ເຕືອນໄພ! ການຄ້າມະນຸດຍຸກໃໝ່: ແຕ່ງດອງແອບແຝງ, ອຸ້ມບຸນ ແລະຫຼອກໄປໃຊ້ແຮງງານອອນລາຍ

ເຕືອນໄພ! ການຄ້າມະນຸດຍຸກໃໝ່: ແຕ່ງດອງແອບແຝງ, ອຸ້ມບຸນ ແລະ ຫຼອກໄປໃຊ້ແຮງງານອອນລາຍ
.

ສປປ ລາວ ຍັງສືບຕໍ່ຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານການຕ້ານການຄ້າມະນຸດ, ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫລາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫລັກແມ່ນການໄປອອກແຮງງານຢູ່ຕ່າງປະເທດ ແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 20 ຕຸລາ 2026 ນີ້ວ່າ: ສະພາບການຄ້າມະ ນຸດທີ່ເກີດຂຶ້ນຫລາຍໃນປີ 2025 ເປັນຕົ້ນ ການແຕ່ງດອງ ທີ່ມີລັກສະນະແອບແຝງ ໂດຍສວຍໃຊ້ສື່ສັງຄົມອອນລາຍສະເໜີຄ່າດອງສູງ,ມີການບັງຄັບ,ມີການຕົວະຍົວະ, ປອມແປງເອກະສານ ແລະ ອື່ນໆ. ໃນປີ 2025 ພົບເຫັນແມ່ຍິງລາວຖືກຫຼອກລວງໄປແຕ່ງ ດອງຢູ່ຕ່າງປະເທດ ຈຳນວນ ຫຼາຍ; ການຮັບຈ້າງຖືພາແທນ (ອຸ້ມບຸນ) ກາຍເປັນອາຊະຍາກໍາຮູບແບບ ໃໝ່ ໂດຍມີການເປີດໂຮງໝໍ ຫຼື ຄລີນິກບັງໜ້າ ແຕ່ເບື້ອງຫຼັງແມ່ນການປະສົມພັນທຽມ ເພື່ອນຳສົ່ງເດັກອອກຕ່າງປະເທດ. ພ້ອມນີ້, ຍັງມີການຂູດຮີດແຮງ ງານ ແລະ ການຄ້າປະເວນີ ຊຶ່ງມັກເກີດຂຶ້ນຢູ່ຕາມສະຖານທີ່ຕ່າງໆ ໂດຍມີການກັກຂັງໜ່ວງໜ່ຽວ ຈຳກັດອິດສະລະພາບ ຂອງຜູ້ອອກແຮງງານ. ເນື່ອງຈາກແຮງງານສ່ວນຫຼາຍຖືກຊັກຈູງຜ່ານສື່ອອນລາຍ ເມື່ອເຮັດວຽກບໍ່ໄດ້ຕາມເປົ້າ ໝາຍກຳນົດ ກໍຈະຖືກບັງຄັບ, ຈຳກັດອິດສະລະພາບ ແລະ ບັງຄັບໃຫ້ເຮັດວຽກລ່ວງເວລາ.

ຕໍ່ກັບບັນຫາດັ່ງກ່າວ, ກົມຕຳຫຼວດສະກັດກັ້ນ ແລະຕ້ານການຄ້າມະນຸດໂດຍພາຍໃຕ້ການນຳພາ-ຊີ້ນຳຂອງລັດຖະບານ ໂດຍສະເພາະຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ,ແຂວງ,ເມືອງ ໄດ້ຊີ້ນຳຂະແໜງການຢູ່ສູນ ກາງ ແລະທ້ອງຖິ່ນຈັດຕັ້ງປະຕິບັດວຽກງານຢ່າງຕັ້ງໜ້າເປັນຕົ້ນວຽກງານການປ້ອງກັນສະກັດກັ້ນໂດຍສະເພາະການໂຄສະນາປູກຈິດສຳນຶກ ໄດ້ເນັ້ນໃສ່ການຕອບໂຕ້ ກັບທ່າອ່ຽງອາຊະຍາກຳຮູບແບບໃໝ່ ແລະ ການນຳໃຊ້ເຕັກໂນໂລຊີ ເຊັ່ນ: ດ້ານສື່ມວນຊົນ ແລະ ອອນລາຍ: ໄດ້ເຜີຍແຜ່ສະປອດໂຄສະນາເພື່ອແຈ້ງເຕືອນປະຊາຊົນ (ສຽງເຕືອນທີ່ຄວນຟັງ, ວຽກໃນຝັນ, ຍ້ອນຄວາມລຳບາກຈຶ່ງຖືກຕົວະ, ເຕືອນສະຕິກ່ອນແຕ່ງດອງ); ການແຊກຊ້ອນເຂົ້າໃນຫຼັກ ສູດການສຶກສາ: ເປັນບາດກ້າວສຳຄັນ ໃນປີ 2025, ໄດ້ສຳ ເລັດການແຊກຊ້ອນວຽກງານຕ້ານການຄ້າມະນຸດ ເຂົ້າໃນຫລັກສູດວິຊາສຶກສາພົນລະເມືອງ (ມ ຕົ້ນ-ມ ປາຍ) ພ້ອມທັງໄດ້ແຈກຢາຍປຶ້ມອ່ານ ເສີມຫຼາຍກວ່າ 6.250 ຫົວ ໃຫ້ບັນດາໂຮງຮຽນ ໃນທົ່ວປະເທດ. ນອກນີ້, ຄະນະກຳມະ ການຂັ້ນແຂວງ ແລະເມືອງ ຍັງໄດ້ລົງໂຄສະນາເຜີຍແຜ່ເຖິງ 983 ຄັ້ງ, ມີຜູ້ເຂົ້າຮ່ວມເຖິງ 126.616 ຄົນ ຍິງ 56.216 ຄົນ.

