ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ໃນວັນທີ 19 ຕຸລາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ.
 
ໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ແຂວງວຽງຈັນ,ໄລຍະທາງແຕ່ບ້ານດົງ ຫາ ບ້ານເກິນເໜືອ ດ້ວຍໄລຍະທາງຍາວ 24 ກິໂລແມັດ, ເປັນໂຄງການປັບປຸງທາງປູຢາງ 2 ຊັ້ນ ໂດຍແມ່ນບໍລິສັດ ພິນທອງ ແລະ ບໍລີສັດໄຊເຊດຖາ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ. ການປັບປຸງເສັ້ນທາງດັ່ງກ່າວ, ມາເຖິງປັດຈຸບັນແມ່ນມີຄວາມຄືບໜ້າ 80%. ພາຍຫຼັງໂຄງການດັ່ງກ່າວສ້າງສໍາເລັດ ຈະເປັນເງື່ອນໄຂສະດວກ ເຮັດໃຫ້ການຂົນສົ່ງສະດວກສະບາຍ, ເປັນການກະຕຸ້ນເສດຖະກິດຂອງເມືອງ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ. ໃນໄລຍະການກໍ່ສ້າງນີ້ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຜູ້ນໍາໃຊ້ລົດໃຊ້ຖະໜົນຈົ່ງລະມັດລະວັງໃນການສັນຈອນໄປ-ມາເພື່ອຫຼີກລ້ຽງອຸບັດຕິເຫດ.
ພາບ-ຂ່າວ: ແວວເງີນ