ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງທີ່ຫໍຫຼັກເມືອງ

ໃນຕອນເຊົ້າວັນທີ 22 ຕຸລາ 2026, ການນຳແຂວງຄຳມ່ວນ, ການນຳເມືອງທ່າແຂກ, ຄະນະສົງ ແລະ ພຸດທະສາສະນິກະຊົນ ໄດ້ພ້ອມໃຈຮ່ວມໃສ່ບາດ, ຖວາຍສັງຄະທານ ແລະ ປະກອບພິທີກຳທາງສາສະໜາຢູ່ຫໍຫຼັກເມືອງ ເມືອງທ່າແຂກ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ. ພິທີດັ່ງກ່າວ ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄຳມ່ວນ, ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ພຣະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງ, ພ້ອມດ້ວຍການນຳຂອງແຂວງ, ການນໍາເມືອງ, ຄະນະສົງ ແລະ ພຸດທະສາສະນິກະຊົນເຂົ້າຮ່ວມ.
 
ພາຍໃນງານ ທ່ານ ສົມໃຈ ພານີຈັນ ໄດ້ປ່ຽນຜ້າ 7 ສີ, ຫົດສົງນ້ຳຫອມນ້ຳຈັນ ແລະ ຈຸດທູບທຽນບູຊາພຣະຣັດຕະນະໄຕ ຕາມຮີດຄອງປະເພນີ. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຖວາຍກອງບຸນ ແລະ ເຄື່ອງບໍລິວານ, ໃສ່ບາດ, ຮັບພອນ, ຢາດນ້ຳ ແລະ ຟັງພຣະສົງສູດພາຫຸງໄຊຍະມຸງຄຸນຄາຖາ. ການຈັດພິທີຄັ້ງນີ້ ມີຈຸດປະສົງເພື່ອເສີມສ້າງຄວາມສາມັກຄີ, ເພີ່ມພູນສິຣິມຸງຄຸນ, ອຸທິດສ່ວນບຸນກຸສົນ ແລະ ສືບສານຮັກສາຮີດຄອງປະເພນີອັນດີງາມຂອງຊາວເມືອງທ່າແຂກໃຫ້ຄົງຢູ່ສືບໄປ.
ຂ່າວ: ມະນີວັນ