ສຳລັບວຽກງານການດຳເນີນຄະດີ ແລະບັງຄັບໃຊ້ກົດໝາຍ ເຈົ້າໜ້າທີ່ໄດ້ສຸມໃສ່ແກ້ໄຂຄະດີຢ່າງຕັ້ງໜ້າໂດຍສະເພາະການມ້າງເຄືອຂ່າຍອາຊະຍາກຳໃນເຂດເສດຖະກິດພິເສດ ແລະ ການສະກັດກັ້ນການແຕ່ງດອງແອບແຝງ ຊຶ່ງເຈົ້າໜ້າທີ່ ປກສ ໄດ້ຮັບຄະດີເຂົ້າໃໝ່ 45 ເລື່ອງ, ມີຜູ້ຖືກຫາ 119 ຄົນ ຍິງ 75 ຄົນ. ໃນນັ້ນ, ຕ່າງປະເທດ 36 ຄົນ, ສາມາດກູ້ໄພ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ 86 ຄົນ ຍິງ 80 ຄົນ, ຊຶ່ງເປັນເດັກອາຍຸຕ່ຳກວ່າ 18 ປີ ເຖິງ 71 ຄົນ. ຜົນການແກ້ໄຂ ໄດ້ສະ ຫຼູບສຳນວນສົ່ງໃຫ້ອົງການໄອຍະການປະຊາຊົນ 36 ເລື່ອງ ແລະ ພວມສືບສວນ-ສອບສວນ 16 ເລື່ອງ. ສ່ວນວຽກວຽກງານການປົກປ້ອງ ແລະ ຊ່ວຍ ເຫຼືອຜູ້ເຄາະຮ້າຍ ໄດ້ມີການຍົກລະດັບກົນໄກການຊ່ວຍ ເຫຼືອໃຫ້ມີຄວາມວ່ອງໄວ ແລະ ກວມເອົາຫຼາຍພື້ນທີ່ຫຼາຍຂຶ້ນ ເປັນຕົ້ນ ການຊ່ວຍເຫຼືອໂດຍກົງ: ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສາມາດຕ້ອນຮັບ ແລະ ຊ່ວຍເຫລືອຜູ້ເຄາະຮ້າຍເຂົ້າພັກເຊົາໄດ້ 34 ຄົນ ຍິງ 29 ຄົນ, ສູນກາງຊາວໜຸ່ມກໍໄດ້ໃຫ້ຄຳປຶກສາ ແກ່ໄວໜຸ່ມ- ຊາວໜຸ່ມ ຈຳນວນ 889 ຄັ້ງ.

ການຮ່ວມມືກັບອົງການຈັດຕັ້ງສັງຄົມ, ຂະແໜງການລັດ (ທັງສູນກາງ ແລະທ້ອງຖິ່ນເປັນຕົ້ນ ແຂວງສະຫວັນນະເຂດ ແລະ ແຂວງຫຼວງນ້ຳທາ) ໄດ້ເພີ່ມທະວີການປະ ສານສົມທົບກັບສະມາຄົມບ້ານແສງສະຫວ່າງ ໃນການຈັດ ຕັ້ງປະຕິບັດໂຄງການຊ່ວຍເຫຼືອ, ສາມາດລົງພື້ນທີ່ຊ່ວຍ ເຫຼືອກຸ່ມສ່ຽງ, ໄວໜຸ່ມວ່າງງານ ແລະ ແຮງງານລາວທີ່ກັບຈາກຕ່າງປະເທດ ໃຫ້ໄດ້ຮັບການພັດທະນາສີມືແຮງງານ, ຊອກວຽກເຮັດງານທຳໃນລະບົບທີ່ຖືກຕ້ອງ ແລະ ສົ່ງເສີມໃຫ້ຜູ້ດ້ອຍໂອກາດໄດ້ເຂົ້າເຖິງການສຶກສາຢ່າງເປັນຮູບປະ ທຳ, ພ້ອມທັງຂະຫຍາຍຕາໜ່າງການຊ່ວຍເຫຼືອຂັ້ນທ້ອງ ຖິ່ນ ຊຶ່ງບັນດາແຂວງໄດ້ສ້າງຄວາມເຂັ້ມແຂງ ໃຫ້ແກ່ສູນປົກ ປ້ອງຂັ້ນແຂວງ ໂດຍສະເພາະ ການຮອງຮັບແຮງງານທີ່ຖືກ ຫຼອກລວງ ຈາກບັນດາເຂດເສດຖະກິດພິເສດ ແລະ ການແກ້ໄຂບັນຫາແບບມອບເໝົາ ໂດຍເນັ້ນການສົ່ງກັບຄືນສູ່ພູມລຳເນົາຢ່າງປອດໄພ ພ້ອມທັງມອບເງິນອຸດໜູນເບື້ອງຕົ້ນ.

