
ພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ແລະ ວຽນທຽນບູຊາພະທາດຫຼວງວຽງຈັນ ເພື່ອຮັບຕ້ອນກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 26 ຕຸລາ 2026, ຢູ່ບໍລິເວນເດີ່ນດ້ານໜ້າອານຸສາວະລີ ພະເຈົ້າໄຊຍະເສດຖາທິລາດ (ບໍລິເວນພະທາດຫຼວງວຽງຈັນ), ນະຄອນຫຼວງວຽງຈັນ.
ພິທີດັ່ງກ່າວ ໄດ້ຮັບກຽດນຳໂດຍ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ເຈົ້າອະທິການວັດສີສະເກດ ພ້ອມດ້ວຍ ພະອາຈານໃຫຍ່ ອິນຊຸນ ຮອງປະທານຄະນະປະຈຳສະມາຄົມພຸດທະສາສະໜາແຂວງກວ່າງຕຸ້ງ, ປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ, ເຈົ້າອາວາດວັດຫົງຟ້າ. ໂດຍມີ ພະເຖລານຸເຖລະ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ທ່ານນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວສ້າງຊາດ; ທ່ານນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນຳພັກ-ລັດ, ການນຳນະຄອນຫຼວງວຽງຈັນ, ຄອບຄົວການນຳ ແລະ ພຸດທະສາສະນິກະຊົນ ເຂົ້າຮ່ວມຢ່າງຄຶກຄື້ນ.
ໃນໂອກາດດັ່ງກ່າວ, ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ໄດ້ກ່າວວ່າ: ພະທາດຫຼວງວຽງຈັນ ເປັນປູຊະນີຍະສະຖານອັນສັກສິດ ແລະ ເປັນສູນລວມຈິດໃຈຂອງຊາວລາວທົ່ວປະເທດ, ໂດຍສະເພາະແມ່ນພຸດທະສາສະນິກະຊົນ. ການທີ່ພະສົງຈາກຫຼາຍປະເທດ ແລະ ຕ່າງນິກາຍ ໄດ້ມາຮ່ວມພິທີສູດມົນໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄຸນຄ່າຂອງພະທຳຄຳສອນ ແລະ ພະລັງແຫ່ງສັດທາ ທີ່ສາມາດເຊື່ອມສານຈິດໃຈຂອງຜູ້ຄົນໃຫ້ເປັນໜຶ່ງດຽວກັນ. ພ້ອມນີ້, ທ່ານຍັງໄດ້ເນັ້ນເຖິງຄວາມສຳຄັນຂອງການນຳຫຼັກທຳມາປະຕິບັດໃນຊີວິດປະຈຳວັນ ເພື່ອສ້າງຄວາມສະຫງົບສຸກໃຫ້ແກ່ຕົນເອງ, ຄອບຄົວ ແລະ ສັງຄົມ.
ກິດຈະກຳດັ່ງກ່າວ ເປັນສ່ວນໜຶ່ງຂອງການກະກຽມຮັບຕ້ອນ ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ຄັ້ງທີ XI ທີ່ກຳນົດຈັດຂຶ້ນໃນວັນທີ 28 ຕຸລາ 2026 ຢູ່ ນະຄອນຫຼວງວຽງຈັນ. ທັງເປັນໂອກາດໃຫ້ພຸດທະສາສະນິກະຊົນ ໄດ້ສຳຜັດກັບຄວາມງົດງາມຂອງຮູບແບບການສູດມົນຕາມສາຍທຳມະເນຍຂອງພຸດທະສາສະໜາທັງ 3 ນິກາຍ ຄື: ເຖຣະວາດ, ມະຫາຍານ ແລະ ວັດຊະຣະຍານ. ເຖິງແມ່ນວ່າຈະມີຮູບແບບພິທີກຳທີ່ແຕກຕ່າງກັນ ແຕ່ລ້ວນແຕ່ມີຈຸດມຸ່ງໝາຍຮ່ວມກັນ ໃນການສືບທອດຄຳສອນຂອງພະພຸດທະເຈົ້າ, ສົ່ງເສີມຄວາມເມດຕາ, ຄວາມສາມັກຄີ ແລະ ການຢູ່ຮ່ວມກັນຢ່າງສັນຕິ.
ການຮ່ວມສູດມົນ ແລະ ອະທິຖານເພື່ອສັນຕິພາບໃນຄັ້ງນີ້ ໄດ້ສະທ້ອນເຖິງຄວາມຫວັງຮ່ວມກັນຂອງມວນມະນຸດ ໃນການຫຼຸດຜ່ອນຄວາມຂັດແຍ້ງ, ຢຸດຕິສົງຄາມ, ແກ້ໄຂບັນຫາຄວາມທຸກຍາກ ແລະ ຮ່ວມກັນຮັບມືກັບໄພພິບັດຕ່າງໆ. ພ້ອມດຽວກັນນີ້ ຍັງเป็นการສົ່ງຕໍ່ຄຸນຄ່າຂອງຄວາມເມດຕາ, ການບໍ່ບຽດບຽນ ແລະ ການໃຫ້ອະໄພ ເພື່ອເປັນຮາກຖານສຳຄັນໃນການສ້າງສັນຕິພາບທີ່ຍືນຍົງໃຫ້ແກ່ສັງຄົມ ແລະ ໂລກ.
ໃນຕອນທ້າຍຂອງພິທີ, ບັນດາຄະນະປະທານ, ຜູ້ແທນ ແລະ ພຸດທະສາສະນິກະຊົນ ໄດ້ຮ່ວມກັນປະກອບພິທີສູດມົນ ແລະ ວຽນທຽນບູຊາພະທາດຫຼວງ ດ້ວຍຈິດໃຈສັດທາ ແລະ ຕັ້ງຈິດອະທິຖານ ຂໍໃຫ້ປະຊາຊົນທຸກຊາດ ທຸກພາສາ ປະສົບແຕ່ຄວາມຜາສຸກ, ປອງດອງສາມັກຄີ ແລະ ຢູ່ຮ່ວມກັນດ້ວຍຄວາມຮັກ, ຄວາມເມດຕາ ແລະ ສັນຕິສຸກຢ່າງຍືນຍົງ.