ເຮືອນາງສາວຍອດຄຳ ປະເພດຊາຍ ຄອງຂັນຊະນະເລີດຊ່ວງເຮືອຈອມແຈ້ງ ນວ ປະຈໍາປີ 2026

 
ການແຂ່ງຂັນຊ່ວງເຮືອຈອມແຈ້ງ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2026 ໄດ້ສໍາເລັດລົງຢ່າງຈົບງາມ ໃນວັນທີ 18 ຕຸລາ 2026 ຢູ່ໜ້ານໍ້າທ່າວັດຈອມແຈ້ງ ເມືອງສີສັດຕະນາກ ນວ ເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ກິແກ້ວ ໄຂຄໍາພິ ທູນ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍບັນດາທ່ານເອກອັກຄະລັດຖະທູດ ທູຕານຸທູດ ປະຈຳ ສປປ ລາວ ການນຳຂັ້ນສູງ ຂອງສູນກາງ ແຂວງ ນະ ຄອນຫຼວງ ທ່ານອະດີດການນຳນະຄອນຫຼວງ ເມືອງ ແລະ ຄະນະກຳມະການຈັດງານ ຕະຫຼອດຮອດພໍ່ແມ່ປະຊາຊົນ ຜູ້ປະກອບການ ນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ຕະຫຼອດຮອດມວນຊົນ ເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ.
ໃນພິທີ ທ່ານ ສິລິລາດທົງສິນ ທອງເພັງ ປະທານຄະນະກໍາມະປົກຄອງ ນວ ປະທານຈັດງານບຸນຊ່ວງເຮືອຈອມແຈ້ງ ນວ ປະຈໍາປີ 2026 ກ່າວວ່າ:ການຈັດງານບຸນຊ່ວງເຮືອໃນປີນີ້ ແມ່ນໄດ້ຈັດຂຶ້ນບົນພື້ນຖານຈິດໃຈ ແຫ່ງຄວາມສາມັກຄີປອງດອງ ແລະ ຄວາມເອກອ້າງທະນົງໃຈ ໃນມູນເຊື້ອອັນດີງາມຂອງຊາດລາວເຮົາ ເຊິ່ງກິດຈະກໍາດັ່ງກ່າວ ບໍ່ພຽງເເຕ່ເປັນກິດຈະກໍາທາງດ້ານ ວັດທະ ນະທຳ-ສັງຄົມ ເທົ່ານັ້ນ ແຕ່ຍັງຕິດພັນກັບການອະນຸລັກຮັກສາ ແລະ ສົ່ງເສີມມໍລະດົກທາງວັດທະນະທໍາອັນດີງາມ ທີ່ເປັນເອກະ ລັກຂອງຊາດ ທັງຍັງສະແດງໃຫ້ເຫັນເຖິງສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ ຄວາມສະຫງົບສຸກ ແລະ ຄວາມສີວິໄລຂອງສັງຄົມ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິ ວັດລາວ ແລະ ລັດຖະ ບານ ໃນໄລຍະໃໝ່.
ພິເສດ ການຈັດງານບຸນຊ່ວງເຮືອຈອມແຈ້ງ ໃນປີນີ້ ພວກເຮົາໄດ້ຍົກລະດັບຂຶ້ນເປັນງານຂັ້ນນະຄອນ ຫຼວງ ເຊິ່ງໄດ້ກຳນົດເອົາສະ ຖານທີ່ຈັດງານຢູ່ ທ່າວັດຈອມແຈ້ງ ຫຼື ເຂດໂຄງການພັດທະນາຕາຝັ່ງກັນເຈື່ອນແຄມຂອງ ໄລຍະ II ທີ່ຫາກໍ່ສ້າງສຳເລັດ ໃນມໍ່ໆນີ້ ເຊິ່ງໂຄງການດັ່ງກ່າວ ບໍ່ພຽງແຕ່ຊ່ວຍປົກປັກຮັກສາພື້ນທີ່ດິນແຄມຕາຝັ່ງ ແລະ ປ້ອງກັນບັນຫານໍ້າຖ້ວມຢູ່ຕົວເມືອງເທົ່ານັ້ນ ແຕ່ຍັງເປັນການພັດທະນາທັດສະນີຍະພາບ ຂອງຕົວເມືອງ ໃຫ້ມີຄວາມສວຍງາມ ມີເສັ້ນທາງໃນການສັນຈອນທີ່ສະດວກສະ ບາຍ ແລະ ມີສະ ຖານທີ່ຮອງຮັບຈັດງານຕ່າງໆ ເຊິ່ງເປັນພື້ນ ຖານໃຫ້ພວກເຮົາ ຈັດງານບຸນໃນຄັ້ງນີ້.
