ອັດຕະປື ຢຶດສັດປ່າ 6 ຊະນິດ ນ້ຳໜັກ 27 ກິໂລກຣາມ ຈາກການໂຄສະນາຂາຍທາງ ເຟສບຸກ

ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດພິທີຈູດທຳລາຍຊິ້ນສ່ວນສັດປ່າ, ພ້ອມທັງໄດ້ປ່ອຍສັດປ່າ ທີ່ຍັງມີຊີວິດຈໍານວນໜຶ່ງກັບຄືນສູ່ທຳມະຊາດ, ສັດປ່າດັ່ງກ່າວແມ່ນຂອງກາງທີ່ເຈົ້າໜ້າທີ່ຢຶດໄດ້ຈາກປະຊາຊົນ ທີ່ໂຄສະນາຂາຍຜ່ານເຟສບຸກ ແລະ ນຳມາວາງຂາຍຕາມຕະຫຼາດ ຫຼັກ 3 ເມືອງສາມັກຄີໄຊ, ຕະຫຼາດຊາວບ້ານຫາດຊາຍຂາວ ເມືອງໄຊເສດຖາ, ບ້ານສະໝອງໃໝ່ ແລະ ບ້ານມິດສຳພັນ ເມືອງສະໜາມໄຊ.
ສຳລັບສັດປ່າທີ່ຢຶດໄດ້ ມີທັງໝົດ 6 ຊະນິດ ຈໍານວນ 8 ໂຕ, ນ້ຳໜັກລວມ 27 ກິໂລກຣາມ. ໃນນັ້ນ, ສັດທີ່ຍັງມີຊີວິດມີ 3 ໂຕ, ນ້ຳໜັກລວມ 6.1 ກິໂລກຣາມ ປະກອບມີ: ແລນ 2 ໂຕ ນ້ຳໜັກ 2.6 ກິ ໂລກຣາມ ແລະ ຫຼີ່ນ 1 ໂຕ ນ້ຳໜັກ 3.5 ກິໂລກຣາມ ເຊິ່ງໄດ້ນຳປ່ອຍກັບຄືນສູ່ທຳມະຊາດ.
ສໍາລັບຊິ້ນສ່ວນສັດປ່າທີ່ຕາຍແລ້ວມີ 5 ໂຕ, ນ້ຳໜັກລວມ 20.9 ກິໂລກຣາມ, ປະກອບມີ: ເຫງັນ 3 ໂຕ ນ້ຳໜັກ 4.5 ກິໂລກຣາມ, ໝູປ່າ ນ້ຳໜັກ 2.4 ກິໂລກຣາມ, ໄກ້ 1 ໂຕ ນ້ຳໜັກ 1 ກິໂລກຣາມ ແລະ ເໝັ້ນ 1 ໂຕ ນ້ຳໜັກ 13 ກິໂລກຣາມ, ໂດຍໄດ້ນຳໄປຈູດທຳລາຍຖິ້ມຕາມລະບຽບການ. ພ້ອມນີ້, ເຈົ້າໜ້າທີ່ຍັງໄດ້ມີການເຮັດບົດບັນທຶກສຶກສາອົບຮົມປະຊາຊົນ ຜູ້ກະທຳຜິດຈຳ ນວນ 7 ຄົນ ເພື່ອສ້າງຄວາມຮັບຮູ້ກ່ຽວກັບການອະນຸລັກສັດປ່າ ແລະ ຊັບພະຍາກອນທຳມະຊາດ.
ພິທີຈູດທໍາລາຍ ຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າ ທີ່ຍັງມີຊີວິດກັບຄືນສູ່ທໍາມະຊາດ ໄດ້ຈັດຂື້ນໃນວັນທີ 26 ຕຸລາຜ່ານມາ ທີ່ ວັດກຳມະຖານ, ບ້ານລະຍາວ, ເມືອງສາມັກຄີໄຊ, ໂດຍມີທ່ານ ບຸນລົບ ສີດາວົງ ຫົວໜ້າກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພະນັກງານ, ເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ທັງນີ້ ກໍເພື່ອເປັນການສະແດງເຖິງຄວາມເຂັ້ມງວດໃນການກວດກາ ແລະ ຄວບຄຸມການຄ້າສັດປ່າ, ພ້ອມທັງສົ່ງເສີມການອະນຸລັກສັດປ່າ ແລະ ຮັກສາຄວາມສົມດຸນຂອງລະບົບນິເວດ.
ຂ່າວ: ວັດທະນາ