ເມືອງບໍ່ແຕນ ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອປະຈຳປີ 2026

ງານບຸນປະເພນີແຂ່ງຂັນຊ່ວງເຮືອປະຈຳປີ 2026 ຢູ່ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ, ທີ່ສາຍນ້ຳຮອຍ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພຸດທະຈອນ ປິ່ນທິບ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ, ມີຄະນະປະທານຈັດງານບຸນ, ແຂກຖືກເຊີນ ພ້ອມດ້ວຍມວນຊົນຊາວເມືອງບໍ່ແຕນເຂົ້າຮ່ວມ.
ທ່ານ ສະຫງົບ ພັບບົວອອນ ຮອງປະທານຈັດງານບຸນ ໄດ້ລາຍງານການກະກຽມຄວາມພ້ອມ ໃນການຈັດງານບຸນ. ຈາກນັ້ນ, ທ່ານ ອານຸສິດ ມະໂນສິນ ປະທານຈັດງານບຸນ ໄດ້ກ່າວເປີດພິທີ ວ່າ: ການຈັດງານບຸນຄັ້ງນີ້, ເພື່ອເປັນການສືບຕໍ່ອະນຸລັກ ຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ບັນດາເຜົ່າ ຕິດພັນກັບການຊຸກຍູ້ທາງດ້ານເສດຖະກິດ-ສັງຄົມ ທັງເປັນການສົ່ງເສີມການທ່ອງທ່ຽວຂອງເມືອງ ໃຫ້ເປີດກວ້າງອອກສູ່ສາຍຕາຂອງມວນຊົນທັງພາຍໃນ ແລະ ຕ່າງປະເທດ ຊຶ່ງໄດ້ຈັດໃຫ້ມີກິດຈະກໍາຫຼາຍຢ່າງເຊັ່ນ: ການສະແດງສິລະປະ-ວັນນະຄະດີ, ທ່ຽວຊົມຕະຫຼາດນັດ.
ສຳລັບການແຂ່ງຂັນຊ່ວງເຮືອປີນີ້ມີທັງໝົດ 17 ທີມ, ມີທີມຊ່ວງເຮືອຊາຍ 7 ທີມ ຍິງ 4 ທີມ, ມີທີມຊ່ວງເຮືອຂອງນັກທຸລະກິດຕ່າງເມືອງ 6 ທີມ. ຜົນການແຂ່ງຂັນຊ່ວງເຮືອຊາຍ ທີ 1 ເຮືອບ້ານນາສ້ານ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 7,000,000 ລ້ານກີບ, ທີ 2 ເຮືອບ້ານຕາລິ່ງ ໄດ້ຮັບລາງວັນ 6,000,000 ລ້ານກີບ ແລະ ທີ 3 ເຮືອຕາແສງບໍ່ແຕນ ໄດ້ຮັບລາງວັນ 5,000,000 ລ້ານກີບ, ເຮືອເພດຍິງ ທີ 1 ເຮືອບ້ານນາສ້ານ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 7,000,000 ລ້ານກີບ, ທີ 2 ເຮືອບ້ານຕາລິ່ງ ໄດ້ຮັບລາງວັນ 6,000,000 ລ້ານກີບ ແລະ ທີ 3 ເຮືອບ້ານເມືອງຮຳ ໄດ້ຮັບລາງວັນ 5,000,000 ລ້ານກີບ, ທີມເຮືອຂອງນັກທຸລະກິດຕ່າງເມືອງທີ 1 ທີມເຮືອພອນທິດານາວາ ໄດ້ຮັບເງິນ 3,000,000 ລ້ານກີບ, ທີ 2 ທິມເຮືອບໍລິສັດຈັນທະວົງ ກໍ່ສ້າງຂົວທາງ ໄດ້ຮັບເງິນ 2,000,000 ກີບ, ທີ 3 ທີມເຮືອຈັນທະສອນ ໄດ້ຮັບເງິນ 1,000,000 ກີບ.
ໂອກາດນີ້, ທ່ານ ອານຸສິດ ມະໂນສິນ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ອົງການຈັດຕັ້ງພັກ-ລັດ ບໍລິສັດ, ຫ້າງຮ້ານ, ນັກທຸລະກິດ, ພໍ່ຄ້າ-ຊາວຂາຍ ແລະ ປະຊາຊົນໃນທົ່ວເມືອງທີ່ໄດ້ໃຫ້ການອຸປະຖຳທາງດ້ານວັດຖຸປັດໃຈ ແລະ ພ້ອມກັນຈັດງານປະເພນີ ບຸນຊ່ວງເຮືອປະຈຳປີນີ້ໃຫ້ສຳເລັດລົງດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ມີຄວາມສະຫງົບປອດໄພ 100%. ຂ່າວ-ພາບ: ສາຍຄຳ ບຸນຍາວົງ