ສສຊ ເຕືອນ ແມ່ຖືພາດື່ມເບຍລ້າງໄຂເປັນຄວາມເຊື່ອຜິດ, ພ້ອມສະເໜີເພີ່ມຄວາມຮັດກຸມກົດໝາຍຄວບຄຸມທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 14 ຕຸລາ 2026 ຜ່ານມານີ້, ທ່ານ ນ. ສີອຳໄພ ໂສລະຖີ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 5 ແຂວງບໍ່ແກ້ວ ໄດ້ປະກອບຄໍາເຫັນ ຕໍ່ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມ ທີ່ມີທາດເຫຼົ້າ (ສະບັບປັບປຸງ) ທີ່ສະເໜີໂດຍ ລັດຖະມົນຕີ ກະຊວງສາທາລະນະສຸກ ໂດຍໄດ້ຍົກຂໍ້ສະເໜີປັບປຸງ 6 ມາດຕາສຳຄັນ ເພື່ອໃຫ້ກົດໝາຍດັ່ງກ່າວມີຄວາມຮັດກຸມ, ສອດຄ່ອງກັບຄວາມຈິງ ແລະ ມີປະສິດທິພາບຍິ່ງຂຶ້ນ.
ທ່ານ ນ. ສີອຳໄພ ໂສລະຖີ ໄດ້ສະເໜີໃຫ້ພິຈາລະນາປັບປຸງ ບັນດາມາດຕາ ເນັ້ນໃສ່ປະເດັນສຳຄັນ ດັ່ງນີ້:
ມາດຕາ 1 (ຈຸດປະສົງ): ເຫັນດີເອກະພາບກັບເນື້ອໃນລວມ ແຕ່ສະເໜີໃຫ້ເພີ່ມຄຳວ່າ "ຫຼຸດຜ່ອນອຸບັດຕິເຫດ" ໃສ່ໃນຈຸດປະສົງແຕ່ຫົວທີ ເນື່ອງຈາກການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ເປັນສາເຫດຫຼັກ ທີ່ພາໃຫ້ເກີດອຸປະຕິເຫດຮ້າຍແຮງ ໃນຂອບເຂດທົ່ວປະເທດ.
ມາດຕາ 3 (ການອະທິບາຍຄຳສັບ): ສະເໜີໃຫ້ເພີ່ມການອະທິບາຍຄຳສັບ "ຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ" ເນື່ອງຈາກຄວາມເຂົ້າໃຈຂອງສັງຄົມ ໂດຍສະເພາະກຸ່ມຊາວໜຸ່ມ-ໄວໜຸ່ມ ຍັງບໍ່ທັນເລິກເຊິ່ງ, ເຮັດໃຫ້ການດື່ມທາດເຫຼົ້າ ກາຍເປັນຄ່ານິຍົມ ແລະ ວັດທະນະທຳທີ່ຜິດໆ.
ມາດຕາ 12 (ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ): ສະເໜີໃຫ້ເພີ່ມ "ຜົນຮ້າຍຕໍ່ການຈັດຕັ້ງ" ເປັນຜົນຮ້າຍທີ 3 ແລະ ເລື່ອນ "ຜົນຮ້າຍຕໍ່ເສດຖະກິດ-ສັງຄົມ" ຂຶ້ນເປັນ ຜົນຮ້າຍທີ 4 ເນື່ອງຈາກມີລັກສະນະກວ້າງຂວາງໃນລະດັບມະຫາພາກ.
ມາດຕາ 13 (ຜົນສະທ້ອນຕໍ່ສຸຂະພາບ): ໄດ້ເນັ້ນຊີ້ເຖິງຄວາມສ່ຽງຂອງການບໍລິໂພກທາດເຫຼົ້າໃນໄລຍະຖືພາ ທີ່ພາໃຫ້ຫຼຸດລູກ ຫຼື ເດັກເກີດກ່ອນກຳນົດ. ພ້ອມທັງ ສະເໜີໃຫ້ຂະແໜງສາທາລະນະສຸກ ເພີ່ມກົນໄກໂຄສະນາ-ແບ່ງປັນຂໍ້ມູນທາງວິທະຍາສາດການແພດຢ່າງແທດເຖິງ ເພື່ອລົບລ້າງຄວາມເຊື່ອ-ຄວາມເຂົ້າໃຈຜິດໆ ທີ່ບອກເລົ່າກັນມາວ່າ "ແມ່ຖືພາໃກ້ເກີດ ດື່ມເບຍຈະຊ່ວຍລ້າງໄຂຕິດຕົວເດັກນ້ອຍໃຫ້ຂາວງາມ" ເຊິ່ງເປັນການປະຕິບັດທີ່ອັນຕະລາຍ ແລະ ຂາດຫຼັກການທາງການແພດຢັ້ງຢືນ.
ມາດຕາ 41 (ການໂຄສະນາ): ສະເໜີໃຫ້ລະບຸຊື່ ຂະແໜງການທີ່ກ່ຽວຂ້ອງ ຢ່າງແຈ້ງຊັດ ເມື່ອມີການຂໍອະນຸຍາດໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອຄວາມສະດວກໃນການຕິດຕາມ-ກວດກາ, ຫຼຸດຜ່ອນຊ່ອງຫວ່າງທາງກົດໝາຍ ແລະ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ພາກທຸລະກິດ.
ມາດຕາ 67 ແລະ ມາດຕາ 86 (ຂໍ້ຫ້າມ ແລະ ມາດຕະການທາງອາຍາ): ສະເໜີໃຫ້ເພີ່ມຂໍ້ຫ້າມຢ່າງເຂັ້ມງວດ ບໍ່ໃຫ້ມີການ "ກົດດັນ, ບັງຄັບ, ຂົ່ມຂູ່, ເຍາະເຍີ້ຍ ຫຼື ຊູຊີ" ຄົນອື່ນ ໃຫ້ດື່ມເຄື່ອງດື່ມທີ່ມີທາດເຫຼົ້າເກີນຄວາມຈຳເປັນ.
ການສະເໜີປັບປຸງຮ່າງກົດໝາຍໃນຄັ້ງນີ້ ມີຈຸດປະສົງເພື່ອເພີ່ມຄວາມເຂັ້ມງວດ ແລະ ຮັດກຸມ ເພື່ອປົກປ້ອງສຸຂະພາບ, ຊີວິດ ແລະ ສະຫວັດດີພາບຂອງປະຊາຊົນໃນສັງຄົມ.
ຂ່າວ: ສາວລາວໃຕ້