ່ຕິດພັນກັບຄວາມອຸດົມສົມບູນຂອງທຳມະຊາດລາວຢ່າງກົມກຽວ.