ການແຂ່ງຂັນເຮືອຊ່ວງໃນປີນີ້ ຄະນະກໍາມະການຈັດງານພວກເຮົາ ໄດ້ແນໃສ່ສົ່ງເສີມການແຂ່ງຂັນເຮືອປະເພນີ 55 ສີພາຍເປັນຫຼັກ ເພື່ອເປັນການຟື້ນຟູ ແລະ ປົກປັກຮັກສາ ຮູບແບບການແຂ່ງຂັນຊ່ວງເຮືອບູຮານທີ່ກຳລັງມີທ່າອ່ຽງຫຼຸດນ້ອຍຖອຍລົງ ໃນປັດຈຸ ບັນ ທັງເປັນການປູກຈິດສໍານຶກໃຫ້ແກ່ຄົນຮຸ່ນໃໝ່ ໃຫ້ມີຄວາມເອກອ້າງທະນົງໃຈ ໃນມໍລະດົກວັດທະນະທຳຂອງຊາດ ໃຫ້ຄົງຢູ່ຄູ່ກັບຊາດລາວຕະຫຼອດໄປ ເຊິ່ງງານບຸນຄັ້ງນີ້ ຍັງມີການປະກວດສິນລະປະເຊີ້ງງາມ-ເຊີ່ງມ່ວນ ເຊິ່ງມີຄະນະເຂົ້າຮ່ວມເຖິງ 10 ພາກສ່ວນ ແລະ ມີການສະແດງສິນລະປະພື້ນເມືອງ ເຊິ່ງການແຂ່ງຂັນຄັ້ງນີ້ ມີປະເພດເຮືອປະເພນີ 55 ສີພາຍຊາຍ ເຂົ້າຮ່ວມ 11 ລໍາ ເຮືອກີລາສູດ 55 ສີພາຍຊາຍມີ 6 ລໍາ ແລະ ເຮືອກີລາ 12 ສີພາຍຍິງ ມີ 6 ລໍາ.
ສະຫຼຸບຜົນການແຂ່ງຂັນ ປະເພດເຮືອປະເພນີ 55 ສີພາຍຊາຍ ອັນດັບ 1 ເຮືອນາງສາວຍອດຄຳ ອີຊູຊູລາວບໍລິການ ILS-ຈຳ ປາເຮືອຊ່ວງ ເມືອງສີສັດຕະນາກ ອັນດັບ 2 ເຮືອວິນລາທຣີດີໄຊດາຣາ ແຂວງຫຼວງພະບາງ ອັນດັບ 3 ເຮືອເຕ່ບ້ານສວນ 888 ບ້ານຫ້ອມ ເມືອງຫາດຊາຍຟອງ ແລະ ອັນດັບ 4 ເຮືອນ້ອຍອິນທິລິດ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ປະ ເພດເຮືອສູດ 55 ສີພາຍຊາຍ ອັນດັບ 1 ເຮືອແຟມິລີ ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ອັນດັບ 2 ເຮືອນະຄອນນາວາ 3B-1 ເມືອງຫາດຊາຍຟອງ ອັນດັບ 3 ເຮືອຮ້ານອາ ຫານເພັດນ້ຳຟ້າ+ໂຮງງານນ້ຳດື່ມປາຣະມີ ບ້ານລິງຊັນ ເມືອງທຸ ລະຄົມ ແຂວງວຽງຈັນ ແລະ ອັນດັບ 4 ເຮືອທິດາສຸດໃຈ+ຊຸບເປີ້ VIP ເມືອງວັງວຽງ ແລະ ປະເພດເຮືອກີລາ 12 ສີພາຍຍິງ ອັນ ດັບ 1 ເຮືອຈໍາປາເຮືອຊ່ວງ 2 ອັນດັບ 2 ເຮືອທິດາສຸດໃຈ 2 ອັນດັບ 3 ເຮືອທິດາສຸດໃຈ 1 ແລະ ອັນດັບ 4 ເຮືອສອງອ້າຍ ນ້ອງ.
