ທ່ານ ປອ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ສພຊ) ຊຸດທີ X ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 20 ຕຸລາ 2026 ກ່ຽວກັບຜົນສຳເລັດການພິຈາລະນາ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027 ເພື່ອເຜີຍແຜ່ໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຊາບຢ່າງກວ້າງຂວາງ.
ທ່ານ ປອ ວິໄລວົງ ບຸດດາຄໍາ ໃຫ້ຮູ້ວ່າ: ຕະຫຼອດໄລຍະຂອງກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມສະຕິປັນຍາ, ຄົ້ນຄວ້າ, ວິເຄາະ-ວິໄຈ ແລະ ນຳເອົາຄຳຄິດຄຳເຫັນຂອງພໍ່ແມ່ປະຊາຊົນມາຕີລາຄາໃສ່ການຈັດຕັ້ງປະຕິບັດແຜນການຂອງລັດຖະບານ. ສພຊ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານ ເຊິ່ງສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດເຕີບໂຕ (GDP) ບັນລຸໄດ້ 5,1%, ຮັກສາສະຖຽນລະພາບດ້ານເງິນຕາ, ແລະ ການຈັດເກັບລາຍຮັບງົບປະມານປະຈໍາປີ 2026 ສາມາດປະຕິບັດໄດ້ເຖິງ 110% ຂອງແຜນການ ເຊິ່ງລື່ນຄາດໝາຍທີ່ວາງໄວ້.
ຢ່າງໃດກໍດີ, ສພຊ ໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ເພີ່ມທະວີວິໄນການເງິນ-ງົບປະມານ, ສະກັດກັ້ນການຮົ່ວໄຫຼຂອງລາຍຮັບ, ພ້ອມທັງແກ້ໄຂບັນຫາທີ່ສັງຄົມກຳລັງໃຫ້ຄວາມສົນໃຈ ເປັນຕົ້ນແມ່ນ: ການຂົນສົ່ງຂອງລົດບັນທຸກນ້ຳໜັກເກີນທີ່ເຮັດໃຫ້ເສັ້ນທາງເປເພ, ການຄຸ້ມຄອງການລົງທຶນຂອງລັດ-ເອກະຊົນ, ການເຊົ່າ-ສຳປະທານທີ່ດິນ, ແລະ ການຂຸດຄົ້ນແຮ່ທາດໃຫ້ຖືກຕ້ອງຕາມກົດໝາຍ.
ສໍາລັບທິດທາງແຜນການ ປີ 2027, ສພຊ ໄດ້ສະເໜີມາດຕະການເພີ່ມເຕີມ ໂດຍໃຫ້ສຸມໃສ່:
1. ການກຳນົດແຜນວຽກຈຸດສຸມ ໂດຍສະເພາະ ອັດຕາການເຕີບໂຕເສດຖະກິດມະຫາພາກ ປີ 2027 ໂດຍລວມ ຜູ້ແທນເຫັນດີເປັນເອກະພາບ ແຕ່ຍັງມີຄວາມເປັນຫວ່ງ ຕໍ່ກັບຫຼາຍຄາດ ໝາຍ ໃນປີ 2026 ທີ່ອາດຈະຍັງບໍ່ສາມາດບັນລຸແຜນທີ່ວາງໄວ້. ສະນັ້ນ, ເພື່ອຮັບປະກັນໃຫ້ມີຜົນສໍາເລັດ ຈຶ່ງສະເໜີໃຫ້ມີການວິເຄາະ-ວິໄຈ ຢ່າງລະອຽດ ຂຶ້ນຕື່ມ;
2. ສືບຕໍ່ເອົາໃຈໃສ່ ຂະຫຍາຍການຫັນເປັນລະບົບທັນສະໄໝ ເຂົ້າໃນການຈັດເກັບລາຍຮັບໃຫ້ໄດ້ຫຼາຍຂຶ້ນ ແລະ ທົ່ວເຖິງ ໂດຍສະເພາະຢູ່ບັນດາຫົວໜ່ວຍທຸລະກິດ. ສະໜອງງົບປະມານຢ່າງພຽງພໍ ເພື່ອສຸມໃສ່ການຫັນເປັນທັນສະໄໝ ຄວບຄູ່ກັບການເພີ່ມທະວີຄວາມເຂັ້ມງວດໃນການກວດກາ ເຈົ້າໜ້າທີ່ ແລະ ໜ່ວຍງານທີ່ມີສິດອະນຸມັດ ທີ່ປະຈຳຢູ່ດ່ານສາກົນ;
