ແຂວງຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລ້ຳຄ່າ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ນໍ້າຂອງ ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ, ແຂກທີ່ມີກຽດ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຈັດງານບຸນ ໄດ້ກ່າວຕ້ອນຮັບ ແລະ ຂອບໃຈການນຳພັກ-ລັດ, ພາກທຸລະກິດ ແລະ ປະຊາຊົນ ທີ່ຮ່ວມສະໜັບສະໜູນ ຈົນເຮັດໃຫ້ງານບຸນດຳເນີນມາເປັນເວລາ 6 ວັນ ດ້ວຍບັນຍາກາດຄຶກຄື້ນ ແລະ ຜົນສຳເລັດອັນດີ.
ໄຮໄລທ໌ຂອງງານແມ່ນເຮືອໄຟ 13 ລໍາ ທີ່ປະດັບປະດາຢ່າງວິຈິດງົດງາມ ສະທ້ອນເຖິງສິລະປະ, ພູມປັນຍາ ແລະ ຄວາມຄິດສ້າງສັນຂອງປະຊາຊົນ ປະສານກັບແສງທຽນຈາກກະໂທງສາຍ 2,569 ດວງ ສ້າງພາບປະທັບໃຈເໜືອລຳນ້ຳຂອງ ພ້ອມສະທ້ອນເຖິງຄວາມສາມັກຄີຂອງຊາວຄຳມ່ວນ.
ຂ່າວ : ມະນີວັນ