ຍີ່ປຸ່ນ ຊ່ວຍເຫຼືອ 109,000 ໂດລາ ກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ແຂວງໄຊຍະບູລີ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 109,000 ໂດລາ ເພື່ອປະຕິບັດ “ໂຄງການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ” ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ(GGP); ໂຄງການມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນໂດຍການກໍ່ສ້າງຕຶກປິ່ນປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳໃຫ້ແກ່ບ້ານຫ້ວຍຂົວຫຼວງ ເມືອງໄຊຍະບູລີ ແຂວງໄຊຍະບູລີ.
 
ພິທີເຊັນສັນຍາເປັນການລົງນາມໄດ້ຈັດຂຶ້ນໃນວັນທີ 15 ຕຸລາຜ່ານມາ ທີ່ສະຖານທູດຍີ່ປຸ່ນປະຈຳລາວ ລະຫວ່າງ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານຈັນທະວົງ ອ່ອນສົມລີ ຫົວໜ້າຫ້ອງການສາທາລະນະສຸກ ເມືອງໄຊຍະບູລີ ໂດຍມີ ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະພັກພັກແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.
 
ທ່ານທູດ ໂຄອິຊຶມິ ຊຶໂຕະມຸ ໄດ້ກ່າວໃນພິທີເຊັນສັນຍາວ່າ: “ອາຄານປິ່ນປົວຂອງໂຮງໝໍນ້ອຍ ຫ້ວຍຂົວຫຼວງ ໃນປັດຈຸບັນແມ່ນໄດ້ສ້າງຂຶ້ນໃນປີ 1994, ໄດ້ມີການເປ່ເພເສຍຫາຍຢ່າງໜັກໜ່ວງ, ພ້ອມນັ້ນ, ຕົວອາຄານຍັງຕັ້ງຢູ່ເຂດຕໍ່າລຽບແຄມແມ່ນໍ້າຂອງ ຈຶ່ງເຮັດໃຫ້ເກີດນໍ້າຖ້ວມຕາມພື້ນທີ່ທຸກໆຄັ້ງທີ່ມີຝົນຕົກໜັກ. ໂຄງການດັ່ງກ່າວຈະໄດ້ມີການກໍ່ສ້າງອາຄານປິ່ນປົວຫຼັງໃໝ່ຢູ່ບ່ອນທີ່ປອດໄພ ແລະ ບໍ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຊຶ່ງເປັນຕອນດິນທີ່ພໍ່ແມ່ປະຊາຊົນໄດ້ຊື້ຫາກະກຽມໄວ້; ຂ້າພະເຈົ້າຄາດຫວັງວ່າ ພາຍຫຼັງທີ່ອາຄານປິ່ນປົວຫຼັງໃໝ່ກໍ່ສ້າງສຳເລັດແລ້ວ ຈະຊ່ວຍໃຫ້ສະພາບແວດລ້ອມການປິ່ນປົວໃນໂຮງໝໍນ້ອຍຫ້ວຍຂົວຫຼວງ ໄດ້ຮັບການຍົກລະດັບໃຫ້ດີຍິ່ງຂຶ້ນ.”
 
ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະ ໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ. ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນແກ່ ແຂວງໄຊຍະບູລີ ລວມເປັນມູນຄ່າຫຼາຍກວ່າ 1,700,000 ໂດລາ ເປັນຕົ້ນແມ່ນໃນດ້ານການສຶກສາ, ສາທາລະນະສຸກ ແລະ ລະບົບນ້ຳລິນໃນໄລຍະຜ່ານມາ. ປະເທດຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.
ແຫຼ່ງຂ່າວ: ສະຖານທູດຍີ່ປຸ່ນ