ສອງພາກສ່ວນແຂ່ງຂັນກິລາມິດຕະພາບ ຮັບຕ້ອນວັນສຳຄັນ

ການແຂ່ງຂັນກິລາບານເຕະ (ຟຸດຊໍ) ລະຫວ່າງທະນະຄານການຄ້າຕ່າງປະເທດລາວ (ທຄຕລ) ສາຂາແຂວງເຊກອງ ແລະ ກຸ່ມບໍລິສັດ ສອນ ກໍ່ສ້າງຂົວທາງ-ເຄຫາສະຖານ ແລະນຳເຂົ້າ-ສົ່ງອອກສິນຄ້າ ຄົບວົງຈອນຈຳກັດຜູ້ດຽວ ໄດ້ມີຂຶ້ນໃນວັນທີ 16 ຕຸລາ 2026 ຢູ່ທີ່ເດີ່ນບານສາຍພູຫຼວງ ເມືອງລະມາມ ແຂວງເຊກອງ ນຳໂດຍ ທ່ານ ສຸກສະຫວັນ ໄຊຍະແສງ ຫົວຫນ້າ ທະນະຄານການຄ້າຕ່າງປະເທດລາວ ສາຂາ ແຂວງເຊກອງ, ທ່ານ ພູມສະຫວັນ ຈັນທະປະເສີດ ຮອງປະທານກຸ່ມບໍລິສັດສອນກໍ່ສ້າງຂົວທາງ-ເຄຫາສະຖານ ແລະນຳເຂົ້າ-ສົ່ງອອກສິນຄ້າ ຄົບວົງຈອນຈຳກັດຜູ້ດຽວ ພ້ອມນັກກິລາສອງພາກສ່ວນເຂົ້າຮ່ວມ.
ທ່ານ ສຸກສະຫວັນ ໄຊຍະແສງ ຫົວຫນ້າ ທຄຕລ ສາຂາແຂວງເຊກອງ ກ່າວວ່າ: ການແຂ່ງຂັນກິລາຄັ້ງນີ້, ແມ່ນການແຂ່ງຂັນກິລາມິດຕະພາບ, ສ້າງຄວາມສາມັກຄີຮັກແພງ ເພື່ອແນໃສ່ເຮັດໃຫ້ຄວາມ ໃກ້ສິດຕິດແທດ ແລະ ໃຫ້ຄວາມສໍາຄັນຕໍ່ນັກທຸລະກິດ ກໍ່ຄືລູກຄ້າ VIP ຂອງສາຂາ ເຊິ່ງເປັນກຸ່ມນັກທຸລະກິດອັນດັບແຖວໜ້າຂອງແຂວງ ເຊກອງ ໃຫ້ມີບັນຍາກາດອັນຟົດຟື້ນ ທີ່ເຕັມໄປດ້ວຍຄວາມໝາຍ, ຄວາມສຳຄັນ ແລະ ໄມຕີຈິດ-ມິດຕະພາບ, ຮັດແໜ້ນຄວາມສາມັກຄີ ໃຫ້ແໜ້ນແຟ້ນຂຶ້ນຕື່ມ ແລະ ສ້າງຂະບວນການສະເຫຼີມສະຫຼອງວັນຫັນເປັນທຸລະກິດ ທຄຕລ ຄົບຮອບ 37 ປີ (01/11/1989 -01/11/2026) ພ້ອມນີ້ ຍັງເປັນການຂໍ່ານັບຊົມເຊີຍ ວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 58 ປີ (07/10/1968-07/10/2026), ທັງເປັນການແນໃສ່ການອອກກຳລັງກາຍເພື່ອສຸຂະພາບ, ມິດຕະພາບ ແລະ ສິ່ງສໍາຄັນແມ່ນເພື່ອສ້າງ ຄວາມສາມັກຄີເປັນປຶກແຜນຂອງຖັນແຖວພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາເຊກອງ ແລະ ກຸ່ມບໍລິສັດ ສອນ ກໍ່ສ້າງຂົວທາງ-ເຄຫາສະຖານ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ ຄົບວົງຈອນ ຈຳກັດຜູ້ດຽວ ດ້ວຍກັນ, ເປັນກາລະໂອກາດອັນດີ ເພື່ອພົບປະໂອ້ລົມແລກປ່ຽນບົດຮຽນ, ສ້າງຈິດສໍານຶກ ແລະ ການປະພຶດຕົວທີ່ດີ ມີລັກສະນະສ້າງສັນ, ມີລະບຽບວິໃນ ມີວັດທະນະທໍາ ແລະ ກິລິຍາມາລະຍາດທີ່ດີ, ເຄົາລົບນັບຖືຊຶ່ງກັນ ແລະ ກັນ ໂດຍຖືເອົາຜົນປະໂຫຍດສ່ວນລວມເປັນພື້ນຖານ ໃນຂະບວນການແຂ່ງຂັນກິລາຄັ້ງນີ້.
ຈາກນັ້ນກໍໄດ້ເລີ່ມການແຂ່ງຂັນກິລາດັ່ງກ່າວຢ່າງເປັນຂະບວນຟົດຟື້ນ ແລະເບີກບານມ່ວນຊື່ນ.
.
ຂ່າວ: ອັດສະວິນ