ປກສ ເມືອງຊຽງຄໍ້ ກັກຕົວ 2 ຜູ້ຄ້າຂາຍຢາບ້າເສບຕິດ ພ້ອມຂອງກາງ 6,000 ເມັດ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ລົງເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຕາມເສັ້ນທາງເລກ 6A, ສາມາດກັກຕົວຜູ້ກໍ່ເຫດ 2 ຄົນ ພ້ອມຂອງກາງຢາບ້າຈຳນວນ 6,000 ເມັດ ຫຼັງພະຍາຍາມຖິ້ມຫຼົບຫຼີກການກວດກາຂອງເຈົ້າໜ້າທີ່.

ວັນທີ 18 ຕຸລາ 2026 ຜ່ານມານີ້, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ປະຕິບັດໜ້າທີ່ວິຊາສະເພາະກວດກາຕາມເສັ້ນທາງ 6A ລະຫວ່າງ ບ້ານຕະອອນໃຕ້ ຫາ ບ້ານພຽງຍຳ ເມືອງຊຽງຄໍ້.

ຮອດເວລາປະມານ 18:00 ໂມງ, ເຈົ້າໜ້າທີ່ພົບເຫັນລົດຈັກຂັບຂີ່ມາໃກ້ຈຸດກວດກາ ຈຶ່ງໄດ້ສົ່ງສັນຍານລັດກວດຄົ້ນ; ໃນເວລານັ້ນ, ຜູ້ກໍ່ເຫດໄດ້ຖິ້ມວັດຖຸສິ່ງຂອງລົງແຄມທາງ. ຜ່ານການກວດກາຕົວຈິງ, ເຈົ້າໜ້າທີ່ພົບເຫັນຢາເສບຕິດປະເພດຢາບ້າ 1 ແຟັກ, ຈໍານວນ 30 ຖົງ, ລວມມີ 6,000 ເມັດ ທີ່ຖືກຫໍ່ໃສ່ຖົງຜ້າສີດຳ.

ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຄວບຄຸມຕົວຜູ້ກ່ຽວທັງສອງມາສືບສວນ-ສອບສວນ. ຜ່ານການສອບສວນຮູ້ວ່ານາມຊື່: ທ້າວ ເຊັງຈັ່ງ ອາຍຸ 32 ປີ, ອາຊີບປະຊາຊົນ, ຢູ່ບ້ານກົງຄຳ ເມືອງຊຽງຄໍ້ ແຂວງຫົວພັນ (ຜູ້ຂັບຂີ່). ທ້າວ ຕົວທໍ ອາຍຸ 37 ປີ, ອາຊີບປະຊາຊົນ, ຢູ່ບ້ານກົງຄຳ ເມືອງຊຽງຄໍ້ ແຂວງຫົວພັນ (ຜູ້ຊ້ອນທ້າຍ).

ຜູ້ກ່ຽວທັງສອງໃຫ້ການຮັບສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວແມ່ນຂອງພວກຕົນແທ້, ໂດຍແມ່ນຈະນຳໄປສົ່ງໃຫ້ບຸກຄົນອື່ນ (ບໍ່ຮູ້ຊື່ ແລະ ບ່ອນຢູ່) ຕາມຈຸດນັດໝາຍທີ່ຂົວນ້ຳມ້າ ບ້ານສົບຊາຍ ເມືອງຊຽງຄໍ້ ແຂວງຫົວພັນ.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະໄດ້ນຳຕົວຜູ້ກ່ຽວທັງສອງພ້ອມຂອງກາງ ສົ່ງໃຫ້ພະແນກສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງຫົວພັນ ເພື່ອສືບຕໍ່ສອບສວນຂະຫຍາຍຜົນ ແລະດຳເນີນຄະດີຕາມລະບຽບກົດໝາຍ.
ພາບ-ຂ່າວ: ປກສ ເມືອງຊຽງຄໍ້