ເປີດໂຮງຮຽນປະຖົມກຸ່ມເທສະບານເມືອງນອງ

ວັນທີ 9 ພຶດສະພາ ຜ່ານມາທີ່ໂຮງຮຽນປະຖົມສົມບູນນອງວິໄລເມືອງນອງ ແຂວງສະຫວັນນະ ເຂດໄດ້ຈັດພິທີເປີດໂຮງຮຽນປະຖົມ ກຸ່ມເທສະບານຂຶ້ນເປັນກຸ່ມທໍາອິດ ຂອງເມືອງນອງ ໂດຍການເຂົ້າຮ່ວມ ຂອງທ່ານສຸພາພອນ ນັນທະນາ ວອນເຈົ້າເມືອງໆນອງ,ທ່ານກິຄໍາພິມບຸນຍໍຕາງໜ້າຈາກພະແນກສຶກ ສາທິການ ແລະກີລາແຂວງ, ມີຄະນະຫ້ອງການສຶກສາ, ບັນດາຫ້ອງ ການອ້ອມຂ້າງເມືອງ, ອໍານວຍການໂຮງຮຽນ, ຄູ-ອາຈານແລະອໍານາດການປົກຄອງໃນ 5 ບ້ານເຂົ້າ ຮ່ວມ.

ທ່ານ ສາຍທອງ ບຸດຈັນທະ ລາດ ຄະນະທິມງານກໍ່ສ້າງຮາກຖານຈາກພະແນກສຶກສາທິການ ແຂວງປະຈໍາເມືອງນອງ ກໍ່ໄດ້ຂຶ້ນ ລາຍງານກ່ຽວກັບການຈັດຕັ້ງປະຕິບັດການສ້າງຕັ້ງກຸ່ມໂຮງຮຽນປະ ຖົມເທສະບານເມືອງເປັນແຫ່ງທໍາ ອິດໂດຍໄດ້ກໍານົດເອົາ 5 ໂຮງຮຽນ ຄື: ໂຮງຮຽນປະຖົມສົມບູນນອງວິ ໄລ, ໂຮງຮຽນປະຖົມບ້ານຫີນສະ ຫວ່າງ, ໂຮງຮຽນປະຖົມບ້ານປູນຍາງ, ໂຮງຮຽນປະຖົມບ້ານປູນຕົງແລະໂຮງຮຽນປະຖົມປູນຊີເຍີງ, ທັງນີ້ເພື່ອປະຕິບັດຕາມທິດ 3 ສ້າງຂອງລັດຖະບານກໍ່ຄືກະຊວງສຶກສາທິການ ແລະກີລາວາງອອກ, ການສ້າງຕັ້ງກຸ່ມໂຮງຮຽນປະຖົມ ໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ໂຮງຮຽນໃນກຸ່ມໄດ້ມີໂອກາດຊ່ວຍເຫຼືອເຊິ່ງກັນ ແລະກັນທາງດ້ານການພັດທະນາ, ການຄຸ້ມຄອງ-ບໍລິຫານໂຮງຮຽນ, ດ້ານວິຊາການ, ການຮຽນ-ການ ສອນ, ພັດທະນາວິຊາຊີບຄູ, ພັດທະ ນາສະພາບແວດລ້ອມໂຮງຮຽນ, ຊົມ ໃຊ້ຊັບພະຍາກອນຮ່ວມກັນ, ຕ້ານແລະສະກັດກັ້ນປະກົດການຫຍໍ້ທໍ້, ສ້າງຄວາມເຂັ້ມແຂງໃນການບໍລິ ຫານ-ຄຸ້ມຄອງໂຮງຮຽນໃຫ້ມີຄຸນນະພາບດີຂຶ້ນເປັນກ້າວໆ.

ໃນການຈັດພິທີໃນຄັ້ງນີ້ໄດ້ຮັບ ການສະໜັບສະໜູນວັດຖຸ ແລະທຶນຮອນຈາກບຸກຄົນ ແລະບໍລິສັດຄື:ຄອບຄົວທ່ານ ສາຍທອງ ບຸດຈັນທະລາດ ມອບອຸປະກອນການສຶກສາຕ່າງໆມູນຄ່າ 5  ລ້ານກີບ,  ທ່ານ ສຽວສະຫວາດ ຈຸນລະມົນຕີ 3 ລ້ານກີບ, ທ່ານ  ເກຍ  ອູລິດທິເດດ 1 ລ້ານກີບ, ບໍລິສັດນໍ້າມັນເຊື້ອໄຟ ລາວ 5 ແສນກີບ ແລະບໍລິສັດລາວ ໂທລະຄົມ 2 ແສນກີບ.