ບັງກະລາເທດ ກວດພົບຄົນເຈັບໄຂ້ເລືອດອອກ ຫຼາຍກວ່າ 2,000 ຄົນ ໃນມື້ດຽວ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ສຳນັກງານບໍລິການສາທາລະນະສຸກຂອງບັງກະລາເທດ ໄດ້ລາຍງານການກວດພົບຄົນເຈັບໄຂ້ເລືອດ ຈຳນວນ 2,249 ຄົນ ໃນ 24 ຊົ່ວໂມງ ກ່ອນເວລາ 8:00 ໂມງເຊົ້າຂອງວັນທີ 25 ຕຸລາຜ່ານມາ (ຕາມເວລາທ້ອງຖິ່ນ) ຊຶ່ງເປັນໂຕເລກປະຈໍາວັນສູງສຸດນັບຕັ້ງແຕ່ຕົ້ນປີ 2026 ແລະ ມີຜູ້ເສຍຊີວິດ 7 ຄົນໃນໄລຍະ 24 ຊົ່ວໂມງດຽວກັນ.
ບົດລາຍງານຊີ້ໃຫ້ເຫັນວ່າ: ຈຳນວນຄົນເຈັບໄຂ້ເລືອດອອກສະສົມໃນບັງກະລາເທດສຳລັບປີ 2026 ຈະເກີນ 123,000 ຄົນ, ໂດຍມີຜູ້ເສຍຊີວິດ 384 ຄົນ, ແບ່ງອອກເປັນດັ່ງຕໍ່ໄປນີ້: ເດືອນມິຖຸນາ 13 ຄົນ, ກໍລະກົດ 36 ຄົນ, ສິງຫາ 43 ຄົນ, ກັນຍາ 148 ຄົນ ແລະ ຕຸລາ 139 ຄົນ.
ທ່ານ ທາຣິກ ຣາມານ ນາຍົກລັດຖະມົນຕີບັງກລາເທດໄດ້ສັ່ງໃຫ້ອົງການທີ່ກ່ຽວຂ້ອງດຳເນີນການໂຄສະນາສ້າງຄວາມຮັບຮູ້ກ່ຽວກັບການປ້ອງກັນໄຂ້ເລືອດອອກໃຫ້ແກ່ປະຊາຊົນໂດຍການໃຊ້ໂທລະໂຄ່ງໃນເຂດຊຸມຊົນທີ່ຢູ່ອາໄສ.
ນອກຈາກນັ້ນ, ໄຂ້ເລືອດອອກຍັງແຜ່ລະບາດຢ່າງຕໍ່ເນື່ອງນອກເໜືອຈາກເດືອນມິຖຸນາ-ກັນຍາ ຊຶ່ງເປັນໄລຍະການລະບາດຕາມປົກກະຕິໃນບັງກະລາເທດ.