3. ເອົາໃຈໃສ່ປັບປຸງ ແລະ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ການຈັດສັນງົບປະມານການລົງທຶນຂອງລັດ ໂດຍສະເພາະບັນດາໂຄງການໃຫ້ສຳເລັດ 100%;
4. ປະເມີນ ແລະ ທົບທວນຄືນບັນດາໂຄງການທີ່ໄດ້ຮັບອະນຸມັດແລ້ວແຕ່ການຈັດຕັ້ງປະຕິບັດຊັກຊ້າ ຫຼື ບໍ່ມີຄວາມຄືບໜ້າ (ໂດຍສະເພາະໂຄງການລະດັບຊາດ) ເພື່ອແກ້ໄຂບັນຫາການເອົາໂຄງການໄປຂາຍ/ໂອນຕໍ່ ໂດຍບໍ່ຜ່ານລັດຖະບານ; ພ້ອມທັງກວດກາຄືນການດັດແກ້ມູນຄ່າໂຄງການ ທີ່ຫົວໜວ່ຍລາຄາສູງເກີນ;
5. ການດຶງດູດການລົງທຶນ, ການສ້າງສູນບໍລິການປະຕູດຽວ ເຫັນວ່າຫຼາຍບ່ອນ ການເຄື່ອນໄຫວບໍ່ມີປະສິດທິຜົນຍ້ອນງົບປະມານຍັງມີຈໍາກັດ, ຫຼາຍຂະແໜງການບໍ່ໄດ້ສົ່ງພະນັກງານຂອງຕົນລົງປະຈຳເພື່ອອຳນວຍຄວາມສະດວກໃຫ້ນັກລົງທຶນ. ນະໂຍບາຍ ແລະ ການກຳນົດເຂດລົງທຶນຍັງບໍ່ມີຄວາມຊັດເຈນ, ການກຳນົດຂັ້ນຄຸ້ມຄອງຕ້ອງມີຄວາມຊັດເຈນຕື່ມ;
6. ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດກະສິກໍາເປັນສີນຄ້າ, ຫຼຸດຜ່ອນການນໍາເຂົ້າ ແລະ ຜະລິດເປັນສິນຄ້າສົ່ງອອກໃຫ້ຫຼາຍຂື້ນ ພ້ອມທັງໃຫ້ຕິດພັນກັບຕ່ອງໂສ້ການຜະລິດ, ປັບປຸງພື້ນຖານໂຄງລ່າງໃຫ້ເຊື່ອມຈອດກັນ ເພື່ອເປັນການຊຸກຍູ້ການຄ້າຂາຍຜົນຜະລິດກະສິກໍາຂອງປະຊາຊົນ ແລະ ຮັບປະກັນການເຂົ້າເຖິງຕະຫຼາດໃຫ້ທ່ວງທັນຕາມອາຍຸຂອງຜະລິດຕະພັນ. ນອກຈາກນັ້ນກໍ່ໃຫ້ມີການຊຸກຍູ້ດ້ານປັດໃຈການຜະລິດ ເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ;
7. ກວດກາຄືນບັນດາໂຄງການ ເຊົ່າ-ສຳປະທານທີ່ດິນ ທີ່ໄດ້ຮັບອະນຸມັດຈາກ ສູນກາງ ແລະ ທ້ອງຖິ່ນ ທີ່ບໍ່ມີການພັດທະນາ, ການນຳໃຊ້ບໍ່ຖືກເປົ້າໝາຍ, ການອະນຸມັດທັບຊ້ອນ, ໂຄງການທີ່ສົ່ງຜົນກະທົບຕໍ່ທີ່ດິນ ແລະ ຊັບສິນ ຂອງປະຊາຊົນ;
8. ຈັດສັນງົບປະມານເຂົ້າໃນການຈັດຕັ້ງປະຕິບັດວຽກງານການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້; ພ້ອມທັງມີມາດຕະການເດັດຂາດ ຕໍ່ກັບຜູ້ບຸກລຸກ, ຈັບຈອງ ແລະ ນໍາໃຊ້ທີ່ດິນປ່າໄມ້ ໂດຍບໍ່ໄດ້ຮັບອະນຸຍາດ;
9. ປະເມີນຄືນການຈັດຕັ້ງປະຕິບັດຍຸດທະສາດແຮ່ທາດ ຮອດປີ 2030 ໂດຍສະເພາະ ການກໍານົດປະເພດ ແຮ່ທາດທີ່ຄວນສົ່ງເສີມໃຫ້ມີການຂຸດຄົ້ນ, ແຮ່ທາດທີ່ຄວນຫວງຫ້າມ ຫຼື ສະຫງວນ;
10. ເພີ່ມມາດຕະການໃນການຄຸ້ມຄອງ ລົດບັນທຸກນໍ້າໜັກເກີນ, ການດັດແປງ ເຕັກນິກລົດ ເພື່ອບັນທຸກໃຫ້ໄດ້ຫຼາຍ ແລະ ຊິງຊັ່ງນໍ້າໜັກ, ສຸມໃສ່ ການກໍ່ສ້າງ ແລະ ບູລະນະສ້ອມແປງ ພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງ ຍຸດທະສາດ, ທາງຫຼວງແຫ່ງຊາດ, ບັນດາເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວ ທີ່ເປ່ເພຢ່າງໜັກໜ່ວງ ແລະ ບັນດາເສັ້ນທາງທີ່ມີຄວາມສໍາຄັນ ແລະ ຈໍາເປັນ ຕາມຊາຍແດນ ທີ່ມີການຂົນສົ່ງສິນຄ້າເຂົ້າ ອອກ ຜ່ານດ່ານ ສາກົນຕ່າງໆ;