ສ່ວນຜົນການແຂ່ງຂັນປະເພດເຮືອກີລາຊາຍ (ແຂ່ງຂັນວັນທີ 17 ຕຸລາ) ອັນດັບ 1 ເຮືອຈຳປາເຮືອຊ່ວງ+KPN3G ບ້ານໜອງປາໃນ ເມືອງສີໂຄດ​ຕະບອງ ອັນດັບ 2 ເຮືອພອນສະ ຫວັນ+ພອນເພັດທິດາ+BCT ກໍ່ສ້າງ ບ້ານໜອງແປນໃຕ້ ເມືອງຫາດຊາຍຟອງ ອັນດັບ 3 ເຮືອແຟມິລີ ບ້ານເກີນ ເມືອງ ທຸລະຄົມ ແຂວງວຽງຈັນ ແລະ ອັນດັບ 4 ເຮືອເທບທິດາປາ ຍອນ+ລາວໂຕໂຍຕ້າບໍລິການ+ຍອດບໍລິການ ບ້ານຈອມແຈ້ງ ເມືອງສີສັດຕະນາກ.
ປະເພດຂອງຂວັນລາງວັນ ເຮືອປະເພນີ 55 ສີພາຍຊາຍ ອັນ ດັບ 1: ຮັບຂັນລາງວັນ 1 ໜ່ວຍ + ເງິນລາງວັນ 100 ລ້ານກີບ (ພ້ອມດ້ວຍຂັນໜູນວຽນ 1 ໜ່ວຍ) ອັນດັບ 2: ຮັບຂັນລາງ ວັນ 1 ໜ່ວຍ + ເງິນ 80 ລ້ານກີບ ອັນດັບ 3: ຮັບຂັນລາງວັນ 1 ໜ່ວຍ + ເງິນ 60 ລ້ານກີບ ແລະ ອັນດັບ 4: ຮັບຂັນລາງວັນ 1 ໜ່ວຍ + ເງິນ 40 ລ້ານກີບ ປະເພດເຮືອສູດ 55 ສີພາຍຊາຍ ອັນດັບ 1: ຮັບຂັນລາງວັນ 1 ໜ່ວຍ + ເງິນ 100 ລ້ານກີບ ອັນດັບ 2: ຮັບຂັນລາງວັນ 1 ໜ່ວຍ + ເງິນ 80 ລ້ານກີບ ອັນດັບ 3: ຮັບຂັນລາງວັນ 1 ໜ່ວຍ + ເງິນ 60 ລ້ານກີບ ແລະ ອັນດັບ 4: ຮັບຂັນລາງວັນ 1 ໜ່ວຍ + ເງິນ 40 ລ້ານກີບ (ພ້ອມຄ່າລາກແກ່ ລໍາລະ 25 ລ້ານກີບ).
ປະເພດເຮືອກີລາ 12 ສີພາຍ ຍິງ-ຊາຍ ອັນດັບ 1: ຮັບຂັນລາງວັນ 1 ໜ່ວຍ + ເງິນ 30 ລ້ານກີບ ອັນດັບ 2: ຮັບຂັນລາງວັນ 1 ໜ່ວຍ + ເງິນ 20 ລ້ານກີບ ອັນດັບ 3: ຮັບຂັນລາງວັນ 1 ໜ່ວຍ + ເງິນ 15 ລ້ານກີບ ແລະ ອັນດັບ 4: ຮັບຂັນລາງວັນ 1 ໜ່ວຍ + ເງິນ 10 ລ້ານກີບ (ພ້ອມຄ່າລາກແກ່ ລໍາລະ 5 ລ້ານກີບ).
ນອກຈາກນີ້ ຍັງມີການແຂ່ງຂັນຕີຊ້າງນໍ້ານອງ (ແຂ່ງພ້ອມກັນ) ສະເພາະເຮືອປະເພນີ 55 ສີພາຍ ອັນດັບ 1 ເຮືອນາງຄໍາຜ່ານ ໄດ້ຮັບເງິນລາງວັນ 30 ລ້ານກີບ ອັນດັບ 2 ເຮືອຫົງແມ່ຍ່າ ໄດ້ຮັບເງິນ 20 ລ້ານກີບ ແລະ ອັນດັບ 3 ເຮືອເທບແສງມະນີ ໄດ້ຮັບເງິນ 10 ລ້ານກີບ ແລະ ລາງວັນຊົມເຊີຍເຮືອທີ່ເຂົ້າຮ່ວມຕີຊ້າງນໍ້ານອງ ໄດ້ຮັບເງິນລາງວັນ ລໍາລະ 5 ລ້ານກີບ ສ່ວນລາງວັນເຊີ້ງງາມ ອັນດັບ 1 ຕາແສງຈອມແຈ້ງ ອັນດັບ 2 ມສ ຈັນທະວີພອນ ອັນດັບ 3 ແມ່ຍິງລາວຍຸກໃໝ່ ແລະ ອັນດັບ 4 ມສ ມິດຕະພາບ ລາວ-ຫວຽດນາມ.
ສີພອນ 18.10.2026.
.
ຂ່າວ: ສີພອນ