ພັອ ກິແກ້ວ ຈັນທະລັງສີ ຍັງໃຫ້ຮູ້ອີກວ່າ: ສຳລັບວຽກງານການພົວພັນຮ່ວມມືກັບຕ່າງປະເທດ ແລະ ສາກົນ ໃນປີ 2025, ວຽກງານພົວພັນຮ່ວມມື ໄດ້ມີການເຄື່ອນໄຫວທີ່ພົ້ນເດັ່ນ ໂດຍສະເພາະກະຊວງການຕ່າງປະເທດໄດ້ເປັນເຈົ້າການໃນການກະກຽມຄວາມພ້ອມ ເພື່ອຈັດກອງປະຊຸມໜ່ວຍງານວິຊາການ ຕ້ານການຄ້າມະນຸດ ຮ່ວມກັບອົງການຈັດຕັ້ງສາກົນ ສິ່ງທີ່ພົ້ນເດັ່ນທີ່ສຸດຄື ການກະກຽມຈັດກອງປະຊຸມ ຄະນະຈຸດປະສານງານແຫ່ງຊາດ ເພື່ອຈັດ ຕັ້ງປະຕິບັດຂໍ້ຕົກລົງສາກົນ ວ່າດ້ວຍການເຄື່ອນຍ້າຍຖິ່ນ ຖານຢ່າງປອດໄພ, ເປັນລະບຽບ ແລະ ປົກກະຕິ (GCM) ຊຶ່ງເປັນບາດກ້າວສຳຄັນໃນການເຊື່ອມໂຍງມາດຕະຖານສາກົນ ເຂົ້າໃນການຄຸ້ມຄອງແຮງງານ ເຄື່ອນຍ້າຍຂອງລາວ; ພ້ອມທັງການຍົກລະດັບກົນໄກການປົກປ້ອງແຮງ ງານຂ້າມຊາດ ພາຍໃຕ້ການສະໜັບສະໜູນຈາກອົງ ການແຮງງານສາກົນ (ILO), ສູນກາງສະຫະພັນກຳມະບານລາວ ໄດ້ສຳເລັດການກະກຽມລົງນາມບົດບັນທຶກການຮ່ວມມື ກັບອົງການກຳມະບານແຫ່ງປະເທດໄທ ແນໃສ່ການສ້າງຕາໜ່າງຊ່ວຍເຫລືອ ແລະ ປົກປ້ອງສິດທິອັນຊອບທຳຂອງຜູ້ອອກແຮງງານລາວ ທີ່ອາໄສຢູ່ປະເທດໄທ ແລະຜູ້ອອກແຮງງານໄທທີ່ອາໄສຢູ່ລາວ.

ພ້ອມນີ້, ການຮ່ວມມືຍົກລະດັບຂະບວນການຍຸຕິທຳຊຶ່ງອົງການໄອຍະການປະຊາຊົນສູງສຸດໄດ້ຮ່ວມມືກັບແຜນງານອາຊຽນ-ອົດສະຕຣາລີ ໃນການກະກຽມສ້າງເອກະສານຝຶກອົບຮົມລະດັບຊາດ. ນອກຈາກນີ້, ຍັງໄດ້ເຮັດວຽກຮ່ວມກັບອົງການ IOM ເພື່ອສ້າງປຶ້ມຄູ່ມືມາດຕະຖານວ່າດ້ວຍການສຳພາດ ແລະການເອົາຄຳໃຫ້ການຂອງຜູ້ເຂົ້າຮ່ວມຄະດີຄ້າມະນຸດເພື່ອຮັບປະກັນການດຳເນີນຄະດີທີ່ເຊື່ອຖືໄດ້ ແລະໄດ້ມາດຕະຖານສາກົນ.
ທີ່ມາ: ຄວາມສະຫງົບ
ພາບ: ວີລະວັນ