ລະວັງສານພິດ “ເມຕາໂນນ” ປະສົມໃນເຫຼົ້າເຖື່ອນ-ເຫຼົ້າປອມ ດື່ມແລ້ວອັນຕະລາຍເຖິງຊີວິດ

ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ແລະ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຈັດກິດຈະກຳ ໃຫ້ຄວາມຮູ້ ແລະ ສ້າງຄວາມເຂົ້າໃຈແກ່ສັງຄົມ ກ່ຽວກັບສານພິດອັນຕະລາຍ ເມຕາໂນນ (Methanol) ທີ່ປະສົມຢູ່ໃນເຄື່ອງດື່ມທີ່ມີທາດເຫຼົ້າ ໃນລະຫວ່າງວັນທີ 25-27 ຕຸລາ 2025 ຢູ່ບຸນຊ່ວງເຮືອວັດຈັນ, ນະຄອນຫຼວງວຽງຈັນ.

ເມຕາໂນນ ແມ່ນສານພິດອັນຕະລາຍຊະນິດໜຶ່ງທີ່ ເຊິ່ງອາດປົນຢູ່ໃນເຫຼົ້າເຖື່ອນ ຫຼື ເຫຼົ້າປອມ ເມື່ອດື່ມສານດັ່ງກ່າວເຂົ້າໄປສູ່ຮ່າງກາຍມັນຈະທຳລາຍເຊວລະບົບປະສາດ ແລະ ລະບົບຫາຍໃຈ.

ໃນກິດຈະກຳຄັ້ງນີ້, ທີມງານແມ່ນໄດ້ໃຫ້ຄວາມຮູ້ ກ່ຽວກັບອາການ ແລະ ສັນຍານເຕືອນ ສຳລັບຜູ້ທີ່ດື່ມ ສານເມຕາໂນນ ທີ່ປົນຢູ່ໃນເຄື່ອງດື່ມທີ່ມີທາດເຫຼົ້າເຂົ້າໄປໃນຮ່າງກາຍ ມັກເລີ່ມສະແດງອາການອອກພາຍໃນ 12–24 ຊົ່ວໂມງ ຫຼັງຈາກດື່ມ, ຄ້າຍຄືອາການເມົາຄ້າງ ແຕ່ຮຸນແຮງກວ່າປົກກະຕິ ຫຼື ຮຸນແຮງຂຶ້ນເລື້ອຍໆ ເຊຶ່ງຈະເຮັດໃຫ້ຜູ້ທີ່ໄດ້ຮັບສານດັ່ງກ່າວ ອາດມີອາການເພີ່ມດັ່ງນີ້: ຕາຟາງ, ຕາແພ້ແສງ, ຕາເຫັນເປັນຈຸດດຳລອຍໄປມາ, ຕາເຫັນແສງຍິບຍັບ, ການເບິ່ງເຫັນແຄບລົງ ຫຼື ຕາບອດ; ເຈັບຫົວ, ມຶນງົງ, ວິນຫົວ ແລະ ອ່ອນເພຍ; ເຈັບທ້ອງ ແລະ ປຸ້ນທ້ອງ; ຫາຍໃຈຍາກ ຫຼື ຫາຍໃຈຜິດປົກກະຕິ ຖ້າມີອາການເຫຼົ່ານີ້ ຄວນໄປພົບແພດດ່ວນ.

ກິດຈະກຳຄັ້ງນີ້ ແມ່ນໜຶ່ງໃນກິດຈະກຳຂອງໂຄງການສ້າງຄວາມເຂັ້ມແຂງໃນວຽກງານເຝົ້າລະວັງ, ປ້ອງກັນ ແລະ ໂຕ້ຕອບ ດ້ານຄວາມປອດໄພຂອງອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ໃນ ສປປ ລາວ (2025–2027) ເຊິ່ງໄດ້ຮັບສະໜັບສະໜູນດ້ານງົບປະມານຈາກລັດຖະບານອົດສະຕຣາລີ ແລະ ດໍາເນີນງານຜ່ານການຮ່ວມມືລະຫວ່າງກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແລະ ອົງການ CHAI.