ອະລັງການ! ນະຄອນປາກເຊ ພະສົງ 108 ອົງ ພ້ອມມວນຊົນ 4,000 ກວ່າຄົນ ຮ່ວມແຫ່ວຽນທຽນ-ໄຫຼເຮືອໄຟ ບຸນອອກພັນສາ

ພິທີວຽນທຽນ, ຂະບວນແຫ່ເຮືອໄຟໂຄກ ແລະ ຂະບວນແຫ່ຂອງກ້ອນກໍາລັງຊາວນະຄອນປາກເຊ ແຂວງຈໍາປາສັກ ກໍແມ່ນກິດຈະກໍາໜຶ່ງ ທີ່ສໍາຄັນໃນງານປະວໍຣະນາ - ອອກພັນສາ ແລະ ຊ່ວງເຮືອປະເພນີ ທີ່ນະຄອນປາກເຊ ແຂວງຈໍາປາສັກ ເຊິ່ງຈັດຂຶ້ນໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ພສ 2569, ກົງກັບ ວັນທີ 26 ຕຸລາ 2026 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມ ການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ປອ.ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງແຂວງ ແລະ ໄດ້ຮັບຄວາມເມດຕາເຂົ້າຮ່ວມເປັນປະທານຝ່າຍສົງ ຂອງພະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວແຂວງຈຳປາສັກ ພ້ອມດ້ວຍພະເຖລານຸເຖລະ, ການນຳແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນຳນະຄອນປາກເຊ, ສະຖາບັນການສຶກສາ, ໂຮງຮຽນ, ຄະນະພັກ - ອົງການປົກຄອງບ້ານ, ບໍລິສັດ, ຫົວໜ່ວຍທຸລະກິດ, ຜູ້ປະກອບການ, ຫ້າງຮ້ານຕ່າງໆ ຕະຫຼອດຮອດເຖົ້າແກ່ມຸນໂທ ແລະ ພໍ່ແມ່ປະຊາຊົນຊາວນະຄອນປາກເຊ ເຂົ້າຮ່ວມຢ່າງຫຼວງຫຼາຍ.
#ພິທີແຫ່ວຽນທຽນ, ຂະບວນແຫ່ກ້ອນກໍາລັງຊາວນະຄອນປາກເຊ ໃນປີ 2026 ນີ້ ປະກອບດ້ວຍຂະບວນຕ່າງໆ ຄື: ຂະບວນແຫ່ເຮືອໄຟໂຄກ, ຂະບວນແຫ່ຜາສາດເຜີ້ງ, ຂະບວນແຫ່ທຽນໄຊ, ຂະບວນພະສົງ - ເຖົ້າແກ່ມຸນໂທ, ຂະບວນແຫ່ມວນຊົນ, ພະນັກງານ - ລັດທຖະກອນ, ສະຖາບັນການສຶກສາ, ໂຮງຮຽນ, ຂະບວນແຫ່ກຸ່ມທະນາຄານ ແລະ ບໍລິສັດ ລວມທັງໝົດມີ 11 ຂະບວນໃຫຍ່, ປະກອບມີ 54 ກ້ອນກໍາລັງ, ມີຈໍານວນພົນເຂົ້າຮ່ວມຂະບວນແຫ່ທັງໝົດ 4 ພັນກວ່າຄົນ, ພະສົງ 108 ອົງ ເຊິ່ງເລີ່ມແຫ່ຈາກວົງວຽນທ່າສາລາຄຳ ຕາມເສັ້ນທາງ ເລກທີ 11 ມາຫາຫໍຫຼັກເມືອງປາກເຊ ເຂົ້າສູ່ວັດຫຼວງ ແລ້ວຖວາຍຕົ້ນກາລະພຶກແດ່ພະສົງ. ພາຍຫຼັງສໍາເລັດພິທີແຫ່ວຽນທຽນແລ້ວ ກໍມີການໄຫຼເຮືອໄຟໂຄກ, ເຮືອໄຟໜ້ານໍ້າ ແລະ ມີການປ່ອຍກະທົງ - ໄຫຼເຮືອໄຟ ຕາມຮີດຄອງປະເພນີ ທີ່ປາກນໍ້າເຊໂດນ ແຕ່ທ່າວັດຫຼວງປາກເຊ ຫາ ທ່າສາລາຄໍາ ຕາມຮີດຄອງປະເພນີ ທີ່ໄດ້ສືບສານກັນມາແຕ່ບູຮານນະການ.
* ຂ່າວ-ພາບ: ທູນທອງໃຈ *