ປະທານປະເທດ ແຫ່ງ ສປປ ລາວ ສໍາເລັດການຢ້ຽມຢາມ ສາທາລະນະລັດ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດ ອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026 ໂດຍຕອບສະໜອງຕາມຄໍາ ເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
 
ຕອນເຊົ້າຂອງວັນທີ 13 ຕຸລາ 2026 ທີ່ ທໍານຽບປະທານາທິບໍດີ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ຊຶ່ງຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃຫ້ແກ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບອັນອົບອຸ່ນຂອງ ພະນະທ່ານ ອີວຮາມ ອາລີເຢບ, ປະທານາທິບໍດີ ແຫ່ງ ສ. ອາແຊັກໄບຊານ ພ້ອມດ້ວຍຄະນະ.
 
ຈາກນັ້ນ, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງປະມຸກລັດ ສປປ ລາວ ແລະ ສ. ອາແຊັກໄບຊານ. ໃນໂອກາດນີ້, ພະນະທ່ານ ອີວຮາມ ອາລີເຢບ, ປະທານາທິບໍດີ ແຫ່ງ ສ. ອາແຊັກໄບຊານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ອາແຊັກໄບຊານ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໃນຄັ້ງນີ້ ຊຶ່ງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນດັ່ງກ່າວ. ການຢ້ຽມຢາມ ສ. ອາແຊັກໄບຊານຢ່າງເປັນທາງການໃນຄັ້ງນີ້ ເປັນການຢ້ຽມຢາມຄັ້ງທຳອິດໃນຂັ້ນປະມຸກລັດຂອງ ສປປ ລາວ ຊຶ່ງຖືເປັນຂີດໝາຍໃໝ່ອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນໄລຍະໃໝ່ ບົນພື້ນຖານມູນເຊື້ອແຫ່ງ ສາຍພົວພັນມິດຕະພາບ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ໃນສະໄໝສະຫະພາບໂຊວຽດ ກໍຄືນັບແຕ່ການສ້າງຕັ້ງສາຍພົວພັນການທູດໃນປີ 1995 ປັນຕົ້ນມາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.
 
ໃນການພົບປະ, ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ບົນພື້ນຖານການເຄົາລົບນັບຖື ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ເພື່ອພ້ອມກັນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ. ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ໃຫ້ເປັນປົກກະຕິ; ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ ທາງດ້ານ ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການຂົນສົ່ງ, ພະລັງງານ, ການສຶກສາ, ວັດທະນະທຳ-ສັງຄົມ, ວຽກງານກະສິກຳ ລວມເຖິງການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບ ສປຊ ແລະ ອື່ນໆ.
 
ໃນໂອກາດດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງ ລັດຖະບານ ແລະ ປະຊາຊົນ ອາແຊັກໄບຊານ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໂດຍສະເພາະ ແມ່ນການສ້າງບຸກຄະລາກອນ ຕັ້ງແຕ່ສະໄໝສະຫະພາບໂຊວຽດ ຊຶ່ງໄດ້ກາຍເປັນກຳລັງແຮງອັນສຳຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ສປປ ລາວ ໃນປັດຈຸບັນ. ພ້ອມດຽວກັນນັ້ນ, ກໍໄດ້ເຊື້ອເຊີນ ພະນະທ່ານ ອີວຮາມ ອາລີເຢບ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນປີ 2027 ຫຼື ໃນເວລາທີ່ສະດວກ.
 
ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສອງປະມຸກລັດ ສປປ ລາວ ແລະ ສ. ອາແຊັກໄບຊານ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານ ພ້ອມທັງໄດ້ເປັນສັກຂີພິຍານໃນພິທີແລກປ່ຽນເອກະສານຮ່ວມມືຈໍານວນ 2 ສະບັບ ຄື: 1. ສັນຍາ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານ ວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນລັດຖະການ ແລະ 2. ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ອາແຊັກໄບຊານ ວ່າດ້ວຍ ການຮ່ວມມືຂົງເຂດກະສິກຳ.
 
ໃນຕອນທ່ຽງຂອງວັນດຽວກັນ, ພະນະທ່ານ ອີວຮາມ ອາລີເຢບ, ປະທານາທິບໍດີ ແຫ່ງ ສ. ອາແຊັກໄບຊານ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງຮັບຮອງ ເປັນກຽດໃຫ້ແກ່ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຢ່າງສົມກຽດ.
 
ໃນໂອກາດເຄື່ອນໄຫວຢ້ຽມຢາມ ສ. ອາແຊັກໄບຊານ ຢ່າງເປັນທາງການ ໃນຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພະນະທ່ານ ອາລີ ອາຊາໂດບ (Ali Asadov), ນາຍົກລັດຖະມົນຕີ ແຫ່ງ ສ ອາແຊັກໄບຊານ ແລະ ພະນະທ່ານ ນາງ ຊາຮິບາ ກາຟາໂຣວາ (Sahiba Gafarova), ປະທານ ລັດຖະສະພາ ແຫ່ງ ສ. ອາແຊັກໄບຊານ. ນອກຈາກນີ້, ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຊົມສະຖານທີ່ທາງປະຫວັດສາດ ແລະ ວັດທະນະທຳ ທີ່ສໍາຄັນຂອງ ສ. ອາແຊັກໄບຊານ ຈໍານວນໜຶ່ງ. ພິເສດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ໄປຢ້ຽມຢາມມະຫາວິທະຍາໄລແຫ່ງລັດບາກູ, ສ. ອາແຊັກໄບຊານ ພ້ອມທັງໄດ້ໃຫ້ກຽດຂຶ້ນກ່າວບັນຍາຍ ກ່ຽວກັບ ປະຫວັດຄວາມເປັນມາຂອງການພົວພັນລະຫວ່າງ ສປປ ລາວ ແລະ ສ. ອາແຊັກໄບຊານ ຕໍ່ຄູອາຈານ-ນັກສຶກສາ ດ້ວຍບັນຍາກາດແຫ່ງໄມຕີຈິດມິດພະພາບ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຊາວໜຸ່ມຂອງສອງປະເທດ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອທີ່ດີງາມຂອງສອງປະເທດ ໃຫ້ຂະຫຍາຍຕົວໃນອະນາຄົດ.