
ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອຸດົມໄຊ ໄດ້ຈັດກອງປະຊຸມ ສະຫລຸບ ຕີລາຄາ ຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດ ວຽກງານ ໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການ 3 ເດືອນ ທ້າຍປີ 2026 ຂຶ້ນໃນວັນທີ 15 ຕຸລາ ຜ່ານມານີ້ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ທ່ານ ສົມພາວັນ ສຸດຈະລິດ ຫົວຫນ້າພະແນກ ຍທຂ ແຂວງ, ມີຄະນະພະແນກ, ຫົວຫນ້າ,ຮອງຫົວຫນ້າຂະແຫນງ, ຕາງຫນ້າ ຫ້ອງການ ຍທຂ 7 ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ ໃນການເຄື່ອນໄຫວ ວຽກງານວິຊາສະເພາະຂອງແຕ່ລະຂະແຫນງການ ເປັນຕົ້ນແມ່ນ ວຽກ ງານຈັດຕັ້ງ, ບໍລິຫານ ແລະ ການເງິນ ເຊິ່ງໄດ້ນຳສົ່ງ ພະນັກງານ ເຂົ້າຮ່ວມຝຶກອົບ ຮົມ, ຍົກລະດັບ ຄວາມຮູ້, ຄວາມສາມາດ ທັງພາຍໃນ ແລະ ຕ່າງປະເທດ ຢ່າງເປັນປົກກະຕິ, ຕໍ່ເນື່ອງ ທັງຫມົດ 20 ຄັ້ງ, ຈຳນວນ 42 ທ່ານ, ຈັດສົ່ງ ພະນັກງານ ລົງປະຈຳຢູ່ບັນດາໂຄງຕ່າງໆ 3 ທ່ານ, ຈັດເກັບລາຍຮັບວິຊາການ ມອບງົບປະມານໄດ້ທັງຫມົດ ເກືອບ 3 ຕື້ກີບ; ວຽກງານຂົວທາງ ປັດຈຸບັນ ທົ່ວແຂວງ ມີເສັ້ນທາງທັງຫມົດ 3,500 ກວ່າກິໂລແມັດ ໃນນີ້ ທາງເບຕົງ 14 ກິໂລແມັດ, ປູອັດສະຟານ 145 ກິໂລແມັດ, ປູຢາງ 450 ກວ່າກິໂລແມັດ. ສະເພາະເສັ້ນທາງຫລວງແຫ່ງຊາດ ໄດ້ມີໂຄງການບູລະນະຮັກສາ ແລະ ສ້ອມແປງ ທາງຫລວງແຫ່ງຊາດ ທີ 3 ເສັ້ນທາງເລກ 13 ເຫນືອ ເຊິ່ງແບ່ງອອກເປັນ 4 ສັນຍາ ແຕ່ລະສັນຍາ ສຳເລັດການກວດກາ ແລະ ມອບ-ຮັບ ວຽກຊົ່ວຄາວ, ໂຄງການລົງທຶນຂອງສາກົນ (ODA) ແມ່ນໂຄງການພັດທະນາຕາມແລວທາງເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ ຈຳນວນ 3 ສັນຍາ ຄື: ທາງຫລວງແຫ່ງຊາດ 2 W ຊ່ວງທີ 1 ຄືບຫນ້າ 43,60%, ຊ່ວງທີ 2 ຄືບຫນ້າ 26,2% ແລະ ຊ່ວງທີ 3 ຄືບຫນ້າ 4,93%, ສ່ວນເສັ້ນ ທາງ 2E ແມ່ນຄືບຫນ້າ 8,78%, ໂຄງການລົງທຶນຂອງລັດຖະບານ ຈຳນວນ 8 ໂຄງ ການ ເປັນຕົ້ນແມ່ນ ໂຄງການປູຢາງ 2 ຊັ້ນ ເມືອງໄຊ ຫາ ເມືອງງາ ລວງຍາວ 56 ກິໂລ ຈັດຕັ້ງປະຕິບັດ ສຳເລັດພຽງແຕ່ 31% ມາຮອດປັດຈຸບັນ ແມ່ນບໍ່ມີຄວາມຄືບຫນ້າ; ເສັ້ນທາງ ເມືອງນາຫມໍ້ ຫາ ຊາຍແດນ ສປ ຈີນ ລວງຍາວ 36 ກິໂລ ຄືບຫນ້າ 43,78%, ໂຄງການທະລຸ ຍົກລະດັບເສັ້ນທາງຂະຫນານ 2E ແລະ 2W ຫມົດສັນຍາ ແລະ ຫຼ້າຊ້າ, ໂຄງການຍົກລະດັບທາງປູງຢາງ 2 ຊັ້ນ ເທດສະບານ ເມືອງຫລາ ລວງຍາວ 7 ກິໂລແມັດ ສຳເລັດ 75% ມາຮອດປັດຈຸບັນ ບໍ່ມີຄວາມຄືບຫນ້າ. ສ່ວນໂຄງການອື່ນ ແມ່ນສຳເລັດ ແລະ ໄດ້ມີການກວດກາ, ມອບ-ຮັບວຽກຊົ່ວຄາວ, ວຽກ ງານຄຸ້ມຄອງ ແລະ ບໍລິການທາງນ້ຳ ໄດ້ ຕໍ່ ແລະ ອອກ ເອກະສານເຮືອ ໄດ້ 22 ລຳ, ຂຶ້ນທະບຽນເຮືອໃຫມ່ 5 ລຳ, ຂົນສົ່ງໂດຍສານໄດ້ທັງຫມົດ 61 ພັນກວ່າຄົນ, ອອກໃບອະນຸຍາດ ການຂຸດຄົ້ນ ວັດສະດຸກໍ່ສ້າງຕາມແມ່ນ້ຳ ໄດ້ 29 ຫົວຫນ່ວຍ. ການຄຸ້ມຄອງ ບໍລິການ ນ້ຳປະປາ ຫລາຍໂຄງການ ແມ່ນສຳເລັດ ໃນການຂຽນບົດສະເຫນີ, ການປັບປຸງ ແລະ ເຊັນສັນຍາ ເປັນຕົ້ນແມ່ນ ນ້ຳປະປາ ກຸ່ມບ້ານນາຮ້ວງ, ນ້ຳແຫງ, ເມືອງຫລາ.
