
ເມືອງໄຊບົວທອງ ແຂວງຄໍາມ່ວນ ປະເມີນມູນຄ່າຄວາມເສຍຫາຍຈາກພະຍຸ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາກັນຍາ 2026 ລວມມູນຄ່າເສຍຫາຍກວ່າ 16.59 ຕື້ກີບ ໂດຍມີ 27 ບ້ານ ແລະ 925 ຄອບຄົວໄດ້ຮັບຜົນກະທົບ. ຄວາມເສຍຫາຍຄອບຄຸມທັງເສັ້ນທາງ, ຂົວ, ພື້ນທີ່ກະສິກຳ, ຊົນລະປະທານ, ໂຮງຮຽນ ແລະ ຊັບສິນຂອງປະຊາຊົນ. ຂະນະນີ້ ທາງການຂັ້ນເມືອງ ກຳລັງສະເໜີຂໍງົບປະມານຈາກຂັ້ນແຂວງ ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງທີ່ຈຳເປັນຮີບດ່ວນ.
ທ່ານ ອຸດົມໄຊ ລັດຕະນະເຮືອງສີ ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງໄຊບົວທອງ ໃຫ້ຮູ້ວ່າ: ພາຍຫຼັງພະຍຸໄດ້ພັດຜ່ານຈຳນວນ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາ ເດືອນກັນຍາ 2026, ຄະນະກຳມະການໄພພິບັດຂັ້ນເມືອງ ຮ່ວມກັບຫ້ອງການກ່ຽວຂ້ອງ ໄດ້ລົງສຳຫຼວດ ແລະ ປະເມີນຄວາມເສຍຫາຍໃນຫຼາຍຂະແໜງການ ພົບວ່າມີມູນຄ່າຄວາມເສຍຫາຍລວມ 16.59 ຕື້ກວ່າກີບ. ສຳລັບດ້ານພື້ນຖານໂຄງລ່າງ ມີເສັ້ນທາງເສຍຫາຍ 13 ເສັ້ນ ແລະ ຂົວ 7 ແຫ່ງ. ສະເພາະເສັ້ນທາງມີມູນຄ່າເສຍຫາຍປະມານ 14.14 ຕື້ກີບ ສ່ວນຂົວມີມູນຄ່າເສຍຫາຍກວ່າ 103 ລ້ານກີບ. ນອກນັ້ນ ຍັງມີເຂດບ້ານຈຳນວນໜຶ່ງຖືກຕັດຂາດໃນຊ່ວງນ້ຳຖ້ວມ ໂດຍສະເພາະເຂດແຕ່ສາມແຍກບ້ານນາພ້າວ ເຂົ້າໄປຫາບ້ານໜອງຜື-ກຸດນ້ຳໃສ-ທ່າແຮ່, ທົ່ງຕຽມ ຮອດບ້ານທ່າໂພ ປະຊາຊົນບາງເຂດຕ້ອງໃຊ້ເຮືອເດີນທາງໄປມາ. ສ່ວນເຂດບ້ານນາພ້າວ-ນາກະທິງ-ນາຊຽງຄວນ ກໍ່ປະສົບບັນຫາການສັນຈອນໃນລະດູຝົນເຊັ່ນກັນ.
ດ້ານການຜະລິດກະສິກຳ ມີເນື້ອທີ່ນາເສຍຫາຍ 1,337 ເຮັກຕາ, ລະບົບຊົນລະປະທານ 4 ແຫ່ງ, ສັດລ້ຽງປະເພດງົວ, ຄວາຍ, ແບ້ ແລະ ສັດປີກຫຼາຍກວ່າ 243 ໂຕ ພ້ອມທັງໜອງປາ 58 ໜອງ ແລະ ມີປາປະມານ 90,500 ໂຕ. ມູນຄ່າເສຍຫາຍດ້ານກະສິກຳ ແລະ ຊົນລະປະທານລວມປະມານ 2.11 ຕື້ກີບ. ນອກນັ້ນ ຍັງມີໂຮງຮຽນ 1 ແຫ່ງຖືກນ້ຳຖ້ວມ ມີອຸປະກອນການຮຽນເສຍຫາຍກວ່າ 7 ລ້ານກີບ ແລະ ພາຫະນະ ເຊັ່ນ: ລົດໄຖ, ລົດຈັກ ເສຍຫາຍກວ່າ 55 ລ້ານກີບ. ສ່ວນລະບົບໄຟຟ້າມີໝໍ້ແປງໄຟຟ້າເສຍຫາຍ 1 ໜ່ວຍ ແລະ ເສົາໄຟຟ້າລົ້ມ 1 ຕົ້ນ. ທີ່ຜ່ານມາ ໄດ້ມີການຍົກຍ້າຍໝໍ້ນັບໄຟຟ້າ 36 ໜ່ວຍ ອອກຈາກເຂດສ່ຽງ ເພື່ອຫຼຸດຄວາມສ່ຽງຕໍ່ອັນຕະລາຍຈາກໄຟຟ້າ.
ທ່ານ ອຸດົມໄຊ ກ່າວຕື່ມວ່າ: ທາງການເມືອງໄດ້ຈັດລຽງບູລິມະສິດຈຸດເສຍຫາຍ ເພື່ອສະເໜີຂໍງົບປະມານຈາກຂັ້ນແຂວງ ມາສ້ອມແປງຟື້ນຟູ ແລະ ປັດຈຸບັນ ປະຊາຊົນໄດ້ຊ່ວຍກັນສ້ອມແປງເສັ້ນທາງບາງຈຸດເຊັ່ນ: ການຖົມຂຸມເພື່ອໃຫ້ສັນຈອນໄດ້ສະດວກຂຶ້ນ. ສ່ວນຂົວບາງແຫ່ງຍັງມີຈຸດຊຳລຸດ ເຊິ່ງອາດສ້າງຄວາມສ່ຽງຕໍ່ການເກີດອຸບັດຕິເຫດ ຈຶ່ງຕ້ອງເລັ່ງແກ້ໄຂຕາມຄວາມຈຳເປັນ. ສ່ວນແຜນໃນໄລຍະຍາວ ແມ່ນຈະສຸມໃສ່ແກ້ໄຂຍົກລະດັບເສັ້ນທາງ, ຂຸດຄອງລະບາຍນໍ້າລົງໃສ່ບ່ອນພື້ນທີ່ຕໍ່າ ແລະ ວາງທໍ່ຕາມເສັ້ນທາງໃຫ້ຫຼາຍຂຶ້ນ ເພື່ອລະບາຍນໍ້າໃຫ້ໄດ້ດີກວ່າເກົ່າ.
ທັງນີ້ທາງການເມືອງໄຊບົວທອງ ຈະສືບຕໍ່ປະສານງານກັບຂະແໜງການກ່ຽວຂ້ອງ ເພື່ອສະເໜີຂັ້ນເທິງຂໍງົບປະມານ ແລະ ລະດົມແຫຼ່ງທຶນມາຟື້ນຟູພື້ນຖານໂຄງລ່າງ ແລະ ພື້ນທີ່ຜະລິດຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.