
ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ໃຫ້ກຽດປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ), ໂດຍໄດ້ເນັ້ນໜັກ 4 ປະເດັນສຳຄັນ ເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍ ລະອຽດ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ.
ສຳລັບ 4 ປະເດັນຂໍ້ສະເໜີທີ່ພົ້ນເດັ່ນ ມີດັ່ງນີ້:
1. ສະເຫນີຕໍ່ກັບບັນຫາການສ້າງຕັ້ງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ນັ້ນ ຕ້ອງໄດ້ຮັບການຕົກລົງເຫັນດີຈາກ ຄະນະປະຈຳສະພາແຫ່ງຊາດ ຫລື ກອງປະຊຸມສະພາແຫ່ງຊາດ ກ່ອນທີ່ລັດຖະບານຈະອະນຸມັດສ້າງຕັ້ງ
2. ສະເຫນີໃຫ້ກຳນົດລະບົບການປະສານສົມທົບ ແລະ ປະສານງານ ລະຫວ່າງລັດຖະບານ ກັບ ສະພາແຫ່ງຊາດ ໃຫ້ຊັດເຈນ ໂດຍສະເພາະແມ່ນການປະສານສົມທົບໃນການຄົ້ນຄວ້າພິຈາລະນາຕົກລົງບັນຫາສຳຄັນ ຫຼື ບັນດາແຜນງານ, ແຜນການ, ບັນດາໂຄງການໃຫຍ່ລະດັບຊາດ ຕ້ອງໄດ້ຜ່ານການຮັບຮອງ ແລະ ເຫັນດີ ຈາກສະພາແຫ່ງຊາດ
3. ຄວນເພີ່ມຂໍ້ກຳນົດ ກ່ຽວກັບ
ກົນໄກ ແລະ ມາດຕະການໃນການຕິດຕາມກວດກາການລາຍງານຂອງລັດຖະບານ ໃນການ ຈັດຕັ້ງປະຕິບັດ ຫຼື ການແກ້ໄຂຄຳສະເໜີ, ຄຳຊັກຖາມ ແລະ ຄຳແນະນຳຂອງກອງປະຊຸມສະພາແຫ່ງຊາດ ແຕ່ລະຄັ້ງໃຫ້ລະອຽດຊັດເຈນຕື່ມ.
4.ສະເຫນີໃຫ້ກຳນົດພັນທະ, ຫນ້າທີ່ ແລະ ຄວາມຮັບຜິດຊອບ ຂອງລັດຖະບານ ໃນການເປັນເຈົ້າການ ແກ້ໄຂຜົນຂອງການກວດສອບ ແລະ ຜົນຂອງການກວດກາ ເຂົ້າໃນກົດຫມາຍ ລັດຖະບານຕື່ມ.