ວຽກງານຄຸ້ມຄອງ ເຄຫາ ແລະ ຜັງເມືອງ ແມ່ນສຳເລັດໃນການອອກແບບ ແຜນຜັງ ຕາແສງ ອາໂນ ເມືອງຫລາ, ໂຄງການກໍ່ສ້າງ ແລະ ສ້ອມແປງ ພື້ນຖານໂຄງລ່າງ ບ້ານມູຕື່ນ ເມືອງນາຫມໍ້, ກວດກາ ສິ່ງປຸກສ້າງ ແລະ ປ້າຍໂຄສະ ນາ ທີ່ບໍ່ໄດ້ຮັບອະນຸຍາດ 9 ຄັ້ງ, ອອກໃບອະນຸຍາດ ປຸກສ້າງ 30 ຄັ້ງ, ອອກໃບອະນຸ ຍາດ ດຳເນີນທຸລະກິດ ບໍລິສັດ ສຳຫລວດ-ອອກແບບ ແລະ ກໍ່ສ້າງສ້ອມແປງເຄສາສະຖານ 13 ຫົວຫນ່ວຍ. ວຽກງານຄຸ້ມຄອງ ແລະ ບໍລິການຂົນສົ່ງທາງບົກ ມີລົດໂດຍສານ ປະຈຳທາງ ເພີ່ມຂຶ້ນ 5 ຄັນ, ລົດໄຟຟ້າທີ່ຂົນສົ່ງໃນຕົວເມືອງ 35 ຄັນ ສາມາດຂົນສົ່ງຜູ້ໂດຍສານ ສະເລ່ຍ 100-200 ຄົນຕໍ່ມື້, ມີວິສາຫະກິດຂົນສົ່ງສິຄ້າທາງບົກ ພາຍໃນ ແລະ ຕ່າງປະເທດ 22 ບໍລິສັດ, ຍານພາຫະນະ 182 ຄັນ ສາມາດຂົນສົ່ງໄດ້ 1 ລ້ານກວ່າໂຕນ ໃນນີ້ ບໍລິມາດຂົນສົ່ງສິນຄ້າ ທາງລົດໄຟ 7 ແສນກວ່າໂຕນ, ກວດກາສະພາບເຕັກນິກລົດ 52 ຄັນ ພົບເຫັນ ນັກຂັບຂີ່ ບໍ່ມີໃບຂັບຂີ່ຖືກ ຕ້ອງ 32 ຄົນ, ກວດພົບລົດບັນທຸກສິນຄ້າເຂົ້າຕົວເມືອງ 2 ຫົວຫນ່ວຍ ຈຳນວນ 3 ຄັນ, ອອກປຶ້ມອະນຸຍາດ ລົດຂົນສົ່ງສິນຄ້າ ລະຫວ່າງ ປະເທດ 91 ໃບ, ໃບອະນຸຍາດແລ່ນລົດຂົນສົ່ງສິນຄ້າ, ຂົນສົ່ງໂດຍສານ 317 ໃບ, ອະນຸຍາດ ດຳເນີນທຸລະກິດ ສ້ອມ ແປງ 36 ຮ້ານ. ວຽກງານຄຸ້ມຄອງພາຫະນະ ແລະ ການຂັບຂີ່ ໄດ້ຂຶ້ນທະບຽນລົດ ທັງຫມົດ 4,027 ຄັນ, ກວດກາເຕັກນິກ 3,132 ຄັນ, ຍົກຍ້າຍເອກະສານລົດໄປຕ່າງແຂວງ 696 ຄັນ, ສອບເສັງ ໃບຂັບຂີ່ 6 ຄັ້ງ ມີຜູ້ເຂົ້າສອບເສັງ 500 ກວ່າຄົນ.
ພາບ - ຂ່າວ : ຄານມະນີ ຮຽນດໍຈັນ