
ວັນທີ 19 ຕຸລາ 2026 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ. ເກົາຫລີ ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ. ເກົາຫລີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາ ຫລີ ຄັ້ງທີ 2.
ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະດັ່ງກ່າວ ຊຶ່ງຖືເປັນຂີດໝາຍສຳຄັນໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ເກົາຫລີ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ເວົ້າລວມ, ເວົ້າສະເພາະ ຈະເປັນກຳລັງແຮງສຳຄັນ ໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການພັດທະນາ SMEs ໃຫ້ມີຜົນສຳເລັດເປັນຮູບປະທຳຍິ່ງໆຂຶ້ນ. ພ້ອມທັງນຳສະເໜີ ກ່ຽວກັບນະໂຍບາຍສົ່ງເສີມການລົງທຶນ, ລວມທັງການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ຂອງ ສປປ ລາວ ໂດຍໄດ້ສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືໃນການແລກປ່ຽນບົດຮຽນການບໍລິຫານທຸລະກິດ, ຝຶກອົບຮົມ ແລະ ຍົກລະດັບທັກສະແຮງງານຕະຫຼອດຮອດການຂະຫຍາຍຕະຫລາດ, ການຖ່າຍທອດເຕັກໂນໂລຊີ, ການບໍລິຫານ ແລະ ການເຊື່ອມໂຍງພາກທຸລະກິດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫລີ; ນອກນັ້ນ ໄດ້ມອບໝາຍໃຫ້ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງລາວ ເປັນຈຸດປະສານງານກັບພາກສ່ວນກ່ຽວຂ້ອງ ເພື່ອສະໜອງຂໍ້ມູນ, ແນະນຳຂັ້ນຕອນ ແລະ ຕິດຕາມການຈັດຕັ້ງປະຕິບັດຜົນກອງປະຊຸມໃຫ້ເປັນຮູບປະທຳ.
ທ່ານຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫລີ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ນາຍົກລັດຖະມົນ ຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ສະແດງຄວາມຄວາມໝາຍໝັ້ນທີ່ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທາງດ້ານຕ່າງໆ ເປັນຕົ້ນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຂອງສອງປະເທດ ໃຫ້ເລິກເຊິ່ງກວ່າເກົ່າ ໂດຍຫວັງຢ່າງຍິ່ງວ່າ ເວທີການເຊື່ອມໂຍງພາກທຸລະກິດ ກໍຄືຜົນກອງປະຊຸມພົບປະນັກທຸລະກິດ ລາວ - ສ. ເກົາຫລີ ຄັ້ງທີ 2 ນີ້ ທີ່ເປີດໂອກາດໃຫ້ພາກທຸລະກິດຂອງສອງຝ່າຍ ໄດ້ພົບປະ, ແລກປ່ຽນຂໍ້ມູນ, ສ້າງເຄືອຂ່າຍ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ຈະນຳໄປສູ່ການຮ່ວມມືທີ່ປະຕິບັດໄດ້ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດນັບມື້ຫລາຍຂຶ້ນ.
ຂໍ້ມູນ: ຫສນຍ