11. ຄົ້ນຄວ້າສ້າງໂຮງຮຽນກິນນອນ, ຫໍພັກນັກຮຽນ ເພື່ອແກ້ໄຂບັນຫາການປະລະການຮຽນ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ, ປະຕິບັດນະໂຍບາຍໃຫ້ຄູສອນຢູ່ເຂດພູດອຍ ພ້ອມທັງ ປັບປຸງຫຼັກສູດການຮຽນ-ການສອນໃຫ້ແທດເໝາະກັບທ້ອງຖິ່ນ;
12. ສຸມໃສ່ຈັດສັນງົບປະມານໃຫ້ຂະແໜງສຶກສາໃຫ້ໄດ້ 18% ຕາມກົດໝາຍກຳນົດ ໂດຍສະເພາະຮ່ວງສົ່ງເສີມວິຊາການໃຫ້ຫຼາຍຂຶ້ນ ເພື່ອໃຫ້ເດັກໃນໄວຮຽນໄດ້ຮັບການສຶກສາ ແລະ ການສຶກສາສາຍວິຊາຊີບໂດຍບໍ່ເສຍຄ່າ ເພື່ອຫຼຸດຜ່ອນການປະລະການຮຽນ; ເພີ່ມອັດຕາເບ້ຍລ້ຽງໃຫ້ແກ່ນັກຮຽນຊົນເຜົ່າ ເພື່ອສົ່ງເສີມການເຂົ້າເຖິງການສຶກສາ, ຮັບປະກັນງົບປະມານໃຫ້ບັນດາໂຄງການທີ່ໄດ້ຮັບການອະນຸມັດແລ້ວໃຫ້ສາມາດຈັດຕັ້ງປະຕິບັດໄດ້;
13. ຈັດສັນງົບປະມານໃຫ້ຂະແໜງ ສາທາລະນະສຸກ ໃຫ້ໄດ້ 9% ຕາມທີ່ກົດໝາຍກຳນົດ; ເອົາໃຈໃສ່ຕໍ່ວຽກງານແມ່-ເດັກ ແລະ ໂພຊະນາການ ທີ່ຕິດພັນກັບ 7 ຄາດໝາຍ ໃນແຜນພັດທະນາເສດຖະກິດສັງຄົມ ແລະ ເປັນຄາດໝາຍທີ່ມີຄວາມສ່ຽງຈະບໍ່ບັນລຸ;
14. ຈັດສັນງົບປະມານສະເພາະ ໃຫ້ວຽກງານເກັບກູ້ລະເບີດບໍ່ທັນແຕກ ພ້ອມທັງເປັນເຈົ້າການ ລະດົມທຶນຊ່ວຍເຫລືອ ຈາກຫຼາຍພາກສ່ວນ ດ້ວຍຫຼາຍຮູບການທີ່ເຫມາະສົມ;
15. ເພີ່ມທະວີການໂຄສະນາ ເຜີຍແຜ່ ຢ່າງກວ້າງຂວາງ ລວມທັງການປະເມີນຜົນການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາ ກ່ຽວກັບການນຳໃຊ້ເຄມີທີ່ຖືກຄວບຄຸມການນຳໃຊ້ ໂດຍສະເພາະ ການນຳໃຊ້ເຄມີຢູ່ໂຮງງານຜະລິດຢາ, ການປຸງແຕ່ງຕ່າງໆ ເພື່ອເຮັດໃຫ້ການນໍາໃຊ້, ການຜະລິດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.
ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ຢ້ຳວ່າ ຄຳຄິດຄຳເຫັນ ແລະ ຈິດໃຈຄວາມເປັນຫ່ວງເປັນໄຍ ຂອງສະພາແຫ່ງຊາດ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ທີ່ໄດ້ມອບໃຫ້ລັດຖະບານ ນຳເອົາຄຳຄິດຄຳເຫັນດັ່ງກ່າວ ໄປຄົ້ນຄວ້າເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ເກີດໝາກຜົນສູງສຸດ ແກ່ປະເທດຊາດ ກໍ່ຄືແກ່ປະຊາຊົນລາວບັນດາເຜົ່າ ເຊິ່ງສະພາແຫ່ງຊາດຈະໄດ້ລົງຄະແນນສຽງຮັບຮອງເອົາວຽກງານດັ່ງກ່າວ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ.
ຂ່າວ: ສາວລາວໃຕ້